ຜົນການຄົ້ນຄວ້າລະບຸວ່າ ທົ່ວໂລກມີມົດຢ່າງໜ້ອຍ 20,000 ລ້ານໆໂຕ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ກັນຍາທີ່ຜ່ານມານີ້, ວາລະສານການດຳເນີນງານຂອງສະພາວິທະຍາສາດແຫ່ງຊາດ (PNAS) ໄດ້ເປີດເຜີຍຜົນການສຶກສາຄົ້ນຄ້ວາສະບັບຫຼ້າສຸດລະບຸວ່າ ທົ່ວໂລກມີມົດຢ່າງໜ້ອຍ 20,000 ລ້ານໆໂຕ ເຖິງແມ່ນວ່າໂຕເລກທີ່ໜ້າກັງວົນໃຈຂອງການມີປະຊາກອນແມງໄມ້ທັງໝົດ ຊຶ່ງເປັນສ່ວນສຳຄັນຂອງລະບົບນິເວດທົ່ວໂລກຍັງມີທ່າອ່ຽງທີ່ຈະຕ່ຳກວ່າຈຳນວນທີ່ແນ່ນອນຫຼາຍ.

ໂດຍການລະບຸຈຳນວນປະຊາກອນມົດທົ່ວໂລກມີຄວາມສຳຄັນຕໍ່ການວັດແທກຜົນທີ່ຕາມມາຂອງການປ່ຽນທີ່ຢູ່ອາໄສຂອງພວກມັນ ຊຶ່ງລວມໄປເຖິງຜົນກະທົບຈາກການປ່ຽນແປງສະພາບອາກາດດ້ວຍ. ເຖິງແມ່ນວ່າຜົນການຄົ້ນຄ້ວາບາງສະບັບຈະພະຍາຍາມປະເມີນປະຊາກອນມົດທົ່ວໂລກແລ້ວ ແຕ່ຜົນລັບທີ່ໄດ້ນັ້ນມີຈຳນວນໜ້ອຍກວ່າ 20.000 ລ້ານໆໂຕ ຊຶ່ງສຳລັບຄວາມພະຍາຍາມຄັ້ງໃໝ່ນີ້ທີ່ໄດ້ຮັບການເຜີຍແຜ່ລົງໃນວາລະສານ PNAS ໂດຍກຸ່ມນັກວິໄຈໄດ້ວິເຄາະຜົນການສຶກສາຄົ້ນຄ້ວາເຖິງ 465 ສະບັບ ຊຶ່ງວັດແທກຈຳນວນມົດໃນພື້ນທີ່. ແນວໃດກໍຕາມ, ເຖິງແມ່ນວ່າການສຳຫຼວດຈະດຳເນີນການໃນທຸກທະວີບ ແຕ່ພາກພື້ນສຳຄັນບາງແຫ່ງມີຂໍ້ມູນພຽງເລັກນ້ອຍຫຼືບໍ່ກໍບໍ່ມີເລີຍເຊັ່ນ: ອາຟຣິກາກາງ ແລະ ເອເຊຍ. ນັ້ນຈຶ່ງເປັນເຫດຜົນທີ່ວ່າ ຄວາມອຸດົມສົມບູນທີ່ແນ່ນອນຂອງມົດທົ່ວໂລກໜ້າຈະສູງກວ່າທີ່ຄາດຄະເນໄວ້ຫຼາຍ ອີກຢ່າງໜຶ່ງມັນຍັງເປັນຄວາມສຳຄັນສູງສຸດໃນການເພີ່ມຊ່ອງວ່າງທີ່ເຫຼືອເຫຼົ່ານີ້ ເພື່ອໃຫ້ໄດ້ພາບທີ່ຄວບຄຸມຂອງຄວາມຫຼາກຫຼາຍຂອງແມງໄມ້.

ນອກຈາກນີ້, ສາຍພັນຫຼັກ ແລະ ສາຍພັນຍ່ອຍຂອງມົດທີ່ໄດ້ຮັບການຕັ້ງຊື່ຫຼາຍກວ່າ 15,700 ສາຍພັນສາມາດພົບໄດ້ທົ່ວໂລກ ແລະ ເປັນໄປໄດ້ວ່າ ອາດຈະມີຈຳນວນສາຍພັນເທົ່າກັນທີ່ຍັງບໍ່ໄດ້ຮັບການອະທິບາຍ ໂດຍອັດຕາສ່ວນ 2 ສ່ວນ 3 ຂອງໂຕເລກຂ້າງເທິງພົບໄດ້ໃນລະບົບນິເວດພຽງ 2 ປະເພດເທົ່ານັ້ນໄດ້ແກ່ ປ່າໄມ້ເຂດຮ້ອນ ແລະ ທົ່ງຫຍ້າສະວັນນາ. ນອກຈາກນີ້, ກຸ່ມນັກວິໄຈຍັງວາງແຜນທີ່ຈະສຶກສາຄົ້ນຄ້ວາດ້ານສິ່ງແວດລ້ອມທີ່ມີອິດທິພົນຕໍ່ຄວາມໜາແໜ້ນຂອງປະຊາກອນສິ່ງທີ່ມີຊີວິດໂຕນ້ອຍເຫຼົ່ານີ້ໃນອະນາຄົດອີກດ້ວຍ.

error: Content is protected !!