ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ເມສາ ພ້ອມປຶກສາຫາລື 8 ບັນຫາສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ເມສາ 2022 ໄດ້ເປີດຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 26 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

ກອງປະຊຸມລັດຖະບານ ຄັ້ງນີ້, ໄດ້ດຳເນີນພາຍຫຼັງທີ່ປວງຊົນ ລາວ ທົ່ວປະເທດ ໄດ້ພ້ອມກັນສະເຫຼີມສະຫຼອງປີໃໝ່ລາວ ດ້ວຍບັນຍາກາດທີ່ດີ, ສອດຄ່ອງກັບຮີດຄອງປະເພນີຂອງຊາດລາວເຮົາ, ການຈັດຕັ້ງ ພັກ-ລັດ ກໍໄດ້ເປັນແບບຢ່າງປະຕິບັດນະໂຍບາຍປະຢັດມັດທະຍັດ ແລະ ໃນສະພາບທີ່ຍັງມີການແຜ່ລະບາດຂອງພະຍາດ ໂຄວິດ-19 ຊຶ່ງໄດ້ສົ່ງຜົນກະທົບ ທັງທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນຫຼາຍດ້ານ.

ໃນໄລຍະໜຶ່ງເດືອນຜ່ານມາ, ທ່ານນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ຈໍານວນໜຶ່ງ ໄດ້ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ແລະ ເຄື່ອນໄຫວວຽກງານ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ທ້ອງຖິ່ນ ໃຫ້ສຳເລັດຕາມແຜນທີ່ວາງໄວ້. ນອກຈາກນີ້, ການນໍາຂັ້ນສູງຂອງລັດຖະບານ ຍັງໄດ້ເຮັດວຽກຮ່ວມກັບອົງການທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂບັນຫາທີ່ຮີບດ່ວນ ແລະ ຈໍາເປັນ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ ຈະໄດ້ດຳເນີນໃນວັນທີ 26-27 ເມສາ ​ນີ້ ຊຶ່ງຈະໄດ້ປຶກສາຫາລື, ຄົົ້ນຄວ້າ ແລະ ເປັນເອກະພາບກັນຕໍ່ 8 ຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ໃນການແກ້ໄຂບັນຫາລວມຂອງຊາດຄື:

1. ສະຫຼຸບການເຄື່ອນໄຫວວຽກງານພົົ້ນເດັ່ນ ປະຈໍາເດືອນ ເມສາ ແລະ ທິດທາງແຜນການ ປະຈໍາເດືອນພຶດສະພາ 2022 ຂອງລັດຖະບານ.

2. ຮ່າງບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ປີ 2021.

3. ຮ່າງ ນະໂຍບາຍລາຄານໍ້າປະປາ ແຫ່ງ ສປປ ລາວ ສະບັບປັບປຸງ.​

 4.​ ຮ່າງດໍາລັດ ວ່າດ້ວຍການເຕົ້າໂຮມຊັບສິນ ທີ່ສານຕັດສິນ ຮິບເປັນຂອງລັດ.

5.​ ຮ່າງດໍາລັດ ວ່າດ້ວຍກອງທຶນກິລາ-ກາຍຍະກໍາ.

6. ຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025.

 7. ລາຍງານຜົນການຄົ້ນຄວ້າ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ.

8.​ ລາຍງານການກະກຽມ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ ດ້ວຍການສະ ເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ແຫຼ່ງຂໍ້ມູນ-ພາບ: ກົມປະຊາສຳພັນ ຫສນຍ

error: Content is protected !!