ຍີ່ປຸ່ນ ປະກາດເປີດປະເທດຢ່າງເຕັມຮູບແບບ ຕັ້ງແຕ່ວັນ​ທີ 11 ຕຸລາ ນີ້

ຕາມ​ຂ່າວ​ຈາກ​ ໂຕ​ກຽວ​,ວັນ​ທີ 23 ​ກັນຍາ​ນີ້, ຍີ່ປຸ່ນ​ ຈະ​ຍົກ​ເລີກ​ມາດ​ຕະການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ແຕ່​ວັນ​ທີ 11ຕຸລາ​ນີ້​ເປັນ​ຕົ້ນ​ໄປ​ ແລະ ​ກັບ​ຄືນ​ສູ່​ການ​ເປີດ​​ແບບ​ບໍ່​ເສຍ​ຄ່າ ​ວີ​ຊ່າ ​ໃຫ້​ແກ່ 68 ປະ​ເທດ ​ແລະ ​ເຂດ​ແຄ້ວນ​ຈາກ​ທົ່ວ​ໂລກລວມທັງ ປະເທດ ໄທ ​ເພື່ອ​ຟື້ນ​ຟູ​ອຸດສາຫະກຳ ທ່ອງທ່ຽວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19.

ພາຍຫລັງ ທ່ານ ຟູ​ມິ​ໂອະ ຄີ​ຊິ​ດະ,ນາຍົກ ລັດຖະມົນຕີ ຍີ່ປຸ່ນ ຖະ​ແຫລ​ງວ່າ: ຍີ່ປຸ່ນ ຈະ​ເປີດ​ ປະ​ເທດ​ ຕ້ອນຮັບ​ ນັກ​ເດີນທາງ​ ຈາກ​ທົ່ວ​ໂລກ ​ແລະ ຈະ​ກັບ​ໄປ​ຍົກ​ເວັ້ນ ວີ​ຊ່າ ​ໃຫ້​ແກ່​ ນັກ​ເດີນທາງ ຈາກ​ປະ​ເທດ ​ທີ່​ໄດ້​ຮັບ​ສະຖານະ​ ດັ່ງກ່າວ ລວມທັງ​ຍົກ​ເລີກ​ໂຄງ​ການ ​ໃຊ້​ມາດ​ຕະການ​ ຈໍາກັດ​ ຈໍານວນ ຜູ້​ເດີນທາງ​ ເຂົ້າປະ​ເທດ​ ລາຍ​ວັນ ​ເຊັ່ນ​ກັນ. ນອກ​ນີ້ ຍີ່ປຸ່ນ ຈະ​ອອກ​ ນະ​ໂຍບາຍ ທີ່​ເປັນ​ສ່ວນ​ຫລຸດ ​ການທ່ອງທ່ຽວ ​ໃນ​ປະ​ເທດ​ ອີກ​ດ້ວຍ.ສຳລັບ​ ຍີ່ປຸ່ນ ອະນຸຍາດ ​ໃຫ້​ນັກ​ເດີນທາງ ​ຈາກ 68ປະ​ເທດ ​ແລະ ​ເຂດ​ແຄ້ວນ ທົ່​ວໂລກ ​ເຊັ່ນ ສ.ອາ​ເມ​ຣິ​ກາ, ສິງກະ​ໂປ,​ໄທ ​ແລະ ປະ​ເທດ​ອື່ນໆ​ ​ເດີນທາງ ​ເຂົ້າປະ​ເທດ​ໄດ້​ ສູງ​ສຸດ 90 ວັນ ​ໂດຍ​ບໍ່​ຕ້ອງ​ຂໍ ​ແລະ ​ເສຍ​ຄ່າ​ ວີ​ຊ່າ. ຍີ່ປຸ່ນ​ມີ​ນັກ​ທ່ອງ​ທ່ຽວ​ເດີນທາງ ​ເຂົ້າປະ​ເທດ ​ເກືອບ 32ລ້ານ​ເທື່ອ​ຄົນ​ໃນ​ປີ 2019, ກ່ອນ​ທີ່​ຫລຸດ​ລົງ​​ເຫລືອ​ພຽງເປັນ 246,000 ຄົນ​ ໃນ​ປີ 2021 ຍ້ອນ ​​ໂຄ​ວິດ-19 ​ແຜ່ລະບາດ ​ຮຸນ​ແຮງ.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກດີ

error: Content is protected !!