ປີ 2022 ພາສີປະຈຳ ແຂວງຄຳມ່ວນ ສາມາດປະຕິບັດແຜນການຈັດເກັບລາຍຮັບ 610 ຕື້ກີບ

ພາສີປະຈຳ ແຂວງຄຳມ່ວນ ປະກອບມີ: 1 ຂະແໜງທີ່ຂຶ້ນກັບພາສີປະຈຳແຂວງຄື ຂະແໜງສັງລວມ ແລະ ປະກອບມີ 2 ດ່ານພາສີສາກົນ, 1 ດ່ານທ້ອງຖິ່ນ, 5 ດ່ານປະເພນີ, ລວມທັງໝົດມີ 8 ດ່ານພາສີຊາຍແດນ, ນອກນັ້ນຍັງມີຫ້ອງການພາສີປະຈຳ ເຂດເສດຖະກິດສະເພາະທ່າແຂກ, ຊຶ່ງໃນປີ 2022 ພາສີປະຈຳແຂວງຄຳມ່ວນ ການປະຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນວຽກງານການຈັດເກັບລາຍຮັບເຂົ້າງົບປະມານ ປີ 2022 ເຊິ່ງໄດ້ຮັບຕົວເລກທັງໝົດແມ່ນ 610 ຕື້ກີບ, ເພີ່ມຂຶ້ນຈາກປີກ່ອນ 35.56% ຫຼື ເທົ່າກັບ 160 ຕື້ກີບ.

ອີງຕາມການໃຫ້ສຳພາດ, ຂອງ ທ່ານ ສົມພົງ ເກສານີຈັນ ຮອງຫົວໜ້າພາສີປະຈຳແຂວງຄຳມ່ວນ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນ 08 ເດືອນຕົ້ນປີ 2022 ສາມາດຈັດເກັບລາຍຮັບໄດ້ 352.70 ຕື້ກີບ ເທົ່າກັບ 57.82% ຂອງແຜນການປີ, ຖ້າທຽບໃສ່ 08 ເດືອນຕົ້ນປີ 2021 ແມ່ນ 246.35 ຕືກີບ, ເຫັນໄດ້ວ່າເພີ່ມຂຶ້ນ 43.17% ຫຼື ເທົ່າກັບ 106.35 ຕື້ກີບ.

ສຳລັບ, ແຜນຄາດຄະເນ 04 ເດືອນທ້າຍປີ 2022 ແມ່ນ 175,26 ຕື້ກີບ ແລະ ຄາດຄະເນໝົດປີແມ່ນຈະເກັບໄດ້ 528.00 ຕື້ກີບ ເທົ່າກັບ 86.00% ຂອງແຜນການປີ; ເພື່ອແນໃສ່ໃນການຈັດເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ວາງໄວ້ໃນ 04 ເດືອນທ້າຍປີ 2022 ໃຫ້ໄດ້ຕາມຄາດໝາຍ, ທາງພາສີປະຈຳແຂວງຄຳມ່ວນ ຈະຕ້ອງໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດານິຕິກຳ, ລະບຽບກົດໝາຍ ທີ່ທາງຂັ້ນເທິງວາງອອກ ເພື່ອເພີ່ມທະວີການຈັດເກັບລາຍຮັບຄືດັ່ງນີ້:

ເອົາໃຈໃສ່ສຶກສາອົບຮົມ ດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຢ່າງເປັນປົກກະຕິ, ທົ່ວເຖິງ ແລະ ຕໍ່ເນື່ອງ, ຍົກສູງຄວາມຮັບຜິດຊອບໃນການຕິບັດຫນ້າທີ່, ມີການມອບຫມາຍ ມີການແບ່ງງານກັນຢ່າງລະອຽດ-ຊັດເຈນ, ປະຕິບັດລະບົບສ່ອງແສງລາຍງານຢ່າງເປັນປົກກະຕິ, ສືບຕໍ່ໃນການຄຸ້ມຄອງພະນັກງານ ຕິດຕາມກວດກາການປະຕິບັດຫນ້າທີ່ວິຊາສະເພາະໃຫ້ຖືກຕ້ອງຕາມລະບຽບກົດຫມາຍ ແລະ ມີຄວາມເຂັ້ມງວດ.

ແຫຼ່ງຂ່າວ ແລະ ຮູບພາບຈາກ: ກະຊວງການເງິນ

error: Content is protected !!