ບຸນອອກພັນສາປະວໍຣະນາ ຢູ່ ນະຄອນຫລວງພະບາງ ປີນີ້ ຈະຈັດເຕັມຮູບແບບອີກຄັ້ງ

ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມຮີດ ຄອງປະເພນີອັນດີງາມຂອງຊາວຫລວງພະບາງ ເມືອງມໍລະດົກໂລກ ແລະ ແຈ້ງການຂອງຫ້ອງວ່າການແຂວງຫລວງພະບາງ ກ່ຽວກັບການສະເຫລີມສະຫລອງ ບຸນປະເພນີອອກພັນສາປະວໍລະນາ ທີ່ຫລວງພະບາງ ປະຈໍາປີ ພສ 2565 ຄສ 2022. ອົງການປົກຄອງນະຄອນ ຫລວງພະບາງ ຈະໄດ້ຈັດງານບຸນໃນລັກສະນະເຕັມຮູບແບບ ຖືກຕ້ອງຕາມຮີດ ຄອງປະເພນີທຸກປະການ ເນື່ອງຈາກໃນໄລຍະສອງປີທີ່ຜ່ານມາ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ຈິ່ງບໍ່ສາມາດຈັດງານເຕັມຮູບແບບໄດ້, ເຮັດພຽງແຕ່ພິທີຂອບໄຂ່ວຕາມສະຖານທີ່ສັກສິດເທົ່ານັ້ນ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພະບາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 26 ກັນຍາ 2022 ນີ້ວ່າ: ໃນປີນີ້, ລັດຖະບານໄດ້ອະນຸຍາດໃຫ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ. ສະນັ້ນ, ການນຳຂອງແຂວງ ຈຶ່ງໄດ້ຕົກລົງໃຫ້ນະຄອນ ຫລວງພະບາງຈັດງານບຸນອອກພັນສາປະວໍລະນາ-ບຸນໄຫຼເຮືອໄຟ ແລະ ບຸນນະມັດສະການພະ ທາດຈອມສີ ເຊິ່ງການກະກຽມງານດັ່ງກ່າວ, ມາຮອດປັດຈຸບັນ ໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບ ແຕ່ລະໜ້າວຽກ, ທັງໄດ້ມີການຊຸກຍູ້ ໃຫ້ທຸກອານຸກໍາມະການ ເຄື່ອນໄຫວກະກຽມວຽກງານຂອງຕົນຢ່າງຕັ້ງໜ້າ, ສະເພາະການປະກວດເຮືອໄຟງາມປະຈໍາປີ ພສ 2565, ຄສ 2022 ນີ້, ຄາດວ່າຈະມີເຮືອໄຟເຂົ້າຮ່ວມປະກວດປະມານ 35 ລໍາ, ທີ່ມາຈາກບັນດາກຸ່ມບ້ານ, ສະຖາບັນສຶກສາ ແລະ ພາກສ່ວນທຸລະກິດ ພາຍໃນນະຄອນ ຫລວງພະບາງ.

ທ່ານ ວຽງທອງ ຫັດສະຈັນ ຍັງໃຫ້ຮູ້ອີກວ່າ: ສຳລັບລາຍການເຄື່ອນໄຫວບຸນ ຈະມີກິດຈະກຳເລີ່ມແຕ່ ວັນທີ 6-11 ຕຸລາ 2022 ເຊິ່ງຕິດພັນກັບກິດຈະກໍາ ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫລວງພະບາງ, ໃນນັ້ນ ຈະມີການປະກວດໂຄມໄຟຢູ່ທີ່ວັດໃໝ່; ແຫ່ງຂະບວນໂຄມໄຟ ແຕ່ວັດໃໝ່ ຫາເຮືອນຈັນ ແລະ ງານວາງສະແດງ, ຈຳໜ່າຍສິນຄ້າຫັດຖະກຳພື້ນເມືອງລາວ ຢູ່ເຮືອນຈັນ; ທ່ຽວຊົມກິດຈະກຳ ຊີມກາເຟບ້ານເຮົາ ຢູ່ທີ່ສູນພາສາຝຣັ່ງ (ບ້ານວັດໜອງ ນະຄອນ ຫລວງພະບາງ); ກິດຈະກຳແລນມາລະທອນເພື່ອໂຮງໝໍເພືອນລາວ, ຫ້າງຫາກະກຽມປະດັບປະດາຕົບແຕ່ງສະຖານທີ່ ພະທາດຈອມສີພະສົງ-ສາມະເນນ ແລະ ປະຊາຊົນບັນດາເຜົ່າ ທຳພິທີທາງສາສະໜາ; ປະກວດເຂົ້າໜົມພື້ນເມືອງລາວ ແລະ ປະກວດຊຸດລາວຍ້ອນຍຸກ ຢູ່ທີ່ເຮືອນຈັນ; ຊົມຄວາມງົດງາມໄຟແສງສີ ຂອງການໄຕ້ປະທີບ(ໂຄມໄຟ) ຕາມວັດວາອາຣາມພາຍໃນນະຄອນ ຫລວງພະບາງ; ພິທີໃສ່ບາດຕາມວັດແຫ່ງຕ່າງໆ ທີ່ມີເງື່ອນໄຂ; ພິທີໄຫລເຮືອໄຟ ຕາມຮີດຄອງປະເພນີ ຈາກນັ້ນຊົມຄວາມສວຍງາມຂອງ ຂະບວນເຮືອໄຟແຕ່ລະພາກສ່ວນ ແຫ່ໄປຕາມເສັ້ນທາງສີສະຫວ່າງວົງ ຈົນເຖິງທ່ານໍ້າຂອງວັດຊຽງທອງ ແລະ ເຄື່ອນເຮືອໄຟລົງນໍ້າຕາມລໍາດັບ.

error: Content is protected !!