ບັນຍາກາດ ງານປະກວດເຮືອໄຟງາມບຸນອອກພັນສາ ຢູ່ນະຄອນ-ຫຼວງພະບາງ ມີຫຼາຍສີສັນສວຍງາມ

ງານປະກວດເຮືອໄຟງາມ ໃນບຸນປະວໍລະນາ (ອອກພັນສາ) ທີ່ນະຄອນ-ຫຼວງພະບາງ ເມືອງມໍລະດົກໂລກ ແຂວງຫຼວງພະບາງ ແມ່ນປາງບຸນໜຶ່ງທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໂດຍໄດ້ຈັດຂຶ້ນໃນມື້ແຮມ 1 ຄໍ່າເດືອນ 11 ຂອງທຸກປີ. ປີນີ້ກົງກັບວັນທີ 11 ຕຸລາ ໂດຍລວມແມ່ນມີຄວາມຄຶກຄື້ນພາຍຫຼັງບໍ່ໄດ້ຈັດຂຶ້ນໃນໄລຍະການລະບາດຂອງພະຍາດໂຄວິດ-19, ໂດຍມີບັນດາກຸ່ມບ້ານໃນເທດສະບານນະຄອນ, ສະຖາບັນການສຶກສາ ແລະ ພາກສ່ວນທຸລະກິດ ສົ່ງເຮືອໄຟເຂົ້າປະກວດ 25 ລໍາ ແລະ ມີເຮືອໄຟສະໝັກຫຼິ້ນ ຈຳນວນໜຶ່ງ. ພິທີໄດ້ເລີ່ມຕົ້ນຈາກການທຳພິທີທາງສາສະໜາ ເທດສະຫຼອງເຮືອໄຟຢູ່ວັດປ່າຮວກ (ໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ).

ຈາກນັ້ນ, ທ່ານ ສົມດີ ພອນສະຫວັດ ປະທານແນວລາວສ້າງຊາດ ນະຄອນ-ຫຼວງພະບາງ ຮອງປະທານ ຈັດການປະກວດເຮືອໄຟງາມໃນປີນີ້ ໄດ້ກ່າວວ່າ: ປະເພນີການປະກວດເຮືອໄຟງາມ ເປັນປະເພນີທີ່ຊາວຫຼວງພະບາງ ໄດ້ພ້ອມກັນປະຕິບັດມາໄດ້ຫຼາຍເຊັ່ນຄົນ ເຮືອໄຟແຕ່ລະລຳແມ່ນໄດ້ສ້າງຂຶ້ນ ດ້ວຍຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບໄປດ້ວຍການປະດັບປະດາແສງສີ ແລະ ໂຄມໄຟນ້ອຍໃຫ່ຍ, ທັງເປັນການສະແດງເຖິງວັດທະນະທຳອັນດີງາມ ທີ່ເປັນເອກະລັກຂອງຊາວ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ປະຕິບັດເປັນວັດທະນະທຳອັນດີງາມມາໄດ້ຫຼາຍເຊັ່ນຄົນ ທັງໄດ້ຮັບການສືບທອດ ແລະ ເສີມຂະຫຍາຍມາຈົນເຖິງທຸກວັນນີ້.

ພາຍຫຼັງເປີດພິທີທາງການແລ້ວ ໄດ້ເຄື່ອນຂະບວນເຮືອໄຟແຕ່ລະພາກສ່ວນ ໄປຕາມເສັ້ນທາງສີສະຫວ່າງວົງ ແລ້ວນຳເອົາເຮືອໄຟໄຫຼລົງແມ່ນ້ຳຂອງເຂດບ້ານຊຽງທອງ-ຄີລີ. ໂດຍຈະມີຄະນະນຳກຳມະການໃຫ້ຄະແນນ ແລະ ຄັດເລືອກເຮືອໄຟງາມ ແລະ ຄົບຕາມມາດຖານເງື່ອນໄຂທີ່ກຳນົດ ເພື່ອຈັດອັນດັບທີ່ ພ້ອມທັງມອບລາງວັນໃນມື້ຕໍ່ໄປ. ເຂົ້າຮ່ວມຊົມງານປະກວດເຮືອໄຟງາມໃນປີນີ້, ມີທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ແລະ ແຂກຮັບເຊີນ ຕະຫຼອດຮອດມວນຊົນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ຂ່າວ :ຫຼານອ້າຍຄຳຫຼ້າ

ພາບ: Teng

error: Content is protected !!