ຜົນການສຶກສາຂອງທີມນັກວິທະຍາສາດ ຈາກ ມະຫາວິທະຍາໄລ ເຄີທິນ (Curtin University) ແຫ່ງ ອອສເຕເລຍ ຊີ້ວ່າ: ໃນຊ່ວງເວລາປະມານ 280 ລ້ານປີນັບຈາກນີ້ ມະຫາສະໝຸດປາຊີຟິກ ຈະຫາຍໄປ ແລະ ຈະມີແຜນດິນໃຫຍ່ພຽງຜືນພຽງ ກໍ່ໂຕຂຶ້ນເທິງໂລກ ໂດຍມີທະເລຊາຍທີ່ກວ້າງໃຫຍ່ ແລະ ແຫ້ງແລ້ງທີ່ສຸດ ຢູ່ໃຈກາງ.
ຜືນແຜ່ນດິນໃຫຍ່ດັງກ່າວ ຮຽກວ່າ ມະຫາທະວີບ (supercontinent) ຊຶ່ງໄດ້ເຄີຍເກີດຂຶ້ນມາແລ້ວໃນອະດີດ ເຊັ່ນ ມະຫາທະວີບແພນເຈຍ (Pangaea) ເມື່ອ 200-300 ລ້ານປີກ່ອນ. ແນວໃດກໍຕາມ, ຜົນການວິໄຈຫຼ້າສຸດ ຊີ້ວ່າ ມະຫາທະວີບແບບທີ່ຮຽກວ່າ ອາມາເຊຍ (Amasia) ຄື ສະພາບພູມສັນຖານຂອງໂລກອະນາຄົດ ທີ່ມີຄວາມເປັນໄປໄດ້ ວ່າ ຈະເກີດຂຶ້ນອີກຄັ້ງຫຼາຍທີ່ສຸດ.
ລາຍງານການວິໄຈ ທີ່ຕີພິມໃນ ວາລະສານ National Science Review ລະບຸວ່າ ຜົນການວິເຄາະຂໍ້ມູນໂຄງສ້າງ ແລະ ທ່າອ່ຽງການເຄື່ອນຕົວຂອງແຜ່ນເປືອກໂລກໃນປັດຈຸບັນ ດ້ວຍແບບຈໍາລອງ ຄອມພິວເຕີ ບົ່ງຊີ້ເຖິງສະພາບການໃນອະນາຄົດ ທີ່ທະວີບອາເມຣິກາ ຝັ່ງຕາເວັນຕົກ ຈະເຄື່ອນເຂົ້າມາເຊື່ອມຕໍ່ກັບ ທະວີບເອເຊຍ ທີ່ເຄື່ອນມາທາງຕາເວັນອອກຫຼາຍຂຶ້ນ ເຮັດໃຫ້ມະຫາສະໝຸດປາຊີຟິກຄ່ອຍໆ ຖືກປິດລ້ອມຈົນຫາຍໄປ ເຫຼືອພຽງມະຫາທະວີບໃໝ່ ແລະ ຜືນນໍ້າທີ່ເປັນມະຫາສະໝຸດ ພຽງແຫ່ງດຽວຂອງໂລກອ້ອມຮອບ.
ປັດຈຸບັນ ມະຫາສະໝຸດແອດແລນຕິກ ກໍາລັງຂະຫຍາຍຕົວ ໃນອັດຕາທີ່ພໍກັບການຫົດຕົວຂອງ ມະຫາສະໝຸດປາຊີຟິກ ຊຶ່ງປາກົດການນີ້ ເປັນຜົນມາຈາກ ຄວາມແຂງແກ່ນຂອງແຜ່ນເປືອກໂລກ ໃຕ້ມະຫາສະໝຸດ ຫຼຸດລົງຫຼາຍ ເພາະວ່າ ຊັ້ນເນື້ອໂລກ (mantle) ເຢັນຕົວ ຈົນເຮັດໃຫ້ແຜ່ນເປືອກໂລກ ທີ່ກໍ່ຕົວຢູ່ດ້ານເທິງບາງລົງ ແລະ ອ່ອນແອກວ່າເກົ່າ.
ຜົນທີ່ໄດ້ກໍຄື ທະວີບຕ່າງໆ ເຄື່ອນເຂົ້າມາລວມກັນ ໃນລັກສະນະທີ່ຮຽກວ່າ ມະຫາສະໝຸດອາມາເຊຍ. ແຕ່ລະທະວີບໃນປັດຈຸບັນ ຈະເຄື່ອນຕົວຂຶ້ນໄປທາງເໜືອ ເຊັ່ນ ທະວີບອອສເຕເລຍ ເຄື່ອນຂຶ້ນໄປຕໍາ ແລະ ລວມຕົວກັບ ປະເທດອິນໂດເນເຊຍ ທີ່ບໍລິເວນມະຫາສະໝຸດປາຊີຟິກ ຕອນໃຕ້ໃນປັດຈຸບັນ. ສ່ວນທະວີບແອນຕາກຕິກາ ທີ່ຢູ່ໃຕ້ສຸດນັ້ນ ອາດເຄື່ອນຂຶ້ນມາຈົນຮອດແຖບ ປະເທດນິວຊີແລນ.
ແນວໃດກໍຕາມ, ທີມຜູ້ວິໄຈ ຄາດການວ່າ ທະວີບຂະໜາດໃຫຍ່ ທີ່ມີຢູ່ເທິງໂລກໃນທຸກມື້ນີ້ ຈະບໍ່ເຄື່ອນຕົວຂຶ້ນໄປທາງທິດເໜືອຫຼາຍປານໃດ ໂດຍຈະບໍ່ເຮັດໃຫ້ເກີດ ມະຫາທະວີບ ທີ່ຂວ້າໂລກເໜືອ ຊຶ່ງສິ່ງທີ່ເປັນຕາຢ້ານ ກໍຄື ຈະກາຍເປັນຜືນນໍ້າແຂງຍັກ ທີ່ຄອບໂລກທັງໜ່ວຍຈົນໜາວຈັດ.
ສາດສະດາຈານ ລີ່ ເຈິ້ງຊຽງ ຜູ້ນໍາທີມວິໄຈຂອງ ມະຫາວິທະຍາໄລ ເຄີທິນ ກ່າວວ່າ: ໃນທາງກົງກັນຂ້າມ ຜົນການສຶກສາຂອງເຮົາ ບົ່ງຊີ້ວ່າ ຈະເກີດທະເລຊາຍກວ້າງໃຫຍ່ຂຶ້ນທີ່ ໃຈກາງມະຫາທະວີບອາມາເຊຍ. ເຫດຜົນກໍຄື ລະດັບນໍ້າທະເລໃນອະນາຄົດ ຈະຫຼຸດຕໍ່າລົງກວ່າປັດຈຸບັນຫຼາຍ ເຮັດໃຫ້ພື້ນທີ່ໃຈກາງແຜ່ນດິນໃຫຍ່ທີ່ຫ່າງໄກ ມະຫາສະໝຸດແຫ້ງແລ້ງ ແລະ ຈະມີຄວາມແຕກຕ່າງຂອງ ອຸນຫະພູມລະຫວ່າງວັນສູງຫຼາຍ ຈົນອາກາດມີທັງຮ້ອນຈັດ ແລະ ໜາວຈັດໃນຊ່ວງເວລາອັນສັ້ນ ຊຶ່ງບໍ່ເອື້ອອໍານວຍຕໍ່ການດໍາລົງຢູ່ຂອງສິ່ງມີຊີວິດພໍທໍ່ໃດ.