ຫາລື ຜົນກະທົບການປ່ຽນແປງ ຂອງດິນຟ້າອາກາດ ຕໍ່ຊາວກະສິກອນ

ໃນວັນທີ 6 ຕຸລາ ນີ້ຢູ່ຫ້ອງປະຊຸມສູນຮຽນຮູ້ທຸບະກິດກະສິກຳ ແລະ ເຊື່ອມໂຍງຕະຫລາດ ແລະ ແບບອອນລາຍຜ່ານໂປຣແກມ ZOOM ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອປະກອບຄຳຄິດເຫັນ ກ່ຽວກັບການປ່ຽນແປງດິນຟ້າອາກາດ ຂອງສະຫະປະຊາຊາດ ຄັ້ງທີ 27 ເຊິ່ງໄດ້ຮັບການສະໜັບສະໜູນຈາກ ສະມາຄົມຊາວກະສິກອນອາຊີ AFA ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຄຳມູນ ໄຊມະນີ ປະທານເຄືອຂ່າຍຊາວກະສິກອນລາວ ແລະ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ມີບັນດາຊາວກະສິກອນ ແລະ ພາກສ່ວນກ່ຽວຂ້ອງທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ຄຳມູນ ໄຊມະນີ ໄດ້ກ່າວວ່າ: ສຳລັບ ກອງປະຊຸມດັ່ງກ່າວນີ້ ແມ່ນໂອກາດດີທີ່ໃນການປຶກສາຫາລືື ແລະ ຍົກໃຫ້ເຫັນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ທີ່ມີຕໍ່ຊາວກະສິກອນ, ພ້ອມທັງກຳນົດວິທີແກ້ໄຂ ແລະ ເພື່ອເຮັດໃຫ້ຊາວກະສິກອນເຂົ້າໃຈ ກ່ຽວກັບກອງປະຊຸມການປ່ຽນແປງດິນຟ້າອາກາດຄັ້ງທີ 27; ນອກຈາກນີ້ ກໍເພື່ອລວບລວມຄຳຄິດຄຳເຫັນຂອງ ອົງການຈັດຕັ້ງຊາວກະສິກອນ/ອົງການຈັດຕັ້ງທາງສັງຄົມ ແລະ ບັນດາໂຄງການຕ່າງໆ ເພື່ອນຳໄປສະເໜີໃຫ້ຜູ້ແທນຂອງປະເທດເຮົາ ນຳໄປສະເໜີໃນກອງປະຊຸມການປ່ຽນແປງສະພາບດິນຟ້າອາກາດ ຂອງສະຫະປະຊາຊາດ COP27 ໃນລະດັບໂລກ ທີ່ຈະຈັດຂຶ້ນໃນເດືອນພະຈິກ ທີ່ປະເທດ ອີຢິບ.

ກອງປະຊຸມໃນຄັ້ງນີ້ ຍັງເປັນເວທີໃຫ້ແກ່ ອົງການຈັດຕັ້ງຊາວກະສິກອນ ແລະ ເຄືອຂ່າຍໄວໜຸ່ມຊາວກະສິກອນ ເພື່ອຍົກປະເດັນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ຕໍ່ກັບຂະແໜງກະສິກຳຢູ່ໃນຂອບເຂດທົ່ວປະເທດ, ຍົກໃຫ້ເຫັນເຖິງການລິເລີ່ມຂອງພາກລັດ, ອົງການຈັດຕັ້ງຊາວກະສິກອນ ແລະ ອົງການຈັດຕັ້ງທາງສັງຄົມ/INGO/NGO ກ່ຽວກັບການຫລຸດຜ່ອນ ແລະ ການປັບຕົວຕໍ່ກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ເພື່ອຫລຸດຄວາມສ່ຽງ ແລະ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ທັງປັບຕົວ ແລະ ຫລຸດຜ່ອນທາດອາຍພິດເຮືອນແກ້ວ ເພື່ອບໍ່ໃຫ້ອຸນຫະພູມໂລກເພີ່ມຂຶ້ນ.

ຂ່າວ: ສຸກສະຫວັດ

ພາບ: ອ່າຍຄຳ

error: Content is protected !!