ກຽມປະກາດ ນະຄອນຫລວງ ວຽງຈັນ ບໍ່ມີເມືອງທຸກຍາກພາຍໃນທ້າຍປີນີ້ !

ທ່ານ ອານຸພາບ ຕຸນາລົມ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫລວງ ວຽງຈັນ ໃຫ້ຮູ້ໃນໂອກາດຂຶ້ນລາຍງານຕໍ່ກອງປະຊຸມຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ ຈັດຂຶ້ນຢູ່ນະຄອນຫລວງ ວຽງຈັນ ເມື່ອບໍ່ດົນມານີ້ວ່າ: ເມື່ອປະເມີນຕາມດໍາ​ລັດ ສະບັບເລກທີ 348/ລບ, ລົງວັນທີ 16 ພະຈິກ 2017 ວ່າ​ດ້ວຍ​ມາດ​ຕະ​ຖານ​ພົ້​ນ​ທຸກ ແລະ ມາດ​ຕະ​ຖານ​ພັດ​ທະ​ນາ. ມາຮອດປັດຈຸບັນ, ຢູ່ນະຄອນຫລວງ ວຽງຈັນ ມີຄອບຄົວພົ້ນທຸກແລ້ວ 154,562 ຄອບຄົວ, ເທົ່າກັບ 97.23%, ຍັງບໍ່ບັນລຸ 4,402 ຄອບຄົວ, ເທົ່າກັບ 2.77%, ຄອບຄົວພັດທະນາ 142,633 ຄອບຄົວ, ເທົ່າກັບ 89.73% ຍັງບໍ່ບັນລຸ 16,631 ຄອບຄົວ, ເທົ່າກັບ 10.27%, ບ້ານພົ້ນທຸກ 478 ບ້ານ, ເທົ່າກັບ 99.38%, ຍັງບໍ່ບັນລຸ 3 ບ້ານ ເທົ່າກັບ 0.62%, ບ້ານທີ່ບັນລຸມາດຖານບ້ານພັດທະນາ 241 ບ້ານ, ເທົ່າ 50.10% ຍັງບໍ່ບັນລຸ 240 ບ້ານ, ເທົ່າກັບ 49.90%.

ສ່ວນເມືອງທີ່ປະກາດພົ້ນທຸກແລ້ວ ມີ 8 ເມືອງ, ເຮັດໃຫ້ຍັງເຫລືອພຽງ 1 ເມືອງທີ່ບໍ່ທັນໄດ້ປະກາດພົ້ນທຸກ ຄື: ເມືອງປາກງື່ມ.

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບການສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຈໍານວນ 2 ຈຸດສຸມຢູ່ ເມືອງສັງທອງ ທີ່ກໍານົດໄວ້ ແມ່ນບໍ່ສາມາດບັນລຸໄດ້ເທື່ອ ຄື: ບ້ານໃຫຍ່ນາຈະເລີນ ສາມາດປະຕິບັດໄດ້ 13 ມາດຖານ ແລະ ຍັງບໍ່ບັນລຸ 3 ມາດຖານ. ສ່ວນຈຸດບ້ານຊໍ້ ບັນລຸໄດ້ແຕ່ 7 ມາດຖານ ແລະ ຍັງບໍ່ບັນລຸ 9 ມາດຖານ.

ຢ່າງໃດກໍຕາມ ສໍາລັບ 1 ເມືອງຂອງນະຄອນຫລວງວຽງຈັນ ຄື: ເມືອງ ປາກງື່ມ ທີ່ຍັງບໍ່ທັນໄດ້ປະກາດເປັນເມືອງພົ້ນທຸກນັ້ນ ອົງ ການປົກຄອງ ນະຄອນຫລວງ ວຽງຈັນ ກໍຄື ທຸກຂະແໜງການທີ່ກ່ຽວຂ້ອງໄດ້ສໍາເລັດການລົງເກັບກໍາຂໍ້ມູນ ເພື່ອປະເມີນຕົວລະອຽດແລ້ວເພື່ອກຽມລາຍງານໃຫ້ລັດຖະບານຮັບຮູ້ ແລະ ຄາດວ່າພາຍໃນທ້າຍປີ 2022 ນີ້ ຈະໄດ້ປະກາດ ເມືອງດັ່ງກ່າວເປັນເມືອງພົ້ນທຸກຢ່າງເປັນທາງການ ເຊີ່ງຈະເຮັດໃຫ້ນະຄອນຫລວງ ວຽງຈັນ ບໍ່ມີເມືອງທຸກຍາກອີກແລ້ວ.

ຂໍ້ມູນຈາກ: FM 90

error: Content is protected !!