ສາເຫດລົດຕຳ 7 ຄັນຊ້ອນ ຢູ່ 4 ແຍກໄຟແດງທາດຫຼວງ ຍ້ອນຜູ້ກ່ຽວມີອາການມຶນເມົາ

ທ່ານ ພັທ ອຳພອນ ຄຳອຸ່ນທອນ ຮອງພະແນກຊີ້ນຳ ຈາລະຈອນ ເມືອງ ໄຊເສດຖາ ໄດ້ໃຫ້ສຳພາດ ວັນທີ 19 ກັນຍາ 2022 ຜ່ານມານີ້ວ່າ: ເວລາ 15:00 ໂມງ ຂອງວັນທີ 16 ກັນຍາ 2022 ທີ່ຜ່ານມາ ເກີດອຸບັດເຫດລົດຕຳ 7 ຄັນຊ້ອນ ຢູ່ 4 ແຍກໄຟອຳນາດ ທາດຫລວງ ເມືອງ ໄຊເສດຖາ ນະຄອນຫລວງ ວຽງຈັນ ໃນນັ້ນ ເປັນລົດຈັກ 5 ຄັນ ແລະ ລົດໃຫຍ່ 2 ຄັນ. ຕົ້ນເຫດຂອງອຸບັດເຫດແມ່ນລົດຈິບຟໍຈູນເນີ ທີ່ ຂັບຂີ່ມາແຕ່ທາດຫລວງ ພໍຮອດຈຸດເກີດເຫດຜູ້ກ່ຽວ ບໍ່ໄດ້ເບິ່ງໄຟອຳນາດ ວ່າເປັນສີແດງ ເຮັດໃຫ້ຕຳເອົາ ລົດຈັກຈອດຢູ່ໄຟແດງ 5 ຄັນ ແລ້ວໄປຕຳເອົາລົດ ໃຫຍ່ອີກ 2 ຄັນ ທີ່ພວມແລ່ນຜ່ານໄຟຂຽວ ຈາກ ເສັ້ນທາງເບື້ອງມາແຕ່ໄອເຕັກ. ເຮັດໃຫ້ພາຫະນະເພ່ ເປ, ຄົນໄດ້ຮັບບາດເຈັບເລັກໜ້ອຍ.

ການການສືບສວນເບື້ອງຕົ້ນພົບວ່າ ສາເຫດຂອງ ການເກີດອຸບັດເຫດຄັ້ງນີ້ແມ່ນຜູ້ຂັບຂີ່ລົດຟໍຈູນເນີມີ ອາການມຶນເມົາຈາກການດື່ມສິ່ງມຶນເມົາ ສ່ວນ ຜົນເສຍຫາຍທີ່ເກີດຂຶ້ນຜູ້ກ່ຽວຍອມຮັບຜິດຊອບ ສ້ອມແປງ ແລະ ປິ່ນປົວຄູ່ກໍລະນີທັງໝົດ.

ຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ

error: Content is protected !!