ເປີດໂອກາດ ໃຫ້ຂາຍສິນຄ້າຫັດຖະກຳຢູ່ຖະໜົນແຫ່ງບຸນ ໂດຍບໍ່ເສຍຄ່າ

ບໍລິສັດ ວີເທັກແຄ ຮ່ວມກັບຄະນະຈັດສັນເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ ເປີດໂອກາດໃຫ້ຜູ້ປະກອບການດ້ານຫັດຖະກຳ ແລະ ຜູ້ປະກອບການຜະ ລິດຕະພັນພື້ນເມືອງລາວ ນຳເອົາສິນຄ້າຂອງຕົນມາວາງສະແດງ ແລະ ຈຳໜ່າຍ ຢູ່ຖະໜົນວັດທະນະທຳແຫ່ງບຸນ ໂດຍບໍ່ມີຄ່າໃຊ້ຈ່າຍ. ທັງນີ້, ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນລາວ, ສີໄມ້ລາຍມືຂອງຄົນລາວ, ຜະລິດໂດຍຄົນລາວທີ່ເປັນເອກະລັກ ໃຫ້ເປັນທີ່ຮູ້ຈັກໄປທົ່ວໂລກ ກໍຄື ຊຸກຍູ້ສົ່ງເສີມຜູ້ປະກອບການໃຫ້ມີລາຍຮັບ, ມີວຽກເຮັດງານທຳທີ່ໝັ້ນຄົງ, ທັງເປັນການປະກອບສ່ວນຟື້ນຟູກິ່ນອາຍ ແຫ່ງຄວາມມີສະເໜ່ຂອງວິຖີຊີວິດວັດທະນະທຳ ຂອງຄົນໃນຊຸມຊົນ ທີ່ມີຊີວິດຊີວາ.

ນອກນັ້ນ, ຍັງໄດ້ເປີດໂອກາດໃຫ້ສະມາພັນແມ່ຍິງດ້ອຍໂອກາດ ແລະ ສະມາຄົມຄົນພິການ ນຳເອົາສິນຄ້າຂອງຕົນ ມາວາງສະແດງ ແລະ ຈຳໜ່າຍ ຕື່ມອີກ ເຊິ່ງຖະໜົນແຫ່ງບຸນດັ່ງກ່າວ ແມ່ນນັບແຕ່ 4 ແຍກເຊັນເຕີພ້ອຍສີຫອມ ໄປຫາ ຫໍວັດທະນະທຳແຫ່ງຊາດ, ຕິດກັບຕະຫລາດວັນວານ, ຂຶ້ນບ້ານຫາຍໂສກ-ອານຸ-ມີໄຊ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ຖະໜົນວັດທະນະທຳແຫ່ງບຸນ ມີຄວາມໂດດເດັ່ນທາງດ້ານອາຫານ ເຊິ່ງໄດ້ຮວບຮວມເອົາທັງອາຫານພື້ນເມືອງລາວ, ອາຫານນານາຊາດ ເຂົ້າມາຮວມໂຕກັນຢູ່ໃນພື້ນທີ່ນີ້ ເພື່ອເປັນທາງເລືອກໃຫ້ແກ່ລູກຄ້າທີ່ມີຄວາມຕ້ອງການອາຫານການກິນທີ່ຫລາກຫລາຍ ໂດຍມີຮ້ານອາຫານຫລາກຫລາຍປະ ເພດບໍ່ຊໍ້າກັນ, ມີທັງອາຫານລາວ ແລະ ອາຫານ ນາໆຊາດ ທີ່ຮັບປະກັນໄດ້ທາງດ້ານຄຸນນະພາບ ແລະ ລົດຊາດອາຫານ. ສຳລັບ ຮ້ານອາຫານນາໆຊາດ ຈະແມ່ນເຈົ້າຂອງປະເທດນັ້ນໆເຊັ່ນ: ເກົາຫລີ, ຝຣັ່ງ ແລະ ເຢຍລະມັນ ຈະເປັນເຈົ້າຂອງຮ້ານ ແລະ ສ້າງເມນູອາຫານທີ່ເປັນລົດຊາດຕົ້ນຕຳຫລັບຂອງພວກເຂົາ ໃຫ້ບັນດາທ່ານໄດ້ຮັບປະທານ; ນອກນັ້ນ, ຍັງມີຮ້ານຜະລິດຕະພັນຫັດຖະກຳ ເຊັ່ນ: ຮ້ານຂາຍສິ້ນ, ເສື້ອຜ້າ, ກະເປົາ, ຮູບແຕ້ມ ແລະ ອື່ນໆ ທີ່ຫລາກຫລາຍ ທີ່ເປັນຜະລິດຕະພັນຂອງຄົນລາວ 100%.

ເພື່ອເປັນການ ຊຸກຍູ້ສົ່ງເສີມຜະລິດຕະພັນຂອງຄົນລາວ ກໍຄື ຜູ້ປະກອບການດ້ານຫັດຖະກຳ ໄດ້ນຳເອົາສິນຄ້າຂອງຕົນ ເຂົ້າມາວາງສະແດງຢູ່ຖະໜົນດັ່ງກ່າວ, ບໍລິສັດ ວີເທັກແຄ ໄດ້ເຊື້ອເຊີນເອົາ ນັກມາຍາກົນທີ່ມີຊື່ສຽງ ຈາກປະເທດເພື່ອນບ້ານກໍຄື ທ່ານ ກິດສະກອນ ແຊ່ເຫລົ້າ ຫລື ເບີ້ມໝາກປູມເປົ້າ ນັກມາຍາກົນທີ່ມີຊື່ສຽງ, ມີຄົນຕິດຕາມ ຢູ່ໃນສື່ສັງຄົມອອນລາຍ (ເຟສບຸກ, ຕິກຕອກ) ປັດຈຸບັນດຳລົງຕຳແໜ່ງເປັນທີ່ປຶກສາອົງກອນແຫ່ງໜຶ່ງໃນປະເທດໄທ, ມາໂຊຄວາມສາມາດ, ໂຊມາຍາກົນ ໃຫ້ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາເລາະຊື້, ເລາະຊົມຢູ່ຖະໜົນວັດທະນະທຳແຫ່ງບຸນ ດັ່ງ ກ່າວ ໄດ້ເບິ່ງໄດ້ຊົມ ຢ່າງມ່ວນຊື່ນ.

ໂອກາດດັ່ງກ່າວ, ທ່ານ ກິດສະກອນ ແຊ່ເຫລົ້າ ໄດ້ສະແດງຄວາມ ຮູ້ສຶກປະທັບໃຈ ທີ່ເຫັນວ່າປະເທດລາວ ແລະ ປະເທດໄທ ແມ່ນມີວັດທະນະທຳທີ່ໃກ້ຄຽງກັນ, ມີພາສາປາກເວົ້າທີ່ຄ້າຍຄືກັນ,ສາມາດຕິດຕໍ່ສື່ສານກັນເຂົ້າໃຈ ໂດຍບໍ່ຕ້ອງມີຜູ້ແປພາສາ ແລະ ມີຮີດຄອງປະເພນີທີ່ຄ້າຍຄືກັນໃນຫລາຍດ້ານ.

ຂ່າວ-ພາບ: ທະນູທອງ

error: Content is protected !!