ປກສ ແຂວງ ບໍລິຄໍາໄຊ ຢຶດກາເຟ ປະສົມຢາເສບຕິດ ຫລາຍຮ້ອຍຊອງ

ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ຫ້ອງຕໍາຫລວດ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ໃນວັນທີ 26 ກັນຍາ ຜ່ານມາ, ໄດ້ຮັບແຫລ່ງຂ່າວຈາກພົນລະເມືອງດີວ່າ ຈະມີກຸ່ມຄົນຈໍານວນໜຶ່ງເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດປະເພດກະເຟ ທີ່ປະສົມສານເສບຕິດ(ກະເຟມ່ວນ) ມາຈາກນະຄອນຫລວງວຽງຈັນ ໄປຫາບ້ານວຽງຄໍາ ເມືອງ ປາກກະດິງ ແຂວງບໍລິຄໍາໄຊ.

ຈາກນັ້ນ, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງໄດ້ສົມທົບກັບກໍາລັງຕໍາຫລວດຈະລາຈອນ ອອກເຄື່ອນໄຫວຕິດຕາມເປົ້າໝາຍ, ຮອດວັນທີ 27 ກັນຍາ 2022 ຈຶ່ງພົບເຫັນລົດຂອງເປົ້າໝາຍເປັນລົດກະບະ ໂຕໂຢຕາ ວີໂກ ສີຂາວ ໝາຍເລກທະບຽນ ອລ 8399 ກໍາແພງນະຄອນ ແລ່ນມາຈາກທາງນະຄອນຫລວງວຽງຈັນ ດ້ວຍຄວາມໄວສູງ, ເຈົ້າໜ້າທີ່ຈຶ່ງໄດ້ຂັບຂີ່ລົດຕິດຕາມມາ ພໍຮອດເຂດບ້ານຫາງຊິງ ເມືອງປາກຊັນ ລົດຄັນດັ່ງກ່າວໄດ້ເກີດອຸບັດເຫດ ຕໍາກັບລົດຈັກ ແລ້ວໄດ້ຂັບລົດເອົາຕົວຫລົບໜີ ມາທາງເມືອງປາກຊັນ ເຈົ້າໜ້າທີ່ໄດ້ໄລ່ນໍາ ມາຮອດທາງຮ່ອມເຂົ້າສວນຢາງພາລາ ເຂດບ້ານກ້ວຍອຸດົມ ເມືອງປາກຊັນ ເປົ້າໝາຍຈຶ່ງຈອດລົດປະໄວ້ ແລ້ວເອົາຕົວຫລົບໜີ, ມາຮອດເວລາ 09:00 ໂມງຂອງວັນດຽວກັນ ຈຶ່ງສາມາດກັກຕົວເປົ້າໝາຍໄດ້ 2 ຄົນຄື: ທ້າວ ບົວພາ ອາຍຸ 26 ປີ ອາຊີບຄ້າຂາຍ ຢູ່ບ້ານວຽງຄໍາ ເມືອງປາກກະດິງ ແລະ ທ້າວ ສຸດໃຈ ອາຍຸ 18 ອາຊີບຄ້າຂາຍ ຢູ່ບ້ານ ຫ້ວຍຫອຍ ເມືອ ວຽງທອງ ທັງສອງຢູ່ແຂວງ ບໍລິຄໍາໄຊ, ຜ່ານການກວດຄົ້ນລົດຄັນດັ່ງກ່າວ ພົບເຫັນກະເຟຊອງ ປະສົມສານເສບຕິດ ຈໍານວນ 779 ຊອງ ແລະ ກະເຟປ໋ອງປະສົມສານເສບຕິດ ຈໍານວນ 87 ປ໋ອງຊຸກເຊື່ອງໄວ້ໃນເບາະລົດ. ພ້ອມນັ້ນ, ຍັງມີເຄື່ອງສໍາອາງປະເພດເຊລໍ່າ 280 ກ່ອງ, ສະບູ່ 131 ກ້ອນ, ຄີມກັນແດດ 187 ກ່ອງ ທີ່ນໍາໃຊ້ເພື່ອອໍາພາງໃນເວລາເຄື່ອນຍ້າຍຂົນສົ່ງກະເຟທີ່ປະສົມສານເສບຕິດ ຢູ່ໃນລົດຄັນດັ່ງກ່າວ. ຈາກນັ້ນ, ຈຶ່ງໄດ້ນໍາຕົວພວກກ່ຽວທັງສອງຄົນພ້ອມຂອງກາງ ແລະ ລົດກະບະຄັນດັ່ງກ່າວມາ ສືບສວນ-ສອບສວນຕາມຂະບວນກົດໝາຍ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ພວກກ່ຽວທັງ 2 ໄດ້ໃຫ້ການຮັບສາລະພາບວ່າ: ເຄື່ອງຈໍານວນດັ່ງກ່າວ ແມ່ນຮັບຊື້ມາຈາກເຖົ້າແກ່ຄົນຈີນຢູ່ນະຄອນຫລວງວຽງຈັນ ເພື່ອນໍາໄປຈໍາໜ່າຍຢູ່ເຂດບ້ານວຽງຄໍາ ເມືອງປາກກະດິງ ແຕ່ກໍມາເກີດອຸບັດເຫດ ແລະ ຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ. ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ຈະສືບຕໍ່ຂະ ຫຍາຍຜົນ ເພື່ອຕິດຕາມກັກຕົວຜູ້ຮ່ວມຂະບວນການ ມາດໍາເນີນຄະດີຕາມກົດໝາຍ.

ຂ່າວ: ອ່ອນຈັນ

error: Content is protected !!