ລົງຕິດຕາມໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V

ໃນວັນທີ 21 ກັນຍາ ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຄະນະກໍາມະການຊີ້ນໍາລວມ ພິທີວາງສີລາລືກເປີດການກໍ່ສ້າງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ພ້ອມຄະນະ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງຂົວດັ່ງກ່າວ ທີ່ແຂວງບໍລິຄໍາໄຊ ເພື່ອກະກຽມໃຫ້ແກ່ພິທີວາງສີລາລຶກໂຄງການດັ່ງກ່າວ ທີ່ຈະມີຂຶ້ນໃນມໍ່ໆນີ້.

ທ່ານ ລິດຕາ ຂັດທິຍະ ຫົວໜ້າກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນ ສົ່ງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ມີຄວາມຄືບໜ້າຫລາຍສົມຄວນ ແລະ ບາງໜ້າວຽກກໍ່ເຮັດສໍາເລັດລື່ນຄາດໝາຍ, ມາຮອດປັດຈຸບັນ, ການກໍ່ສ້າງຢູ່ເບື້ອງລາວ ແມ່ນສໍາເລັດແລ້ວຫລາຍກວ່າ 50% ພາຍ ຫລັງໄດ້ເລີ່ມດໍາເນີນການກໍ່ສ້າງນັບແຕ່ເດືອນມັງກອນ 2021 ເປັນຕົ້ນມາ ແລະ ຄາດວ່າຈະໃຫ້ສໍາເລັດ ໃນປີ 2024.

ໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິທູນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບ ຜິດຊອບ ທີ່ສາມາດຈັດຕັ້ງປະຕິບັດໂຄງການ ໃຫ້ສໍາເລັດຕາມຄາດໝາຍເປັນກ້າວໆມາ, ພາຍຫລັງສໍາເລັດໂຄງການ ແລະ ເປີດການນໍາໃຊ້ຢ່າງເປັນທາງການ ກໍຈະເປັນທ່າແຮງອັນໃໝ່ໃນການກະຕຸກຊຸກຍູ້ເສດຖະກິດໂດຍລວມຂອງ ສປປ ລາວ ກໍຄື ຊຸກຍູ້ການຍົກລະດັບການພົວພັນ ແລະ ຮ່ວມມືເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ຂອງສອງປະເທດ ລາວ-ໄທ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ສືບຕໍ່ກະກຽມຄວາມພ້ອມໃນວຽກງານດ້ານຕ່າງໆ ໃຫ້ແກ່ການຈັດພິທີວາງສີລາລຶກໂຄງການດັ່ງກ່າວ, ຄາດວ່າຈະຈັດຂຶ້ນໃນທ້າຍເດືອນຕຸລາ 2022 ທີ່ຈະມາເຖິງນີ້ ໂດຍສະເພາະແມ່ນ ກະກຽມວາລະຕ່າງໆຂອງພິທີ, ດ້ານພິທີການ, ສະຖານທີ່ ແລະ ການປ້ອງກັນຄວາມສະຫງົບ.

ຂໍ້ມູນຂ່າວ-ພາບ: ກຕທ

error: Content is protected !!