ນະຄອນໄກສອນ ພົມວິຫານ ເປີດຂະບວນການເກັບຄ່າທໍານຽມທາງ ປະຈຳປີ 2022

ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 16 ກັນຍາ ຜ່ານມາ, ສ່ວຍສາອາກອນປະຈຳ ນະຄອນ ໄກສອນ ພົມວິຫານ ສົມທົບກັບເຈົ້າໜ້າທີ່ພະແນກຕຳຫລວດຈາລະຈອນ ແລະ ຫ້ອງການ ຍທຂ ນະຄອນ ໄກສອນ ພົມວິຫານ ລົງເຄື່ອນໄຫວກວດກາ, ຕັ້ງຈຸດເສຍຄ່າທຳນຽມທາງ ປະຈຳປີ 2022 ຢູ່ທີ່ຈຸດທາງເຂົ້າອອກເທສະບານນະຄອນ ເຂດບ້ານດອນເຊັງ ໂດຍມີ ທ່ານ ສົມໜາຍ ສົງວິໄລ ຮອງເຈົ້ານະຄອນໄກສອນ ພົມວິຫານ, ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ, ທ່ານ ວົງພະຈັນ ພັນທະວົງ ຫົວໜ້າສ່ວຍສາອາກອນປະຈໍາ ນະຄອນ ໄກສອນ ພົມວິຫານ, ພ້ອມຄະນະ ລົງຕິດຕາມຊຸກຍູ້ເສຍຄ່າທຳນຽມ. ທັງນີ້ ກໍເພື່ອເປັນການບຸກລະດົມ, ກະຕຸກຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ທີ່ໃຊ້ລົດໃຊ້ຖະໜົນ ພ້ອມກັນມາເສຍຄ່າທຳນຽມທາງປະຈຳປີ, ໃຫ້ຖືກຕ້ອງຄົບຖ້ວນ.

ທ່ານ ສົມໜາຍ ສົງວິໄລ ໄດ້ໃຫ້ຮູ້ວ່າ: ການເປີດ ຂະບວນການເສຍຄ່າທຳນຽມທາງໃນຄັ້ງນີ້, ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ລັດຖະບັນຍັດຂອງປະທານປະ ເທດ ສະບັບເລກທີ 001/ປປທ, ວ່າດ້ວຍຄ່າທຳນຽມທາງ ແລະ ປະຕິບັດຕາມແຈ້ງການຂອງລັດຖະມົນກະຊວງການເງິນ ສະບັບເລກທີ 0951/ກງ, ວ່າດ້ວຍເສຍຄ່າທຳນຽມທາງປະຈໍາປີ 2022, ທັງນີ້ ກໍເພື່ອສຸມໃສ່ປະຕິບັດຜັນຂະຫຍາຍວ່າລະແຫ່ງຊາດ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄື ແຜນງົບມານແຫ່ງລັດ ໃຫ້ບັນລຸຕາມລະດັບຄາດໜາຍ, ທັງເປັນການສືບຕໍ່ເຮັດໜ້າທີ່ປຸກລະດົມ ຊຸກຍູ້ໃຫ້ບັນດາບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ວິສາຫະກິດລວມໝູ່ ແລະຜູ້ປະກອບການ, ທະຫານ, ຕຳຫລວດ ຕະຫລອດຮອດປະຊາຊົນພາຍໃນ ນະຄອນ ໄກສອນ ພົມວິຫານ ໃຫ້ມີຄວາມຕື່ນຕົວ ແລະ ຈິງໃຈປະກອບສ່ວນປະຕິບັດພັນທະຂອງຕົນ ໃນການເສຍຄ່າທຳນຽມທາງ ຢ່າງເປັນຂະບວນການກ້ວາງຂວາງ ແລະ ຄົບຖ້ວນຖືກຕ້ອງ ໂດຍຜ່ານລະບົບທະນາຄານ ແລະ ຊ່ອງບໍລິ ການຕ່າງໆ.

ນອກນັ້ນ, ຍັງສາມາດຊຳລະຜ່ານ ບີຊີອີແອວວັນ ທາງມືຖືດ້ວຍຕົນເອງ ຫລື ຊຳລະນຳໜ່ວຍງານບໍລິການ ຂອງສ່ວຍສາອາກອນປະຈຳນະຄອນ ເຊິ່ງຈະໄດ້ລົງເຄື່ອນໄຫວນຳບ້ານ ແລະ ບັນດາກຸ່ມບ້ານພາຍໃນນະຄອນ ເຊິ່ງການເສຍຄ່າທຳນຽມທາງ ແມ່ນເລີ່ມແຕ່ເດືອນມັງກອນ ຫາເດືອນ ມີນາຂອງທຸກໆປີ ແລະ ຖ້າຫາກກາຍກຳນົດແມ່ນຈະໄດ້ຖືກປັບໃໜ. ທັງນີ້, ກໍເພື່ອຮັບປະກັນເຮັດໃຫ້ການຈັດເກັບລາຍຮັບຂອງ ນະຄອນ ໄກສອນ ພົມວິຫານ ໃນປີ 2022 ໃຫ້ເປັນຂະບວນການຟົດຟື້ນ ແລະ ສາມາດບັນລຸຕາມຕົວເລກຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ນະຄອນ ໄກສອນ ພົມວິຫານ.

error: Content is protected !!