ຈຳປາສັກ ມອບ ອຸທິຍານຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໃຫ້ວິສາຫະກິດສຳປະທານ

ພິທີມອບ-ຮັບແຫຼ່ງທ່ອງທ່ຽວອຸທິຍານນ້ຳຕົກຕາດຄອນພະເພັງ ແລະອຸທິຍານນ້ຳຕົກຕາດສົມພະມິດໃຫ້ບໍລິສັດຮ່ວມພັດທະນາສີທັນດອນຈຳກັດສຳປະທານໄດ້ຈັດຂື້ນໃນວັນທີ11ຕຸລາ2022ນີ້ໂດຍການເຂົ້າຮວ່ມຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະການຄ້າ.

ໃນພິທີ,ຕາງໜ້າອົງການປົກຄອງແຂວງມອບໂດຍທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງແຂວງຈໍາປາສັກ ແລະຮັບໂດຍ ທ່ານ ລີຊຽງ (LI XIANG) ປະທານ ບໍລິສັດຮ່ວມພັດທະນາສີທັນດອນຈຳກັດ.

ໃນພິທີ, ບໍລິສັດຮ່ວມພັດທະນາສີທັນດອນຈຳກັດຍັງໄດ້ລາຍງານກ່ຽວກັບໜ້າວຽກຕ່າງໆທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດພາຍຫຼັງທີ່ໄດ້ເຂົ້າພັດທະນາໃນ 2 ແຫຼ່ງທ່ອງທ່ຽວກໍຄືໜ້າວຽກຈຸດສຸມທີ່ໄດ້ກຳນົດເປັນ 4 ໄລຍະຄືໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະອຸທິຍານນໍ້າຕົກຕາດສົມພະມິດ ແມ່ນຈະໄດ້ມີການປັບປຸງສິ່ງອຳນວຍຄວາມສະດວກຕ່າງໆທີ່ມີຢູ່ແລ້ວ ໃຫ້ກັບມານໍາໃຊ້ໄດ້ເປັນປົກກະຕິ ແລະສະດວກສະບາຍກວ່າເກົ່າ; ເນື້ອທີ່ 51 ເຮັກຕາກຳນົດເປັນບ່ອນຈອດລົດສຳລັບແຂກຮ້ານອາຫານ, ໂຮງແຮມ ແລະສິ່ງອຳນວຍຄວາມສະດວກຄົບຊຸດ ຄາດຄະເນຈະນໍາໃຊ້ທຶນເຂົ້າໃສ່ພັດທະນາລວມຫ້າແສນໂດລາ, ສາມາດຮັບນັກທ່ອງທ່ຽວໄດ້ 5.000 ຄົນຕໍ່ມື້; ໄດ້ສຳເລັດການບຸກເບີກເນື້ອທີ່ 125 ເຮັກຕາ ເພື່ອສ້າງເປັນສວນສະໜຸກ, ຫໍພິພິທະພັນ, ຫໍວິທະຍາສາດ, ເຮືອນພັກຕາກອາກາດ ຊຶ່ງໂຄງການເຫຼົ່ານີ້ແມ່ນຢູ່ໃນຂັ້ນຕອນຫານັກລົງທຶນ.

ນອກຈາກນັ້ນ,ໃນຕໍ່ໜ້າຍັງຈະໄດ້ມີຍົກລະດັບໃຫ້ພະນັກງານທີ່ຮັບເຂົ້າມາເຮັດວຽກກັບໂຄງການໄດ້ຮັບການຝຶກທັກສະ ແລະຮຽນພາສາຕ່າງປະເທດ ເຮັດໃຫ້ສາມາດສື່ສານພາສາອັງກິດ ແລະພາສາຈີນ, ສ້າງໃຫ້ເປັນນັກຮັບຕ້ອນທີ່ດີ,ພະນັກງານທີ່ດີ ເພື່ອໃຫ້ແຂກ ກໍຄືນັກທ່ອງທ່ຽວເພິ່ງພໍໃຈ ແລະ ປະທັບໃຈກັບການບໍລິການ.

ທີ່ມາ: ສະຖານີວິທະຍຸ-ໂທລະພາບເມືອງໂຂງ

error: Content is protected !!