ເສດຖະກິດ​ ແຂວງ​ ຈຳປາສັກ ໄດ້ຮັບ ການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນ

ແຫລ່ງຂ່າວຈາກ ແຂວງ​ ຈໍາປາສັກ ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີ 2022 ນີ້, ເສດຖະກິດພາຍໃນແຂວງຈໍາປາສັກ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ປະຕິບັດໄດ້ 12,​839 ກວ່າຕື້ກີບ, ທຽບໃສ່ແຜນປີປະຕິບັດໄດ້ 54%, ສະເລັ່ຍຕໍ່ຄົນໄດ້ 1,​342 ໂດລາ ຫລື ເທົ່າກັບ 16.​68 ລ້ານກີບຕໍ່ຄົນ, ໂຄງປະກອບເສດຖະກິດ ຂະແໜງກະສິກຳ-ປ່າໄມ້ ກວມ 30.​33%, ຂະແໜງ ອຸດສາຫະກຳ ກວມ 28.​69% ແລະ ຂະແໜງບໍລິການ ກວມ 40.​98% ຂອງ GDP.
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງ​ ຈຳປາສັກ ໄດ້ລາຍງານຕໍ່ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ໃນວັນທີ 23 ກັນຍາ 2022 ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ,ການຄວບຄຸມປ້ອງກັນພະຍາດໂຄວິດ-19, ການແກ້ໄຂບັນຫາເງິນເຟີ້, ການຜະລິດສິນຄ້າສົ່ງອອກ, ການຄຸ້ມຄອງຮ້ານແລກປ່ຽນ ແລະ ອັດຕາແລກປ່ຽນ, ການຄຸ້ມຄອງລາຍຈ່າຍ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສະພາບການເກັບລາຍຮັບເຂົ້າງົບປະມານ ແລະ ອື່ນໆ.
ໃນປີ 2022 ນີ້, ແຂວງ​ ຈໍາປາສັກ ໄດ້ວາງຄາດໝາຍຕົວເລກເສດຖະກິດມະຫາພາກ ຄື: ສ້າງມູນຄ່າລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 23,​670 ຕື້ກວ່າກີບ, ອັດຕາການຂະຫຍາຍຕົວເສດຖະກິດສະເລ່ຍ ໃຫ້ເພີ່ມຂຶ້ນ 4.​51%, ລາຍຮັບສະເລ່ຍຕໍ່ພົນລະເມືອງໃຫ້ບັນລຸ 3,​134 ໂດລາ; ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນ 6 ເດືອນ ຕົ້ນປີ 2022 ເສດຖະກິດຂອງແຂວງ ໄດ້ຮັບການພັດທະນາຂະຫຍາຍຕົວດີຂຶ້ນ ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 12,​839 ກວ່າຕື້ກີບ, ທຽບໃສ່ແຜນປີປະຕິບັດໄດ້ 54%, ສະເລ່ຍຕໍ່ຄົນໄດ້ 1,​342 ໂດລາ ຫລື ເທົ່າກັບ 16.​68 ລ້ານກີບຕໍ່ຄົນ.
ຂ່າວ: ເກດສະໜາ

error: Content is protected !!