ອັດຕະປື ສືບຕໍ່ເສີມກໍາລັງ ເພື່ອຊ່ວຍເຫລືອປະຊາຊົນ

ອີງຕາມການລາຍງານຂອງ ພະແນກ ຮສສ ແຂວງ ອັດຕະປື ໃນນາມກອງເລຂາ, ຜູ້ປະຈຳການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໃນຕອນແລງວັນທີ 28 ກັນຍາ 2022 ນີ້, ແຂວງອັດຕະປື ໄດ້ມີການກະກຽມຄວາມພ້ອມ ແລະ ເສີມກໍາລັງ ເພື່ອຊ່ວຍເຫລືອປະຊາຊົນ ກໍຄືການຮັບມືກັບພາຍຸໄຕ້ຝຸ່ນ ໂນຣູ.

ໃນປັດຈຸບັນເຫັນໄດ້ວ່າ: ບັນດາເມືອງທີ່ໄດ້ຮັບຜົນກະທົບຫນັກມີ 2 ເມືອງຄື: ເມືອງ ຊານໄຊ ແລະ ເມືອງ ສະ ໜາມໄຊ, ຕໍ່ກັບສະພາບການດັ່ງກ່າວ, ທາງຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຈັດເສີມກຳລັງກູ້ຊີບກູ້ໄຟລົງ ແລະ ກຳລັງຈາກກອງທັບ ລວມມີ 10 ກວ່າຄົນ ລົງປະຈຳພາກສະຫນາມ ໂດຍປະສານສົມທົບກັບເມືອງຊານໄຊ ເພື່ອຍົກຍ້າຍຊ່ວຍ ເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ຊ່ວຍເຫລືອນັກຮຽນ-ຄູອາຈານ ທີ່ຕິດຢູ່ໂຮງຮຽນ ມຕ ຈະເລີນໄຊ ມີຄວາມປອດໄພດີ.

ສ່ວນເມືອງ ສະໜາມໄຊ ຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ໄດ້ສົ່ງກຳລັງ ພ້ອມເຮືອ ລົງສົມທົບກັບເມືອງ ເຊິ່ງມີກຳລັງທັງໝົດ 30 ຄົນ ເພື່ອຊ່ວຍຍົກຍ້າຍປະ ຊາຊົນທີ່ໄດ້ຮັບຜົນກະທົບແລ້ວ. ສໍາລັບຂັ້ນແຂວງ ແມ່ນມີ ເຮືອ 4 ລຳ ລົດເຊອາ 3 ຄັນ ກຳລັງ 70 ຄົນ ແລະ ມີຄະນະຊີ້ນຳຢ່າງໃກ້ຊິດ, ມີການປະຊຸມເປັນໄລຍະ ຮ່ວມກັບພະ ແນກຊັບພະຍາກອນທຳມມະຊາດ ແລະສິ່ງແວດລ້ອມ ແຂວງ ໃນການເຝົ້າລະວັງນໍ້າຂຶ້ນລົງ ເພື່ອວາງແຜນຮັບມື, ນອກນີ້ ກອງເລຂາ ຂັ້ນແຂວງ ແມ່ນໄດ້ປະຈຳການຕະ ຫລອດ 24 ຊົ່ວໂມງ.

ຂ່າວ: ມະນີວອນ

error: Content is protected !!