28 ບ້ານແຂວງ ເຊກອງ ໄດ້ຮັບຜົນກະທົບຈາກໄພພິບັດ ພາຍຸໂນຣຸ

ຕາມການລາຍງານ ຂອງຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ລະຫວ່າງວັນທີ 27-29 ກັນຍາ 2022 ເນື່ອງຈາກໄດ້ມີລົມພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16 ເຂົ້າພັດຜ່ານແຂວງ ເຊກອງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 28 ບ້ານພາຍໃນແຂວງ ເປັນຕົ້ນແມ່ນ ນໍ້າຖ້ວມຂັງ, ນ້ຳປ່າໄຫລຊຸ, ດິນເຊາະເຈື່ອນຖົມເສັ້ນທາງ, ຖ້ວມພື້ນທີ່ຢູ່ອາໄສ, ເຮືອນ, ວັດຖຸສິ່ງຂອງອື່ນໆ. ພ້ອມນັ້ນ ຍັງຖ້ວມເນື້ອທີ່ທຳການຜະລິດ, ສັດລ້ຽງຂອງ ພໍ່ແມ່ປະຊາຊົນ, ໂຮງຮຽນ, ລະບົບຊົນລະປະທານ, ລະບົບນ້ຳລິນ ເຮັດໃຫ້ພໍ່ແມ່ປະຊາຊົນ ມີຄວາມຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນ.

ສຳລັບ ເມືອງກະລຶມ ແລະ ເມືອງດາກຈຶງ ເປັນເມືອງທີ່ ໄດ້ຮັບຜົນກະທົບຫລາຍກວ່າໝູ່ ເນື່ອງຈາກມີຊາຍເເດນຕິດກັບ ສສ ຫວຽດນາມ ຊຶ່ງເປັນເຂດທີ່ມີລົມພາຍຸພັດຜ່ານ ເຊິ່ງໄດ້ສົ່ງຜົນກະທົບຕໍ່ປະຊາຊົນໂດຍກົງ, ລວມມີ 28 ບ້ານ, ສູນຫາຍ 1 ຄົນ (ເມືອງດາກຈຶງ), ເສັ້ນທາງ 20 ເສັ້ນ, ລະບົບນໍ້າລິນ 1 ແຫ່ງ, ໄຟຟ້າ 1 ຈຸດ; ໃນວັນທີ 28 ລະດັບນໍ້າເຊກອງ ສາມາດແທກໄດ້ 14.26 ແມັດ ເວລາ 19:00 ໂມງ ແລະ ສາຂາຂອງແມ່ນ້ຳເຊກອງ ເກີດມີນໍ້າຖ້ວມຂັງ, ນໍ້າປ່າໄຫລຊຸ; ມາຮອດວັນທີ 29 ລະດັບນ້ຳເຊກອງ ໄດ້ລົດລົງ ແທກໄດ້ 7,21 ແມັດ ເວລາ 9:00 ໂມງ ແລະ ສາຂາຂອງແມ່ນ້ຳເຊກອງ ແມ່ນໄດ້ລົດລົງເຊັ່ນກັນ.

ຜົນກະທົບຈາກໄພພິບັດຄັ້ງນີ້ ໄດ້ສົ່ງຜົນເສຍຫາຍ ໃຫ້ 4 ຕົວເມືອງຄື: ເມືອງລະມາມ: ມີ 7 ບ້ານ, ນໍ້າຖ້ວມຂັງ 4 ຈຸດ, ເສັ້ນທາງສັນຈອນບໍ່ໄດ້ 2 ເສັ້ນ; ເມືອງທ່າແຕງ: ມີ 6 ບ້ານ, ນໍ້າຖ້ວມພື້ນທີ່ການຜະລິດ, ເສັ້ນທາງ 2 ຈຸດ, ເມືອງກະລຶມ: ໄດ້ຮັບຜົນກະທົບ 10 ບ້ານ, ລະບົບໄຟຟ້າ 1 ຈຸດ, ລະບົບນ້ຳລິນໃຊ້ການບໍ່ໄດ້ບາງຈຸດ. ດິນເຊາະເຈື່ອນ ຖົມທາງ 9 ເສັ້ນ, ເມືອງດາກຈຶງ: ໄດ້ຮັບຜົນກະທົບ 5 ບ້ານສູນຫາຍ 1 ຄົນ, ລະບົບໄຟຟ້າ 1 ຈຸດ, ລະບົບນໍ້າລິນໃຊ້ການບໍ່ໄດ້ບາງຈຸດ, ດິນເຊາະເຈື່ອນຖົມທາງ 7 ເສັ້ນ (ບໍ່ສາມາດໄປມາໄດ້), ສໍາລັບຂໍ້ມູນຜົນກະທົບ-ຜົນເສຍຫາຍບໍ່ທັນຮູ້ອັນລະອຽດເທື່ອ ຈະມີການລາຍງານໃຫ້ຮັບຊາບພາຍຫລັງ.

ສຳລັບມາດຕະການແກ້ໄຂ ການຊ່ວຍເຫລືອສຸກເສີນ ເບື້ອງຕົ້ນ ຂັ້ນແຂວງໄດ້ອອກແຈ້ງການຂໍ້ມູນຂ່າວສານເຕືອນໄພລ່ວງໜ້າ ໃຫ້ປະຊາຊົນຮັບຮູ້ເພື່ອກຽມຄວາມພ້ອມຕອບໂຕ້ ແລະ ຮັບມືກັບເຫດການຕ່າງໆໃຫ້ທັນກັບສະພາບການ; ລະດົມກຳລັງລົງກູ້ໄພຊ່ວຍເຫລືອສຸກເສີນ ປະຊາຊົນທີ່ປະສົບເຄາະຮ້າຍຈາກລົມພາຍຸ ແລະ ນ້ຳປ່າໄຫລຊຸ ໂດຍນໍາໃຊ້ເຮືອກູ້ໄພ ຊ່ວຍເຫລືອຍົກຍ້າຍບຸກຄົນທີ່ຖືກນໍ້າຖ້ວມ ໄປຢູ່ບ່ອນປອດໄພ; ໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ປະຈຳການ 24 ຊົ່ວໂມງ, ຕິດ ຕາມ ແລະ ເຝົ້າລະວັງ ພາຍຸໂນຣຸ ເພື່ອກຽມພ້ອມຮັບມື ແລະ ຕອບໂຕ້; ໄດ້ຮັບງົບປະມານການຊ່ວຍເຫຼືອຈາກຂັ້ນແຂວງ ເປັນເງິນສົດ ຈຳນວນ 40 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ແລະ ໃຫ້ການຊ່ວຍເຫລືອຜູ້ທີ່ປະສົບໄພພິບັດໃນເບື້ອງຕົ້ນ.

error: Content is protected !!