ງານສະບາຍດີ ຫລວງພະບາງເຟສ ສົ່ງເສີມຫົວໜ່ວຍທຸລະກິດໃນ ລາວ ຫັນໄປສູ່ຄວາມຍືນຍົງ

ງານ “ສະບາຍດີ ຫລວງພະບາງເຟສ (SabaideeLuang Prang Fest) ຈະຈັດຂຶ້ນໃນລະຫວ່າງ ວັນທີ 6-12 ຕຸລາ 2022 ທີ່ຈະມາເຖິງນີ້, ຢູ່ແຂວງ ຫລວງພະບາງ ເຊິ່ງເປັນຄັ້ງທຳອິດ ຈັດຂຶ້ນເພື່ອຊຸກຍູ້, ສົ່ງເສີມບັນດາຫົວໜ່ວຍທຸລະກິດ ກໍຄືທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມໂຍງເຂົ້າສູ່ຕະຫລາດ, ເພື່ອໃຫ້ສາມາດແຂ່ງຂັນໃນຕະຫລາດພາຍໃນ ແລະ ຕະຫລາດສາກົນໄດ້ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງເຊິ່ງໂຄງການດັ່ງກ່າວ, ເປັນໂຄງການທີ່ຢູ່ພາຍໃຕ້ກະຊວງອຸດສາຫະກໍາ ແລະ ການຄ້າ.

ພິທີຖະແຫລງຂ່າວກ່ຽວກັບການຈັດການດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2022 ນີ້, ຢູ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ນະຄອນຫລວງ ວຽງຈັນ ເຊິ່ງ ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ງານ “ສະບາຍດີ ຫລວງພະບາງເຟສ” ຈັດຂຶ້ນໃນໄລຍະບຸນອອກພັນສາປະວໍລະນາ, ມີຈຸດປະສົງເພື່ອຊຸກຍູ້, ສົ່ງເສີມ ແລະ ສະໜັບສະໜູນໃຫ້ບັນດາຫົວໜ່ວຍທຸລະກິດ ໃນ ສປປ ລາວ ໄດ້ຮັບການຫັນໄປສູ່ການດໍາເນີນທຸລະກິດແບບຍືນຍົງ ເຊິ່ງເຮັດໃຫ້ກຸ່ມຜູ້ບໍລິໂພກ, ຜູ້ໃຊ້ບໍລິການ ໂດຍສະເພາະແມ່ນກຸ່ມນັກທ່ອງທ່ຽວທົ່ວໄປ ແລະ ບັນດາທຸລະກິດການທ່ອງທ່ຽວທັງພາຍໃນ ແລະ ສາກົນ ໃຫ້ສາມາດຈັດຕັ້ງປະຕິບັດ ເພື່ອເຫັນໄດ້ເຖິງຜົນປະໂຫຍດ, ຄວາມສຳຄັນ ແລະ ໃຫ້ການສະໜັບສະໜູນການທ່ອງທ່ຽວແບບຍືນຍົງ ທີ່ຈະກາຍເປັນຈຸດເດັ່ນ ແລະ ຂໍ້ໄດ້ປຽບທາງທຸລະກິດຂອງບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການດຳເນີນທຸລະກິດແບບຍືນຍົງ. ພ້ອມກັນນັ້ນ, ກໍເພື່ອເປັນການກະຕຸ້ນການທ່ອງທ່ຽວພາຍໃນ ໃຫ້ຄົນພາຍໃນຊາດ ຫັນມາທ່ອງທ່ຽວພາຍໃນປະເທດໃຫ້ຫລາຍຂຶ້ນ, ທັງເປັນການສົ່ງເສີມການຫັນມາໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ນັບຫລາຍຂຶ້ນຄຽງຄູ່ກັບການຟື້ນຟູເສດຖະກິດ ຫລັງຈາກໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19, ທີ່ສຳຄັນແມ່ນເພື່ອສົ່ງເສີມບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທີ່ຕິດພັນກັບການ ທ່ອງທ່ຽວເຊັ່ນ: ບັນດາທຸລະກິດທີ່ພັກ-ໂຮງແຮມ, ບໍລິສັດທ່ອງທ່ຽວ, ບໍລິສັດຂົນສົ່ງ, ບັນດາຜູ້ສະໜອງອາຫານ ແລະ ເຄື່ອງດື່ມ, ບັນດາຫົວໜ່ວຍທຸລະກິດຫັດຖະກໍາ, ກະສິ ກຳ ທີ່ເປັນສີໄມ້ລາຍມືຂອງຄົນລາວ.

ໃນໂອກາດດຽວກັນ, ທ່ານນາງ ແວວມະນີ ດວງດາລາ ຄະນະປະຈຳສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ ຍັງໃຫ້ຮູ້ວ່າ: ປັດຈຸບັນ ນັກທ່ອງທ່ຽວທັງພາຍໃນ, ພາກພື້ນ ແລະ ທົ່ວໂລກ ແມ່ນໃຫ້ຄວາມສໍາຄັນໃນການເດີນທາງ ຢ່າງມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ຊອກຫາປະສົບການທີ່ເປັນເອກະລັກຂອງທ້ອງຖິ່ນ ເຊິ່ງໃນງານ ສະບາຍດີ ຫລວງພະບາງເຟສ ບັນດາທ່ານຈະໄດ້ເຫັນຄວາມປະສົມປະສານກັນຢ່າງລົງໂຕ ລະຫ່ວາງ ການທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມ, ມີຄວາມຮັບຜິດຊອບກັບສັງຄົມ ແລະ ສົ່ງເສີມເອກະລັກວັດທະນາທຳ ຮີດຄອງປະເພນີ ທ້ອງຖິ່ນອັນແທ້ຈິງ, ໃນຄັ້ງນີ້, ຜູ້ຈັດງານ ໄດ້ເນັ້ນສ້າງກິດຈະກຳທີ່ເປັນເອກະລັກຂອງຫລວງພະບາງ, ສິນຄ້າທີ່ນໍາມາວາງໃນຕະຫລາດ ແມ່ນຜະລິດຕະພັນມາຈາກທ້ອງຖິ່ນ ແລະ ຕັ້ງໃຈຈັດງານນີ້ໃຫ້ແກ່ຜູ້ມາຢ້ຽມຢາມ ແຂວງຫລວງພະບາງ ມີຄວາມຮູ້ສຶກພິເສດ ແລະ ບໍ່ສາມາດຫາປະສົບການແບບນີ້ໄດ້ຈາກບ່ອນອື່ນ, ພ້ອມທັງຕັ້ງໃຈໃຫ້ງານນີ້ ເປັນງານຮູບແບບຂອງບຸນໄຫລເຮືອໄຟ ແບບເອກະລັກຂອງຊາວເມືອງຫລວງພະບາງ ໃຫ້ຜູ້ມາຢາມບ້ານເຮົາ ຄິດຮອດຄິດເຖິງ ແລະ ກັບມາຫລວງພະບາງອີກ ໃນປີຕໍ່ໆໄປ.

ໃນງານຄັ້ງນີ້, ຈະມີຫລາຍກິດຈະກຳ ເປັນຕົ້ນ, ໄຕ້ທຽນມວນຊົນ ຢູ່ 12 ວັດ ພາຍໃນແຂວງ, ປະກວດໂຄມໄຟ, ງານວາງສະແດງຜະລິດຕະພັນ ຫລວງພະບາງ, ຂະບວນການຖີບລົດ ສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ໃສ່ຊຸດບູຮານຍ່າງຊົມເມືອງເກົ່າ, ຈັດເວທີສົນທະນາ ໃນຫົວຂໍ້: ນຳພາລາວກ້າວສູ່ການທ່ອງທ່ຽວແບບຍືນຍົງ, ແລນມ່ວນຊື່ນຊົມເມືອງ ເພື່ອໂຮງໝໍເພື່ອນລາວ, ປະກວດການເຮັດເຂົ້າໜົມພື້ນເມືອງຂອງຊາວຫລວງພະບາງ, ປະກວດຊຸດລາວຍ້ອນຍຸກ, ບຸນກາເຟບ້ານເຮົາ, ໃສ່ບາດມວນຊົນຕໍ່ໜ້າພະລາດຊະວັງ, ບຸນໄຫລເຮືອໄຟ ແລະ ກິດຈະກຳອື່ນໆປິ່ນອ້ອມ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

error: Content is protected !!