ການແຂ່ງຂັນເຮືອຊ່ວງປີນີ້ ແມ່ນກໍານົດເອົາ ທ່າວັດຈັນ ເປັນບ່ອນແຂ່ງຂັນເຮືອຊ່ວງ

ທ່ານ ບຸນເຖິງ ສຸວັນນະສີ ຮອງເລຂາພັກ ປະທານກວດກາພັກ-ລັດ ເມືອງ ຈັນທະບູລີ ທັງເປັນອະນຸກໍາມະການເຮືອຊ່ວງ ງານບຸນອອກພັນ ສາປະວໍລະນາ ປະຈໍາປີ 2022 ທີ່ທ່າວັດຈັນ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການແຂ່ງຂັນເຮືອຊ່ວງທີ່ທ່າວັດຈັນປີນີ້ ອະນຸກໍາມະການພວກເຮົາໄດ້ ສົມທົບກັບຂະແຫນງກີລາລະດັບສູງ ຂະແຫນງກີລາມວນຊົນ ນະຄອນຫຼວງວຽງຈັນ (ນວ) ພະແນກສຶກສາທິການ ແລະ ກີລາ ນວ ແລະ ຄະນະ ສະຫະພັນເຮືອຊວງ ນວ ເພື່ອກະກຽມຄວາມພ້ອມຮອບດ້ານ ມາຮອດປັດຈຸບັນ ອະນຸກໍາມະການດັ່ງກ່າວ ໄດ້ປະສານສົມທົບກັບບັນດາ ຫົວຫນ້າຄະນະເຮືອຢູ່ໃນ ນວ ແລະ ປະສານສົມທົບກັບບັນດາແຂວງໄຊຍະບູລີ ຫຼວງພະບາງ ວຽງຈັນ ແລະ ແຂວງບໍລິຄໍາໄຊ ເພື່ອເຊີນໃຫ້ນ້ໍາ ທີມເຮືອຊ່ວງເຂົ້າແຂ່ງຂັນທີ່ທ່າວັດຈັນປີນີ້ ເຊິ່ງໄດ້ມີເຈດຈໍານົງສະເຫນີທີມເຮືອເຂົ້າຮ່ວມແຂ່ງຂັນຄັ້ງນີ້ ມີ 2 ປະເພດຄື:ເຮືອປະເພນີ 55 ສີພາຍ ແລະ ເຮືອກີລາ 12 ສີພາຍ ໃນນີ້ ກໍານົດເອົາຢູ່ຈຸດທ່າວັດຈັນເປັນບ່ອນແຂ່ງຂັນ ໂດຍມີຄາດຫມາຍເຮືອແຕ່ລະປະເພດໃຫ້ໄດ້ 20 ລໍາ.

ສໍາລັບແລວນ້ໍາໃນປັດຈຸບັນ ຢູ່ຈຸດປ່ອຍເຮືອມີລະດັບ 4 ແມັດ ຈຸດເສັ້ນໄຊຫນ້າຜາມໄຊ ແລະ ຈຸດແລວກາງແຕ່ຈຸດປ່ອຍຫາເສັ້ນໄຊ ຢູ່ໃນ ລະດັບ 3,50 ແມັດ ໄລຍະຜ່ານມາ ການນໍາ ນວ ໄດ້ລົງກວດກາ ໂດຍໃຫ້ທິດຊີ້ນໍາໃຊ້ລົດຈົກແລວນ້ໍາຄືນຕື່ມ ຖ້າໃນກໍລະນີນ້ໍາບົກແຫ້ງ ໃຫ້ ສາມາດຊ່ວງເຮືອໄດ້ທີ່ຈຸດດັ່ງກ່າວ ເຊິ່ງເຮືອກີລາ 12 ສີພາຍ ແຂ່ງຂັນວັນທີ 10 ຕຸລາ ແລະ ເຮືອປະເພນີ 55 ສີພາຍ ແຂ່ງຂັນວັນທີ 11 ຕຸລາ ພິເສດ ໃນຕອນບ່າຍວັນທີ 3 ຕຸລາ ທີ່ສໍານັກງານປົກຄອງເມືອງຈັນທະບູລີ ຈະມີການຈັບສະຫຼາກແບ່ງກຸ່ມ ສ່ວນຄ່າລາກແກ່ ຫຼື ນອນທ່າ ເຮືອ ປະເພນີກໍານົດ 5,000,000 ກີບຕໍ່ລໍາ ແລະ ເຮືອ 12 ສີພາຍ ກໍານົດ 500,000 ກີບຕໍ່ລໍາ ໃນກໍລະນີເຮືອທີ່ໄດ້ຊະນະ ຈະບໍ່ມີຄ່າລາກແກ່ ສະນັ້ນ ຕາງຫນ້າອະນຸກໍາມະການເຮືອຊ່ວງ ຮຽນເຊີນບັນດາທ່ານຢາກນໍາເຮືອປະເພນີເຂົ້າຮ່ວມແຂ່ງຂັນ ໃຫ້ສະເຫນີມາຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ເພື່ອລົງທະບຽນ ແລະ ຈັບສະຫຼາກ.

ສ່ວນລາງວັນປະເພດເຮືອ 12 ສີພາຍ

• ລາງວັນທີ່ 1 ຂັ້ນໂລ 1 ຫນ່ວຍ ເງິນສົດ 10,000,000 ກີບ

• ລາງວັນທີ 2 ຂັ້ນໂລ 1 ຫນ່ວຍ ເງິນສົດ 8,000,000 ກີບ

• ລາງວັນທີ່ 3 ຂັ້ນໂລ 1 ຫນ່ວຍ ເງິນສົດ 6,000,000 ກີບ

• ລາງວັນທີ 4 ບໍ່ມີຂັນ ເງິນສົດ 4,000,000 ກີບ

• ເຮືອປະເພນີຍິງ ແລະ ຊາຍ 55 ສີພາຍ ລາງວັນທີ່ 1 ຂັນເງິນ 1 ກິໂລ ເງິນສົດ 20,000,000 ກີບ

• ລາງວັນທີ 2 ຂັ້ນເງິນ 0,75 ກຼາມ ເງິນສົດ 15,000,000 ກີບ

• ລາງວັນທີ 3 ຂັນເງິນ 0,5 ກຼາມ ເງິນສົດ 10,000,000 ກີບ

• ລາງວັນທີ 4 ເງິນສົດ 6,000,000 ກີບ,

ທີ່ມາ: ວຽງຈັນໃຫມ່

error: Content is protected !!