ຖືກໄຟຟ້າຊ໋ອດເສຍຊີວິດ 1 ຄົນ ຍ້ອນຫລີ້ນໂທລະສັບ ໃນຂະນະທີ່ສາກແບັກ

ໃນວັນທີ 26 ເມສາ 2022 ເວລາ 10:48 ນາທີ ໜ່ວຍກູ້ຊີບອົງການກາແດງ ແຂວງ ບໍ່ແກ້ວ ໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນຖືກໄຟຟ້າຊ໋ອດ ຢູ່ທີ່ບ້ານ ພິບຸນທອງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ເມື່ອໜ່ວຍກູ້ຊີບອົງການກາແດງ ແຂວງ ບໍ່ແກ້ວ ໄປຮອດສະຖານທີ່​ເກີດເຫດພົບເຫັນຜູ້ເສຍຊີວິດ 01 ຄົນ​, ຜູ້ເສຍຊີວິດ ຊື່ທ້າວ ທ້າວ ສົມລິດ ອາຍຸ 23 ປີ ຢູ່ ບ້ານຫາດຫອມ ເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ, ມີບາດແຜ ເລືອດອອກຫູ, ອອກດັງ, ຕາມຕົນຕົວມີຮອຍຝົກຊໍ້າ.

ດັ່ງນັ້ນ, ໜ່ວຍ​ກູ້​ຊີບ​ອົງການ​ກາ​ແດງ​ ແຂວງ ບໍ່ແກ້ວ ຈຶ່ງ​ໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດ ແລ້ວສົ່ງໄປທີ່ໂຮງໝໍແຂວງ ບໍ່ແກ້ວ ເພື່ອລໍຖ້າຍາດພີ່ນ້ອງມານຳເອົາສົບ ໄປທຳພິທີທາງສາສະໜາ.

ແຫຼ່ງຂໍ້ມູນ: ຫນັງສືພິມແຂວງບໍ່ແກ້ວ

error: Content is protected !!