EMA ເຕືອນ EU ຮັບມືກັບພະຍາດ ໂຄວິດ-19 ຮອບໃໝ່

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ກັນຍາທີ່ຜ່ານມານີ້, ອົງການການຢາ ຢູໂຣບ (EMA) ຊຶ່ງເປັນໜ່ວຍງານດ້ານສາທາລະນະສຸກຂອງສະຫະພາບ ຢູໂຣບ (EU) ໄດ້ເປີດເຜີຍວ່າ ເຖິງແມ່ນວ່າ ຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ໃນ ຢູໂຣບ  ປັບຕົວຫຼຸດລົງ ແຕ່ການແຜ່ລະບາດໃຫຍ່ຍັງບໍ່ທັນສິ້ນສຸດ ພ້ອມທັງກ່າວເຕືອນໃຫ້ປະເທດຕ່າງໆກຽມຮັບມືກັບການແຜ່ລະບາດຮອບໃໝ່.

ທ່ານ ມາໂກ ຄາວາເລຣີ ຫົວໜ້າຝ່າຍການປ້ອງກັນສຸຂະພາບ ແລະ ຍຸດທະສາດດ້ານວັກຊິນຂອງ EMA ກ່າວວ່າ ໂດຍອີງຕາມຂໍ້ມູນໃນໄລຍະອາທິດທີ່ຜ່ານມາພົບວ່າ ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກພະຍາດ ໂຄວິດ-19 ໃນ ຢູໂຣບ ປັບຕົວຫຼຸດລົງ. ເຖິງຢ່າງໃດກໍຕາມ, ຄວນກຽມພ້ອມຮັບມືສຳລັບການແຜ່ລະບາດຮອບໃໝ່ໃນໄລຍະລະໃບໄມ້ຫຼົ່ນທີ່ຈະມາເຖິງນີ້ ໂດຍສະຖານະການດັ່ງກ່າວເຄີຍເກີດຂຶ້ນໃນໄລຍະສອງປີທີ່ຜ່ານມາ ແລະ ມີທ່າອ່ຽງທີ່ຈະກັບມາອີກໃນປີນີ້ ພ້ອມທັງກ່າວເນັ້ນເຖິງຄວາມສຳຄັນຂອງການກວດຫາເຊື້ອພະຍາດໂຄວິດ-19 ສາຍພັນໃໝ່.

ຄະນະກຳມະການການປະເມີນຢາ ເພື່ອການໃຊ້ງານຂອງມະນຸດ (CHMP) ຊຶ່ງເປັນໜ່ວຍງານຂອງ EMA ໄດ້ແນະນໍາໃຫ້ມີການອະນຸມັດໃຊ້ວັກຊິນຊະນິດປັບສູດໃໝ່ ຊຶ່ງສາມາດສະກັດເຊື້ອພະຍາດໂອໄມຄຣອນສາຍພັນຍ່ອຍ BA.4 ແລະ BA.5 ນອກເໜືອໄປຈາກວັກຊິນໂຄວິດ-19 ທີ່ມີຢູ່ເດີມ. ທ່ານ ຄາວາເລຣີ ກ່າວວ່າ ເຊື້ອພະຍາດໂອໄມຄຣອນສາຍພັນຍ່ອຍ BA.5 ຍັງຄົງເປັນສາຍພັນຫຼັກໃນ ຢູໂຣບ ຂະນະດຽວກັນພວກເຮົາຕ້ອງຕື່ນຕົວກັບສາຍພັນອື່ນໆດ້ວຍເຊັ່ນ: ສາຍພັນ BA.4.6 ທີ່ກຳລັງແຜ່ກະຈາຍ ຢ່າງວ່ອງໄວໃນອາເມຣິກາ ແລະ ກວດພົບແລ້ວໃນ ຢູໂຣບ ແລະ ອີກສາຍພັນທີ່ໜ້າເປັນຫ່ວງຄືສາຍພັນ BA.2.75.

CHMP ຊຶ່ງເປັນໜ່ວຍງານຂອງ EMA ໄດ້ແນະນໍາໃຫ້ມີການອະນຸມັດໃຊ້ວັກຊິນຊະນິດປັບສູດ ໃໝ່ ຊຶ່ງສາມາດສະກັດເຊື້ອພະຍາດໂອໄມຄຣອນສາຍພັນຍ່ອຍ BA.4 ແລະ BA.5 ນອກເໜືອໄປຈາກວັກຊິນ ໂຄວິດ-19 ທີ່ມີຢູ່ເດີມ.

error: Content is protected !!