ຈຳພອນ ຟື້ນຟູລະບົບນິເວດ ການຂະຫຍາຍພັນຂອງປາຝາອອງ ບ້ານ ດອນແດງ

ແຫລ່ງຂ່າວຈາກ ແຂວງ ສະຫສັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຢູ່ແຫລ່ງທ່ອງທ່ຽວໜອງປາຝາ ບ້ານດອນແດງ ເມືອງຈຳພອນ ໄດ້ເປີດກອງປະຊຸມປຶກສາຫາລືຮ່ວມກັບຊຸມຊົນ ເພື່ອຟື້ນຟູລະບົບນິເວດ ການຂະຫຍາຍພັນຂອງປາຝາອອງ ເຊິ່ງໄດ້ ເລີ່ມວາງແຜນຈັດຕັ້ງປະຕິບັດວຽກງານຟື້ນຟູລະບົບນິເວດ ແລະ ປະຊາກອນປາຝາອອງແບບມີສ່ວນຮ່ວມກັບຊຸມຊົນ

ໂອກາດນີ້, ທ່ານນາງ ແກ້ວອຸດອນ ຈຸນລະມຸນຕຣີ ຮອງຫົວໜ້າຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຈໍາພອນ ໄດ້ມີຄຳເຫັນແນະນຳກ່ຽວກັບການອະນຸລັກຮັກສາ ແລະ ການຂະຫຍາຍພັນຂອງປາຝາອອງ ແລະ ຂອດບໍລິການຕ້ອນຮັບແຂກ ແລະ ເຮັດໜ້າທີ່ພະນັກງານນຳທ່ຽວຂັ້ນບ້ານ, ທັງໄດ້ຄົ້ນຄວ້າກ່ຽວກັບອາຫານປາຝາທີ່ອະນຸລັກສິ່ງແວດລ້ອມ.

ພ້ອມນີ້, ກໍໄດ້ນຳສະເໜີການອະນຸລັກ ແລະ ປັບປຸງແກ້ໄຂວິທີການເພາະໄຂ່ປາຝາອອງ ທີ່ມີຈຳນວນຫລຸດລົງໃຫ້ເພີ່ມຂຶ້ນ ແລະ ບົ່ງບອກລັກສະນະຊະນິດຂອງປາຝາອອງທີ່ມີຄວາມແຕກຕ່າງກັນ, ທັງໃຫ້ໄດ້ຮັບຜົນດີ, ມີການຂະຫຍາຍຕົວຫລາຍຂຶ້ນ; ໄດ້ນຳສະເໜີຈຸດປະສົງ, ເປົ້າໝາຍ, ວິທີການຈັດຕັ້ງປະຕິບັດ ແລະ ຈັດຕັ້ງເປັນກຸ່ມ ເພື່ອຄົ້ນຄວ້າເຫັນໄດ້ເຖິງບັນຫາ ແລະ ຂອດປັບປຸງເຮັດໃຫ້ແຫລ່ງທ່ອງທ່ຽວໜອງປາຝາ ບ້ານດອນແດງມີການພັດທະນາດີຂຶ້ນເລື້ອຍໆ.

 

error: Content is protected !!