ຈິນຕະນາ ຄິດາພອນ ໄດ້ຮັບຕໍາແໜ່ງ Miss Earth Laos 2022

ໃນວັນທີ 12 ເດືອນຕຸລາ ທີ່ຜ່ານມາ ໄດ້ມີການຈັດພິທີຖະແຫຼງຂ່າວ ແຕ່ງຕັ້ງ Miss Earth Laos ປະຈຳປີ 2022 ຈັດຂຶ້ນວັນທີ 12 ຕຸລາ 2022 ຢູ່ໂຮງແຮມລາວເທວ ໂດຍ ແຕ່ງຕັ້ງໃຫ້ ຕາໂຕ-ຈິນຕະນາ ຄິດາພອນ ເປັນ Miss Earth Laos ປະຈຳປີ 2022 ເພື່ອທີ່ຈະເປັນໂຕແທນປະເທດ ລາວ ໄປປະກວດຢູ່ທີ່ປະເທດຟີລິບປິນເຊິ່ງແມ່ນງານ Miss Earth ປະຈໍາປີ 2022.

ຈິນຕະນາ ຄິດາພອນ ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດລາວ ເສັ້ນທາງສາຍການແຂ່ງຂັນໃນເວທີຜ່ານມາ ເຄີຍແຂ່ງຂັນ Miss world 2018, Lao supermodel 2019 ພ້ອມນີ້ຍັງຜ່ານເວທີເດີນແບບ ຖ່າຍແບບມາແລ້ວຫຼາຍເວທີ ຈິນຕະນາ ຄິດາພອນ ເປັນຜູ້ທີ່ມີຈຸດເດັ່ນ ນອກຈາກຄວາມໝັ້ນໃຈແລ້ວ ຍັງເປັນນາງງາມທີ່ພ້ອມໃຊ້ ແລະ ທາງປະທານກອງແຂ່ງຂັນຍັງໄດ້ບອກຕື່ມວ່າ ຈິນຕະນາ ຄິດາພອນ ເປັນຜູ້ທີ່ມີຄວາມພ້ອມທີ່ສຸດ ເພາະມີການກຽມຄວາມພ້ອມທຸກດ້ານ ແລະ ມີຄວາມເປັນນັກສູ້ໃນໂຕ ກອງແຂ່ງຂັນຈຶ່ງໄດ້ແຕ່ງຕັ້ງຕັ້ງໃຫ້ ຈິນຕະນາ ຄິດາພອນ ເປັນຕົວແທນຂອງສາວງາມຈາກປະເທດລາວ ໄປຮ່ວມແຂ່ງຂັນໃນເວທີສາກົນ.

ນາງ ຈິນຕະນາ ຄິດາພອນ ກ່າວວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍ ທີ່ຜູ້ໃຫຍ່ໄດ້ໃຫ້ໂອກາດ ແລະ ເຫັນໄດ້ຄວາມຕັ້ງໃຈ ຄວາມສາມາດທີ່ຕົນເອງມີ ພ້ອມນີ້ ກໍຂໍຂອບໃຈທຸກພາກສ່ວນທີ່ໃຫ້ການສະໜັບສະໜູນ ໂດຍສະເພາະງານໃນມື້ີນີ້ແມ່ນຈັດຢ່າງຍິ່ງໃຫຍ່ ຕົນຈຶ່ງຕື່ນເຕັ້ນເປັນພິເສດ ແລະ ຈະເຮັດໜ້າທີ່ໃຫ້ດີທີ່ສຸດໃນການເປັນຕົວແທນຂອງແມ່ຍິງລາວ ເພື່ອໄປເຜີຍແຜ່ວັດທະນະທໍາ ຮີດຄອງປະເພນີອັນດີງາມ ສະຖານທີ່ທ່ອງທ່ຽວທໍາມະຊາດທີ່ອຸດົມສົມບູນຂອງລາວ ໃຫ້ສາກົນຮັບຮູ້.

ຂໍສະແດງຄວາມຍິນດີກັບ ຕາໂຕ – ຈິນຕະນາ ຄິດາພອນ ທີ່ໄດ້ຮັບຕໍາແໜ່ງ Miss Earth Laos 2022

error: Content is protected !!