ປກສ ແຂວງ ໄຊສົມບູນ ຈັບຜູ້ຄ້າ-ຂາຍຢາບ້າ 2 ຄອບຄົວ

ວັນທີ 30 ມີນາ 2022 ເຈົ້າໜ້າທີ່ ປກສ ເມືອງ ອະນຸວົງ, ຮ່ວມກັບ ປກສ ແຂວງ ໄຊສົມບູນ ໄດ້ລົງກວດຄົ້ນເຮືອນຂອງເປົ້າໝາຍ ສົງໄສເຄື່ອນໄຫວຄ້າ-ຂາຍຢາເສບຕິດ ປະເພດຢາບ້າຈຳນວນ 2 ຫຼັງ ສາມາດຈັບຜູ້ຖືກຫາ 8 ຄົນ ພ້ອມຢາບ້າ 48,000 ກວ່າເມັດ ແລະ ປືນ, ລູກລະເບີດອື່ນໆ.

ເຈົ້ານຫນ້າທີ່ ປກສ ແຂວງ ໄຊສົມບູນ ໃຫ້ຂໍ້ມູນ ໃນວັນທີ 25 ເມສາ 2022 ວ່າ: ປກສ ເມືອງ ແລະ ແຂວງ ໄດ້ນຳກຳລັງ ເຂົ້າກວດຄົ້ນເຮືອນ ຂອງທ້າວ ສີຢ່າງ ອາຍຸ 60 ປີ ປະຊາຊົນຢູ່ບ້ານເມືອງ ຫຼົງ, ເມືອງ ອະນຸວົງ, ແຂວງ ໄຊສົມບູນ ພົບເຫັນເຄື່ອງຂອງທີຜິດກົດໝາຍຄື: ຢາເສບຕິດ ( ປະເພດຢາບ້າ ) 173 ເມັດ, ເງິນ 80,000 ກີບ ປືນແກ໋ນ 1 ກະບອກພ້ອມດ້ວຍອຸປະກອນເສບຢາບ້າ ແລະ ຢາຝິ່ນຈຳນວນໜຶ່ງ. ພ້ອມທັງກັກຕົວບຸກຄົນຢູ່ໃນເຮືອນ ຊື່ ທ້າວ ນຸຢ່າງ ອາຍຸ 25 ປີ, ນາງ ວາກົງ ອາຍຸ 48 ປີ ແລະ ນາງ ໄລ ຕາວະ ອາຍຸ 26 ປີ ເຊິ່ງພວກກ່ຽວເປັນຄອບຄົວດຽວກັນ ແລະ ຮ່ວມກັນກະທຳຜິດໃນຄັ້ງນີ້.

ຈາກນັ້ນທາງເຈົ້າໜ້າທີ່ ຍັງໄດ້ກວດຄົ້ນເຮືອນເປົ້າໝາຍທີ 2 ຄືເຮືອນຂອງທ້າວ ສໍເຈຍຢ່າງ ອາຍຸ 52 ປີ ປະຊາຊົນບ້ານ ເມືອງຫຼົງ, ເມືອງ ອະນຸວົງ, ແຂວງ ໄຊສົມບູນ ກວດພົບເຫັນຢາບ້າຈຳນວນ 8 ແທ່ງ ເທົ່າກັບ 48,000 ເມັດ , ເງິນ 16,000, 000 ກີບ, ໂທລະສັບ 03 ເຄື່ອງ, ລູກປືນ AK 24 ລູກ, ບັງປືນ AK 2 ບັງ, ປືນດັດແປງ 6 ກະບອກ, ປືນລົມ 01 ກະບອກ, ລະເບີດ 2 ໜ່ວຍ, ແກັບໝາກຝ່າ 8 ດອກ, ຢາຫຼວງຈຳນວນໜຶ່ງ ( ມີການວາງຂ້າຍຢູ່ໜ້າຮ້ານ), ສາຍຄໍສີເຫຼືອງຄາຍຄືຄຳ ຈຳນວນ 1 ເສັ້ນ; ພອ້ມທັງກັກຕົວຄົນໃນຄອບຄົວທີ່ຮ່ວມກັນກະທຳຜິດຊື່ນາງ ຊົ່ງວ່າງ ອາຍຸ 52 ປີ, ທ້າວ ໄລຢ່າງ ອາຍຸ 28 ປີ, ແລະ ທ້າວ ນ້ອຍ ອາຍຸ 22 ປີ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ໄດ້ຮູ້ວ່າພວກຜູ້ກ່ຽວທັງ 8 ຄົນ ມີການພົວພັນເຄື່ອນໄຫວ ຄ້າ-ຂາຍ

ຢາເສບຕິດຮ່ວມກັນ ແລະມີອາວຸດລ່າເນື້ອໄວ້ໃນຄອບຄອງ ແລະ ວາງຂາຍຢາຫຼວງຢູ່ຮ້ານ ໂດຍບໍ່ຖືກຕ້ອງເຫັນວ່າພວກຜູ້ກ່ຽວມີເຈດຕະນາເຄື່ອນໄຫວ ຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ທີ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ.

ແຫຼ່ງຂ່າວ: ປກສ ແຂວງ ໄຊສົມບູນ

error: Content is protected !!