ແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ໃນເຂດທ່ອງທ່ຽວສີຂຽວ ໄລຍະ 2

ແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ເຂດເສດຖະກິດ ພິເສດສາມຫລ່ຽມຄຳ ເມືອງ ຕົ້ນເຜິ້ງ ,ແຂວງ ບໍ່ແກ້ວ ເປັນແຫລ່ງທ່ອງທ່ຽວທີ່ນັກທ່ອງທ່ຽວນິຍົມໄປທ່ອງທ່ຽວ ເພື່ອພັກຜ່ອນ ໂອກາດວັນພັກ ຫລື ເທສະການຕ່າງໆ ໂດຍຜູ້ຮັບຜິດ ຊອບໄດ້ພັດທະນາແຫລ່ງທ່ອງທ່ຽວຢ່າງຕໍ່ເນື່ອງ ແລະ ໄດ້ກຽມຄວາມພ້ອມເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເມື່ອ ສປປ ລາວ ເປີດການທ່ອງທ່ຽວສີຂຽວໄລຍະ 2 ທີ່ຈະມາເຖິງນີ້.

ທ່ານ ເຫວິນປິງ ຜູ້ຮັບຜິດຊອບແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ໄດ້ໃຫ້ສຳພາດວ່າ: ກ່ອນບໍ່ມີການລະບາດພະຍາດ ໂຄວິດ-19, ນັກທ່ອງທ່ຽວນິຍົມເຂົ້າມາທ່ອງທ່ຽວໃນວັນປົກກະຕິປະມານ 1,000-1,600 ຄົນ, ມື້ພັກຜ່ອນ ປະມານ 2,000 ກວ່າຄົນ ໂດຍນັກທ່ອງທ່ຽວໄດ້ພາກັນມາເປັນກຸ່ມ ແລະ ແບບຄອບຄົວ ເພື່ອມາເບິ່ງຕົ້ນງິ້ວ ທີ່ເປັນເອກະລັກສະເພາະຢູ່ເຂດດອນຊາວນີ້ ໃນປີນີ້ ໄດ້ມີປະກົດການທາງທຳມະຊາດ ຄື ມີດອກງິ້ວທີ່ມີສອງສີໃນດອກດຽວກັນຄືສີແດງ ແລະ ສີເຫລືອງ. ມາຮອດປັດຈຸບັນ ຄະນະຜູ້ຮັບຜິດຊອບແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ໄດ້ອະນຸລັກຕົ້ນດອກງິ້ວ ແລະ ຂຶ້ນທະບຽນແລ້ວ 1,000 ກວ່າຕົ້ນ.

ທ່ານ ເຫວິນປິງ ຍັງໃຫ້ຮູ້ອີກວ່າ: ແຫລ່ງທ່ອງທ່ຽວ ປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວແຫ່ງນີ້ ໄດ້ເລີ່ມພັດທະນາໃນປີ 2018 ມາຮອດທ້າຍປີ 2019 ໄດ້ມີການແພ່ລະບາດພະຍາດໂຄວິດ-19 ຄະນະຮັບຜິດຊອບກໍ່ໄດ້ປັບປຸງບ່ອນທີ່ຊຸດໂຊມ ແລະ ພັດທະ ນາຂຶ້ນມາໃໝ່ ເຊັ່ນ: ສະໝາມເທບທິດາຕ້ານຢາເສບຕິດ ສະເພາະຢູ່ໃນແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ.

ແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ມີເນື້ອທີ່ 30,000 ຕາແມັດ ແລະ ໄດ້ແບ່ງອອກເປັນ 3 ສ່ວນຄື: ເວທີສໍາລັບການສະແດງສິລະປະວັນນະຄະດີ ແລະ ການຈັດງານປະກວດນາງສາວດອກງິ້ວຄຳ ທີ່ໄດ້ຈັດຂຶ້ນທຸກໆປີ ແຕ່ຍ້ອນການແພ່ລະບາດພະຍາດຈຶ່ງໄດ້ໂຈະໄປ 3 ປີແລ້ວ; ສ້າງຫ້ອງວາງສະແດງສິນຄ້າຜະລິດຕະພັນ 1 ເມືອງ 1 ຜະລິດຕະພັນຂອງເມືອງ ແລະ ເຄື່ອງຫັດຖະກໍາ, ສ້າງຫໍວາງສະແດງ, ສະໜາມເທບທິດາຕ້ານຢາເສບຕິດ ເພື່ອສະທ້ອນໃຫ້ເຫັນເຂດດັ່ງກ່າວປອດຢາເສບຕິດ ແລະ ມີໝູ່ບ້ານເພື່ອສະແດງໃຫ້ເຫັນວິຖິຊີວິດຂອງປະຊາຊົນຢູ່ເຂດດັ່ງກ່າວ.

ຂໍ້ມູນຂ່າວ: ສົມຫວັງ

ພາບ: ອ່າຍຄໍາ

error: Content is protected !!