ທາງລົດໄຟ ລາວ-ຈີນ ແຈ້ງປັບປຸງປີ້ໃໝ່!

ນັບຕັ້ງແຕ່ວັນທີ 1 ຕຸລາ 2022 ເປັນຕົ້ນມາ, ໄດ້ມີປັບປຸງປີ້ຂໍ້ມູນທີ່ສະແດງຢູ່ເທິງປິ້ລົດໄຟ ໃຫ້ມີຄວາມເໝາະສົມຫຼາຍຂຶ້ນ, ໂດຍຈະເຮັດໃຫ້ການເບິ່ງຂໍ້ມູນຢູ່ເທິງປີ້ລົດໄຟເຊັ່ນ: ການກວດເບິ່ງບ່ອນນັ່ງ, ປະເພດບ່ອນນັ່ງ, ຕູ້ລົດໄຟ, ຂະບວນລົດໄຟ, ວັນທີ, ເວລາ ແລະ ຂໍ້ມູນອື່ນໆທີ່ລະບຸຢູ່ເທິງປີ້ລົດໄຟໄດ້ສະດວກ ແລະ ງ່າຍຂຶ້ນ, ເຊິ່ງມີລາຍລະອຽດຄືດັ່ງລຸ່ມນີ້:

1. ຍ້າຍໂລໂກ້ LCR ໄປຢູ່ຈຸດທາງກາງດ້ານເທິງຂອງປີ້

2. ບ່ອນສະແດງຊັ້ນນັ່ງ, ປະເພດບ່ອນນັ່ງປັບໃຫ້ມີພາສາລາວ ອະທິບາຍເພີ່ມເຕີມເພື່ອໃຫ້ເບິ່ງງ່າຍ ແລະ ເຂົ້າໃຈຫຼາຍຂຶ້ນ, ສຳລັບຊັ້ນຕຽງນອນນຸ່ມຂອງລົດໄຟທຳມະດາ ຈະມີໝາຍເລກຫ້ອງ ພ້ອມທັງລະບຸຕຽງຊັ້ນເທິງ ຫຼື ລຸ່ມ.

3. ປັບຂະຫນາດ QR Code ໃຫ້ນ້ອຍລົງ;

4. ປັບຂະໜາດໜັງສືລະບຸຖ້ຽວລົດໄຟ, ວັນທີ, ເວລາ, ຊັ້ນນັ່ງ, ບ່ອນນັ່ງ ແລະ ຕົວໜັງສືສະແດງຂໍ້ມູນຢູ່ເທິງປີ້ໃຫ້ໃຫຍ່ຂຶ້ນ, ເພື່ອໃຫ້ສາມາດເບິ່ງຂໍ້ມູນໄດ້ສະດວກສະບາຍຂຶ້ນ

5. ໝາຍເລກບ່ອນນັ່ງ, ປະເພດບ່ອນນັ່ງ ຂອງຕູ້ລົດໄຟ ແມ່ນລະບຸກົງກັນກັບເຄື່ອງໝາຍລົດໄຟຂະບວນນັ້ນ.

(ໝາຍເຫດ: ປີ້ລົດໄຟແບບເກົ່າ ກໍຍັງສາມາດໃຊ້ໄດ້ຈົນຮອດວັນທີ 7 ຕຸລານີ້)

ທີ່ມາ: Laos – China Railway Company Limited

error: Content is protected !!