ທະນະບັດ ໃບ 10,000 ແລະ 20,000 ກີບ ຮູບແບບປັບປຸງໃໝ່ ຈະເລີ່ມນໍາໃຊ້ແຕ່ ເດືອນຕຸລາ ເປັນຕົ້ນໄປ

ໃນເດືອນ ຕຸລາ 2022 ນີ້, ທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາເອົາທະນະບັດ ປະເພດໃບ 10,000 ກີບ ແລະ 20,000 ກີບ ຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນຳໃຊ້ ຄວບຄູ່ກັບ ທະນະບັດທັງສອງປະເພດຮຸ່ນປີ 2003 ທີ່ນຳໃຊ້ໃນຂອດຈໍລະຈອນ ປັດຈຸບັນ ຍັງສາມາດນຳໃຊ້ໝູນວຽນເຂົ້າໃນການຊຳລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລີກການນໍາໃຊ້ ແຕ່ຢ່າງໃດ.

ວັນທີ 14 ຕຸລາ 2022 ນີ້, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງ ການ ທະນາຄານແຫ່ງ ສປປ ລາວ(ທຫລ) ແລະ ທ່ານ ບຸນທະວີ ສຸກດາວົງ ຫົວໜ້າກົມພິມຈໍາໜ່າຍ ໄດ້ຖະແຫລ່ງຂ່າວຕໍ່ສື່ມວນຊົນໄດ້ຮັັບຊາບວ່າ: ນັບແຕ່ປີ 2003 ເປັນຕົ້ນມາ ທະນາຄານແຫ່ງ ສປປ ລາວ ໄດ້ນຳເອົາທະນະບັດ ປະເພດໃບ 10,000 ກີບ ແລະ ໃບ 20,000 ກີບ ຮຸ່ນປີ 2003 ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນໍາໃຊ້ ຊຶ່ງເປັນໂຄງປະກອບປະເພດ ໃບທະນະບັດທີ່ມີມູນຄ່າສູງທີ່ສຸດໃນເວລານັ້ນ. ມາຮອດປັດຈຸບັນ ຖືກນໍາໃຊ້ໝູນວຽນໃນຂອດຈໍລະຈອນເປັນເວລາ 19 ປີ, ບວກກັບການຂະຫຍາຍຕົວທາງດ້ານນະວັດຕະກຳເທັກນິກໂລຊີໃນໄລຍະໃໝ່, ບັນດາປະເທດໃນພາກພື້ນ ແລະ ສາກົນ ກໍໄດ້ມີການພັດທະນາປັບປຸງທະນະບັດຂອງຕົນໃຫ້ມີຄຸນນະພາບ ແລະ ຕ້ານການປອມແປງ ໃຫ້ມີປະສິດທິພາບຫລາຍຂຶ້ນກວ່າເກົ່າ.

ສະນັ້ນ, ມາຮອດປີ 2018 ທະນາຄານແຫ່ງ ສປປ ລາວ ໄດ້ຄົ້ນຄ້ວາປັບປຸງທະນະບັດປະເພດໃບ 10,000 ກີບ ແລະ ໃບ 20,000 ກີບ ຈາກຮຸ່ນປີ 2003 ມາເປັນຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ເພື່ອສະເໜີລັດຖະບານຮັບຮອງ ແລະ ເຫັນດີອະນຸຍາດໃຫ້ ທຫລ ຈັດພິມໃນປີ 2020, ຈຸດປະສົງຂອງການນຳເອົາທະນະບັດໃບ 10,000 ກີບ ແລະ 20,000 ກີບ ອອກໃຫ້ສັງຄົມໄດ້ນຳໃຊ້ໃນຄັ້ງນີ້ ແມ່ນເພື່ອຍົກສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນ ພ້ອມທັງຍົກລະດັບເຕັກນິກ ຕ້ານການປອມແປງໃຫ້ທັນສະໄໝຫລາຍຂຶ້ນກວ່າເກົ່າ, ມີຄວາມໂດດເດັ່ນສວຍງາມ ສາມາດຈຳແນກປະເພດໃບທະນະບັດໄດ້ງ່າຍ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາ ແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນ ຕາຂອງຊາດ ໃຫ້ຫລາຍຂຶ້ນ.

ທະນະບັດທັງ 2 ປະເພດດັ່ງກ່າວ ມີລັກສະນະໂດຍລວມດັ່ງນີ້: ເປັນທະນະບັດບໍ່ມີຂອບມີຂະໜາດລວງຍາວລຸດລື່ນກັນ 3 ມມ ຄື: ປະເພດໃບ 10,000 ກີບ ມີລວງຍາວ 153 ມມ ແລະ ລວງກວ້າງ 72 ມມ ແລະ ປະເພດໃບ 20000 ກີບ ມີລວງຍາວ 156 ມມ ແລະ ລວງກວ້າງ 72 ມມ, ໂທນສີຂອງໃບທະນະບັດທັງສອງປະເພດຍັງຄ້າຍຄືກັບໂທນສີທະນະບັດປະເພດໃບ 10,000 ກີບ ແລະ 20,000 ກີບ ຮຸ່ນປີ 2003 ທີ່ນໍາໃຊ້ປະຈຸບັນ.

ຄຸນລັກສະນະຕ້ານການປອມແປງ: ເຄື່ອງໝາຍຊາດ ຂອງ ສປປ ລາວ ຈະເຮືອງແສງເປັນສີເຫລືອງ ເມື່ອສ່ອງຜ່ານແສງໄຟສີມ້ວງ; ຕົວໜັງສື ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ເມື່ອສໍາພັດຈະສະດຸດມື; ລາຍນໍ້າປະທານ ໄກສອນ ພົມວິຫານ ແລະ ຕົວເລກບອກມູນຄ່າ ຢູ່ໃນເນື້ອເຈ້ຍ ເມື່ອສ່ອງໃສ່ແສງສະຫວ່າງ ຈະເຫັນຢ່າງຊັດເຈນ ທັງດ້ານໜ້າ ແລະ ດ້ານຫລັງ; ເສັ້ນນິລະໄພ ມີຕົວເລກລາວບອກມູນຄ່າ ໑໐,໐໐໐ ສໍາລັບປະເພດໃບ 10,000 ກີບ ແລະ ຕົວເລກລາວບອກມູນຄ່າ ໒໐,໐໐໐ ສໍາລັບປະເພດໃບ 20,000 ກີບ; ຕົວເລກບອກມູນຄ່າ 10,000 ແລະ 20,000 ຢູ່ດ້ານໜ້າຈະປ່ຽນສີໄດ້ ເມື່ອພິກອຽງທະນະບັດໄປມາ.

ທະນະບັດປະເພດໃບ 10,000 ກີບ ແລະ ໃບ 20,000 ກີບ ຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ທີ່ນຳອອກສູ່ຂອດຈໍລະຈອນຄັ້ງນີ້ ແມ່ນສາມາດນຳໃຊ້ຖືກຕ້ອງຕາມກົດໝາຍ ໂດຍນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 10,000 ກີບ ແລະ ໃບ 20,000 ກີບ ຮຸ່ນປີ 2003 ທີ່ຈໍລະຈອນໃນປັດຈຸບັນ ແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບເງິນຕາແຫ່ງຊາດ ເພາະເປັນການສະໜອງທະນະບັດຮູບແບບປັບປຸງໃໝ່ ທີ່ມີຄຸນນະພາບສູງ ເຂົ້າສູ່ລະບົບເສດຖະກິດ.

ສຳລັບທະນະບັດ ປະເພດໃບ 10,000 ກີບ ແລະ ໃບ 20,000 ກີບ ຮຸ່ນປີ 2003 ທີ່ນຳໃຊ້ໃນຂອດຈໍລະຈອນ ປັະຈຸບັນ ຍັງສາມາດນຳໃຊ້ໝູນວຽນເຂົ້າໃນການຊຳລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລິກການນຳໃຊ້ ແຕ່ຢ່າງໃດ.

ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງ ມະຫາພາກທາງດ້ານເງິນຕາ, ຂໍຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງເຜີຍແຜ່ໃຫ້ພໍ່ແມ່ປະຊາ ຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫລວດໃນຂອບເຂດທົ່ວປະເທດ, ຈົ່ງມີຄວາມເຊື່ອໝັ້ນຕໍ່ກັບການນຳເອົາທະນະບັດ ປະເພດໃບ 10,000 ກີບ ແລະ 20,000 ກີບ ຮຸ່ນນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ກໍຄືສັງຄົມໃຫ້ໄດ້ນຳໃຊ້ໃນຄັ້ງນີ້. ພ້ອມນີ້, ກໍໃຫ້ມີສະຕິລະວັງຕົວບໍ່ໃຫ້ຫລົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີ ສວຍໂອກາດສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ.

ພ້ອມດຽວກັນນີ້, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງໃຫ້ທຸກຄົນທົ່ວສັງຄົມ ໄດ້ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນໍາໃຊ້ເງິນກີບ, ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ໝັ້ນຄົງຍາວນານ.

ໃນຕໍ່ໜ້າທະນາຄານແຫ່ງ ສປປ ລາວ ຈະໄດ້ຄົ້ນຄວ້າປັບປຸງທະນະບັດປະເພດໃບອື່ນໆ ໂດຍຄຳນຶງເຖິງຄຸນນະພາບມາດຕະຖານ ແລະ ເຕັກນິກຕ້ານການປອມແປງທີ່ທັນສະໄໝ ເພື່ອໃຫ້ສັງຄົມໄດ້ນຳໃຊ້ທະນະບັດ ຢ່າງມີຄວາມປອດໄພ ສະດວກສະບາຍໃນການຈັບຈ່າຍໃຊ້ສອຍເຂົ້າໃນຊີວິດປະຈຳວັນ.

error: Content is protected !!