ດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ເກັບລາຍຮັບໄດ້ 503 ຕື້ກວ່າກີບ

ຕາມການລາຍງານຈາກ ທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ໃຫ້ຮູ້ວ່າ: ແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ ສົກປີ 2022 ແມ່ນຈະໃຫ້ໄດ້ທັງໝົດ 796 ຕື້ກີບ ໃນນັ້ນ, ຈະໃຫ້ໄດ້ຈາກດ່ານພາສີສາກົນວັງເຕົ່າ 581 ຕື້ກີບ ແລະ ຫ້ອງການພາສີປະຈໍາທ່າບົກວັງເຕົ່າ 215 ຕື້ກີບ, ແຕ່ມາໃນໄລຍະ 8 ເດືອນປີ 2022 ສາມາດເກັບລາຍຮັບໄດ້ 503 ຕື້ກວ່າກີບເທົ່າກັບ 63.27% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 44 ຕື້ກວ່າກີບ, ເທົ່າກັບ 9.65%.

ສຳລັບລາຍຮັບທີ່ພົ້ນເດັ່ນຫລາຍກວ່າໝູ່ ແມ່ນໄດ້ຈາກນໍ້າມັນເຊື້ອໄຟ ກວມເອົາ 37.85%, ຄ່າທໍານຽມຄັງເເຮນໍ້າມັນເຊື້ອໄຟ ກວມເອົາ 20.57% ຖັດລົງມາແມ່ນເຄື່ອງອຸປະໂພກ-ບໍລິໂພກ ກວມ 6.81%, ສິນຄ້ານໍາເຂົ້າ ເພື່ອສົ່ງອອກ ກວມ 3.36%, ພາຫະ ນະ ກວມ 0.62%, ຄ່າທໍານຽມຄົນ ແລະ ພາຫະນະເຂົ້າ-ອອກດ່ານ ກວມເອົາ 0.74%. ນອກຈາກການຈັດເກັບລາຍຮັບຕາມປົກກະຕິແລ້ວ ດ່ານພາສີສາກົນວັງເຕົ່າ ຍັງມີລາຍຮັບທີ່ຕ້ອງໄດ້ເພີ່ມຕື່ມຈາກ ບໍລິສັດທີ່ໄດ້ຮັບຄວາມສະດວກ ໃນການເລື່ອນຊໍາລະອາກອນຊົມໃຊ້, ອາກອນມູນຄ່າເພີ່ມ ຈາກການນໍາເຂົ້າສິນຄ້າ, ເຄື່ອງຂອງ ແລະ ນໍ້າມັນເຊື້ອໄຟໃນ 6 ເດືອນຕົ້ນປີ 2022 ຈໍານວນ 131 ຕື້ກວ່າກີບ.

ທ່ານ ແກ້ວອຸດອນ ພາລີຈັນ ຍັງໃຫ້ຮູ້ອີກວ່າ: ສາເຫດທີ່ພາໃຫ້ການຈັດເກັບລາຍຮັບໄດ້ເກີນແຜນ ຍ້ອນພວກເຮົາມີກົດໝາຍພາສີ, ກົດໝາຍຂອງຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ບັນດານິຕິກໍາລຸ່ມກົດໝາຍ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະ ເພາະ, ມີເຄື່ອງມືທີ່ທັນສະໄໝນຳໃຊ້ເຂົ້າໃນການບໍລິການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ (Asycuda), ການກວດກາສິນຄ້າ, ເຄື່ອງຂອງເຂົ້າ-ອອກ ຜ່ານດ່ານດ້ວຍລະບົບສາຍແສງ(Scanner), ນໍາໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມ ຢາມ, ພາຫະນະຂົນສົ່ງສິນຄ້າ, ຕູ້ບັນທຸກສິນຄ້າ (ຕູ້ຄອນເທນເນີ) ດ້ວຍລະບົບເອເລັກໂຕຣນິກ ທີ່ສຳຄັນຄື ຜູ້ປະກອບການຈິງໃຈເສຍພາສີຕາມລະບຽບການ.

ສໍາລັບທິດທາງຈຸດສຸມ ໃນ 4 ເດືອນທ້າຍປີ 2022 ນັ້ນ, ຈະສູ້ຊົນຈັດຕັ້ງປະຕິບັດການຈັດເກັບລາຍຮັບມອບເຂົ້າງົບປະມານ ໃຫ້ໄດ້ຕາມແຜນການທີ່ການຈັດຕັ້ງມອບໝາຍ ຄື: 295 ຕື້ກີບ, ໃນນັ້ນ ດ່ານພາສີສາກົນວັງເຕົ່າ ຈະສູ້ຊົນປະຕິບັດຈັດເກັບລາຍຮັບໃຫ້ໄດ້ 175 ຕື້ກີບ, ກວມ 30.12% ຂອງແຜນປີ; ຫ້ອງການພາສີປະຈໍາທ່າບົກວັງເຕົ່າ ຈະສູ້ຊົນປະຕິບັດຈັດເກັບລາຍຮັບໃຫ້ໄດ້ 120 ຕື້ກີບ ກວມ 55.68% ໂດຍຈະຖືເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວພະນັກງານ ໃຫ້ໄດ້ຢ່າງທົ່ວເຖິງ; ຖືເອົາການບັງ ຄັບໃຊ້ກົດໝາຍພາສີ, ກົດໝາຍຂະແໜງການອື່ນ ລວມທັງນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມງວດ; ຕີຖອຍປະກົດການຫຍໍ້ທໍ້ ແລະ ຫາງສຽງຂອງສັງຄົມ ທີ່ມີຕໍ່ພະນັກງານເຈົ້າໜ້າທີ່ພາສີ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຫລຸດລົງເທື່ອລະກ້າວ.

ຂ່າວ: ເກດສະໜາ

 

 

 

error: Content is protected !!