ກຽມພົບກັບ ບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ 3 ປະຈຳປີ 2022

ບຸນມະໂຫລານສົ່ງເສີ່ມການອ່ານຄັ້ງທີ 3 Book fesfival 2022 ເຊິ່ງຈະໄດ້ຈັດຂື້ນໃນວັນທີ 9-13 ພະຈິກ ຢູ່ທີ່ ສູນການຄ້າສາກົນ VTC ນະຄອນຫລວງ ວຽງຈັນ ໃນຫົວຂໍ້ “ຮູ້ຮັກພາສາລາວ”. ເປັນການສືບເນື່ອມາຈາກຜົນສຳເລັດ ຂອງການຈັດງານບຸນມະໂຫລານສົ່ງເສີມການອ່ານ ໃນປີ 2019 ທີ່ສູນການຄ້າສາກົນ WTC ພາຍໃຕ້ຄຳຂວັນ “ສ້າງການອ່ານໃຫ້ເປັນວັດທະນະທຳ ນຳຄວາມຮູ້ຄວາມກ້າວໜ້າຢ່າງຍຶນຍົງ” ເຊິ່ງມີຜູ້ເຂົ້າຮ່ວມງານຫລາຍກວ່າ 65 ພັນຄົນ ດ້ວຍກິດຈະກຳຫລາຍກວ່າ 10 ລາຍ ການ ແລະ ຄັ້ງທີ 2 ຈັດຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ເຊິ່ງເປັນການສ້າງປະສົບການໃໝ່ໃຫ້ແກ່ນັກ ຮຽນ-ນັກສຶກສາ ທີ່ມີຄວາມສົນໃຈໃນການອ່ານ.

ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ໃນປີ 2021, ງານບຸນມະໂຫລານສົ່ງເສີ່ມການອ່ານ ຈຶ່ງໄດ້ຖືກເລື່ອນອອກໄປ ແລະ ໃນປີ 2022 ນີ້ ບຸນມະໂຫລານສົ່ງເສີມການອ່ານ ຈຶ່ງໄດ້ກັບມາອີກຄັ້ງ ພາຍໃຕ້ຫົວຂໍ້ກິດຈະກຳ “ຮູ້ຮັກພາສາລາວ”. ໃນງານຄັ້ງນີ້ແມ່ນຈະມີກິດຈະກຳຫລາຍກວ່າ 10 ລາຍ ການ ເພື່ອແນໃສ່ການສ້າງຄົນຮຸ່ນໃໝ່ ໃຫ້ໄດ້ຮັບການພັດທະນາຮອບດ້ານ ແລະ ສົມສ່ວນທາງດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ (ຄວາມຮູ້ຄວາມສາມາດ).

ການຈັດງານໃນຄັ້ງນີ້ ເປັນການສານຕໍ່ງານບຸນມະໂຫລານສົ່ງເສີມການອ່ານ ໃຫ້ມີຂຶ້ນຢ່າງຕໍ່ເນື່ອງທຸກໆປີ ເພື່ອເປັນການສົ່ງເສີມໃຫ້ຄົນລາວ ເລັງເຫັນເຖິງຄວາມສຳຄັນຂອງການອ່ານ ແລະ ສົ່ງເສີມໃຫ້ອ່ານໜັງສືຢ່າງຕໍ່ເນື່ອງ ແລະ ເປັນການສົ່ງເສີມ ໃຫ້ເຍົາວະຊົນ-ຊາວໜຸ່ມ ມີຄວາມມັກຮັກໃນການອ່ານ.

ຂ່າວ: ສຸກສະຫວັດ

error: Content is protected !!