ລາວ ເເບ່ງປັນຄວາມຮູ້ດ້ານການສຶກສາ ເລັ່ງແກ້ໄຂວິກິດການ ດ້ານການຮຽນ

ເມື່ອບໍ່ດົນມານີ້, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ນໍາໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ອົງການອຸຍນີເຊບ ປະຈໍາ ສປປ ລາວ, ໄດ້ສໍາເລັດ ການເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ເພື່ອປຶກສາຫາລື ການແກ້ໄຂວິກິດການດ້ານການຮຽນທີ່ເກີດຈາກການລະບາດຂອງ ໂຄວິດ-19 ທີ່ນະຄອນນິວຢອກ ສະຫະ ລັດອາເມລິກາ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ມີຄຳເຫັນໃນກອງປະຊຸມບາງເນື້ອໃນສຳຄັນວ່າ: ການປົກປ້ອງ ເເລະ ຜັນຂະຫຍາຍການລົງທຶນໃນການສຶກສາກ່ອນໄວຮຽນ ເເມ່ນມີຄວາມຮີບດ່ວນຍິ່ງກວ່າທີ່ເຄີຍມີມາກ່ອນ ໃນໄລຍະການເເພ່ລະບາດຂອງພະຍາດ ໂຄວິດ-19 ເເລະ ເມື່ອພວກເຮົາພິຈາລະນາເຖິງຜົນກະທົບຂອງພະຍາດດັ່ງກ່າວ ຕໍ່ການພັດທະນາຂອງເດັກ ໂດຍສະເພາະຜູ້ທີ່ມີຄວາມສ່ຽງທີ່ສຸດ; ລັດຖະບານ ເເຫ່ງ ສປປ ລາວ ໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ການປົກປ້ອງຮັກສາສິດທິ ຕໍ່ການເຂົ້່າເຖິງການສຶກສາ ສຳລັບທຸກຄົນ ແລະ ຢືນຢັນຄືນໃໝ່ ເຖິງຄຳໝັ້ນສັນຍາຂອງລັດຖະບານ ໃນການສະໜັບສະໜູນການຟື້ນຟູການສຶກສາໃນປະເທດ.

ໃນກອງປະຊຸມ, ສປປ ລາວ ຍັງໄດ້ນຳສະເໜີການຖະແຫລ່ງການແຫ່ງຊາດວ່າດ້ວຍການຫັນປ່ຽນການສຶກສາ ເຊັ່ນດຽວກັນ ເຊິ່ງໄດ້ຮັບການພັດທະນາຂຶ້ນໂດຍຜ່ານຂະບວນການປຶກສາຫາລືຢ່າງສົມບູນແບບ, ລວມເຖິງກັບບັນດາກະຊວງ ແລະ ຄູ່ຮ່ວມພັດທະນາຕ່າງໆຈົນເຖິງ ຄູອາຈານ ແລະ ນັກຮຽນ. ພາຍຫລັງກອງປະຊຸມສຸດຍອດນີ້, ຈະໄດ້ມີການຕິດຕາມການປະຕິບັດຄຳໝັ້ນສັນຍາແຫ່ງຊາດ ຂອງບັນດາປະເທດຕ່າງໆ, ລວມເຖິງ ສປປ ລາວ ຢ່າງໃກ້ຊິດ.

ທ່ານ ນາງ ເພຍ ເຣເບລໂລ ບີຣໂຕ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈຳ ສປປ ລາວ ໄດ້ກ່າວວ່າ: ມີພຽງເເຕ່ 1 ໃນ 3 ຂອງຈໍານວນເດັກນ້ອຍໃນທົ່ວໂລກ ທີ່ສາມາດອ່ານປະໂຫຍກ ເເລະ ເຂົ້າໃຈນິທານເເບບພື້ນຖານໄດ້. ປັດຈຸບັນ, ພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ລະບົບການສຶກສາໃນທົ່ວໂລກ ເຮັດໃຫ້ເກີດມີວິກິດການດ້ານການຮຽນ ແລະ ໄດ້ສົ່ງຜົນຕໍ່ການຮຽນຮູ້ຂອງເດັກນ້ອຍຫລາຍກວ່າ 90% ຂອງໂລກ. ແນວໃດກໍຕາມການລະບາດຂອງພະຍາດ ໂຄວິດ-19 ຍັງເປັນໂອກາດສໍາລັບພວກເຮົາ ທີ່ຈະຫັນປ່ຽນການສຶກສາ ເເລະ ວິທີການສອນໄປໃນຮູບເເບບໃໝ່, ພ້ອມທັງເສີມສ້າງຄຸນນະພາບຂອງການສຶກສາສໍາລັບທຸກຄົນ.

ການສົນທະນາກອງປະຊຸມນີ້, ໄດ້ສຸມໃສ່ຫ້າຫົວຂໍ້ສໍາຄັນເຊິ່ງປະກອບມີ ໂຮງຮຽນ, ຫລັກສູດ ແລະ ການຮຽນຮູ້ຕະຫລອດຊີວິດ, ຄູອາຈານ, ການຫັນປ່ຽນການຮຽນເເບບດີຈິຕອນ ແລະ ການສະໜັບສະໜູນດ້ານການເງິນສຳລັບການສຶກສາ.

error: Content is protected !!