ລາວ-ໄທ ສົ່ງຜະລິດຕະພັນກະສິກຳ ໄປ ຈີນ ຜ່ານລົດໄຟ ລາວ-ຈີນ

ໃນວັນທີ 22 ເມສາ 2022 ຜ່ານມານີ້, ໄດ້ມີການຂົນສົ່ງໝາກຖົ່ວລຽນ ຈຳນວນ 642 ໂຕນ ອັນເປັນໝາກໄມ້ລືຊື່ຂອງ ໄທ ຜ່ານການຂົນສົ່ງສິນຄ້າຂອງ ລົດໄຟ ລາວ-ຈີນ (ຜ່ານສະຖານີຂົນສົ່ງສິນຄ້າວຽງຈັນໃຕ້) ໂດຍຜ່ານການຈັດການດຳເນີນທຸລະກຳຂົນສົ່ງ ທີ່ມີປະສິດທິພາບຂອງລົດໄຟ ລາວ-ຈີນ.

ຜ່ານການຂົນສົ່ງທາງລົດ ໄປຍັງສະຖານີລົດໄຟ ວຽງຈັນໃຕ້ ແລະ ຂົນສົ່ງຕໍ່ດ້ວຍ ລົດໄຟ ລາວ-ຈີນ ໄປຍັງສະຖານີ ນາເຕີຍ. ຫລັງຈາກນັ້ນ, ກໍສືບຕໍ່ຂົນສົ່ງຈາກສະຖານີ ບໍ່ຫານ ເພື່ອສົ່ງໄປຍັງຄຸນໝິງ, ກວາງໂຈວ, ສົງຊິ້ງ, ຊຽງໄຮ້ ແລະ ເມືອງອື່ນໆ, ໄດ້ກາຍເປັນທີ່ຊັດເຈນຫລາຍຂຶ້ນວ່າ ການຂົນສົ່ງຜ່ານທາງລົດໄຟບໍ່ພຽງແຕ່ສາມາດຫລຸດຜ່ອນຄ່າໃຊ້ຈ່າຍຂອງການຂົນສົ່ງ ແຕ່ຍັງຍົກລະດັບການຂົນສົ່ງໃຫ້ມີປະສິດທິພາບສູງ.ນອກຈາກນັ້ນ, ການຂົນສົ່ງທາງລົດໄຟຍັງຊ່ວຍປະຢັດເວລາໃນການຂົນສົ່ງລົງເຖິງ 2-3 ວັນ ເມື່ອທຽບໃສ່ການຂົນສົ່ງທາງລົດ, ເຮັດໃຫ້ປະເທດບ້ານໃກ້ເຮືອນຄຽງ ເຊັ່ນ: ປະເທດ ໄທ, ປະ ເທດມຽນມາ ແລະ ປະເທດ ຫວຽດນາມ ຫັນມານຳໃຊ້ການຄົມມະນາຄົມຂົນສົ່ງຂອງລາວໃນການຂົນສົ່ງສິນ ຄ້າໄປຍັງພາກພື້ນ ກໍຄື ສາກົນ ນັບມື້ນັບຫລາຍຂຶ້ນ.

ກ່ອນໜ້ານີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ຍັງໄດ້ຈັດຕັ້ງການຂົນສົ່ງຜະລິດຕະພັນທ້ອງຖິ່ນທີ່ເປັນເອກະລັກສະເພາະຂອງ ລາວ ເຊັ່ນ: ໝາກເດືອຍ, ເມັດກາເຟ ແລະ ຜະລິດຕະພັນກະສິກໍາອື່ນໆ ຂອງ ລາວໄປສູ່ ຈີນ.

 ນອກນີ້ ຕາມການລາຍງານໄດ້ໃຫ້ຮູ້ວ່າ, ໝາກໄມ້ສົດ ແລະ ຜະລິດຕະພັນກະສິກຳອື່ນໆປະມານ 3,000 ໂຕນ ແມ່ນຍັງຈະຖືກຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ພາຍໃນເດືອນນີ້ອີກດ້ວຍ, ເປັນຂີດໝາຍວ່າທາງລົດໄຟ ລາວ-ຈີນ ຈະກາຍເປັນຊ່ອງທາງຕົ້ນຕໍ ໃນການເຊື່ອມໂຍງເຊື່ອມຕໍ່ ຂົນສົ່ງສິນຄ້າກະສິກຳຂອງບັນດາປະເທດ ອາຊຽນ ໄປຍັງ ຈີນ ກໍຄື ພາກພື້ນສາກົນ.

ຂໍ້ມູນ-ພາບ: ບໍລິສັດທາງລົດໄຟ ລາວ-ຈີນ

 

error: Content is protected !!