ໂຮງໝໍມະໂຫສົດ ເປີດຕາໃຫ້ຄົນເຈັບຫລັງຜ່າຕັດແກ່ນຕາຂຸ້ນ

ໃນວັນທີ 13 ຕຸລາ 2022 ທີ່ຜ່ານມາ, ໂຮງໝໍມະໂຫສົດ ໄດ້ຈັດພິທີເປີດຕາໃຫ້ຄົນເຈັບຫລັງຜ່າຕັດແກ່ນຕາຂຸ້ນ ເພື່ອເປັນການສະເຫລີມສະຫລອງວັນສາຍຕາໂລກ 13 ຕຸລາ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ດຣ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ, ມີຜູ້ຕາງໜ້າຈາກມູນນິທິເຟຣດໂຮໂລ ພ້ອມດ້ວຍຄະນະອຳນວຍການໂຮງໝໍ, ພະນັກງານແພດໝໍ, ພະນັກງານບຳນານ ແລະ ຄົນເຈັບ ທີ່ໄດ້ຮັບການຜ່າຕັດຕາ ເຂົ້າຮ່ວມ.

ທ່ານ ປອ ດຣ ຊູຊາດ ວົງພະຈັນ ໃຫ້ຮູ້ວ່າ: ວັນສາຍຕາໂລກ ແມ່ນງານໜຶ່ງທີ່ໄດ້ຈັດຂຶ້ນທຸກໆປີ ໃນວັນທີ 13 ຕຸລາ ເພື່ອແນໃສ່ໃຫ້ທຸກພາກສ່ວນມີສ່ວນຮ່ວມ ໃນການແກ້ໄຂບັນຫາຕາບອດ ຂອງແຕ່ລະປະເທດໃນທົ່ວໂລກ; ສຳລັບ ສປປ ລາວ ໃນການຈັດກິດຈະກຳໃນຄັ້ງນີ້ ເພື່ອໃຫ້ທົ່ວສັງຄົມ ຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບການປ້ອງກັນ ແລະ ການປິ່ນປົວພະຍາດຕາບອດ ເຊິ່ງຈະນຳໄປສູ່ການໃຫ້ຄວາມສໍາຄັນຕໍ່ ສິດທິໃນການເບິ່ງເຫັນ. ສຳລັບຕົວເລກທີ່ໂຮງໝໍກວດພົບຄົນເຈັບທີ່ເປັນພະຍາດຕາ ມີຈຳນວນ 432 ຄົນ, ຖືເປັນຕົວເລກທີ່ສູງສົມຄວນ ຈະເປັນແຮງຊຸກຍູ້ໃຫ້ໂຮງໝໍ ສືບຕໍ່ຈັດກິດຈະກຳຢ່າງຕໍ່ເນື່ອງ ບໍ່ວ່າຈະຢູ່ໃນໂຮງໝໍ ແລະ ນອກສະຖານທີ່ ເພື່ອໃຫ້ປະຊາຊົນຜູ້ທີ່ມີບັນຫາທາງສາຍຕາ ໄດ້ເຂົ້າເຖິງການປິ່ນປົວປ້ອງກັນພະຍາດຕາບອດ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສ່ກວດສາຍຕາຂອງຕົນເອງໃນແຕ່ລະປີ ເພື່ອປ້ອງກັນການເກີດພະຍາດທາງຕາ ເພາະຕາກໍເປັນສ່ວນປະກອບສຳຄັນຂອງຮ່າງກາຍ, ສໍາລັບການຜ່າຕັດຄົນເຈັບທີ່ເປັນແກ່ນຕາຂຸ້ນ ຈະໄດ້ດໍາເນີນໄປແຕ່ວັນທີ 12-24 ຕຸລາ 2022.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ຄອນສະຫວັນ

error: Content is protected !!