ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ຢ້ຽມຢາມ ສປ​ປ ລາວ

ຕອບສະໜອງຕາມຄໍາເຊີນ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາ ຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 14-16 ກັນຍາ 2022 ຊຶ່ງພີທີຕ້ອນຮັບໄດ້ຈັດຂື້ນຢ່າງສົມກຽດຢູ່ເດີ່ນສະໜາມຫຼວງໜ້າຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ນໍາໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາເເຫ່ງຊາດລາວ ພ້ອມດ້ວຍຄະນະຜຸ້ເເທນຂັ້ນສູງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາຍຫຼັງ ພິທີຕ້ອນຮັບຢ່າງເປັນທາງການ ແລ້ວ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງປະທານສະພາແຫ່ງຊາດລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ພ້ອມກັນປຶກສາຫາລືກັນຫຼາຍບັນຫາສໍາຄັນ ເປັນຕົ້ນ ສອງ​ຝ່າຍ​ໄດ້ຕີລາຄາຄືນກ່ຽວກັບສະພາບ ການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ກຳປູເຈຍ ກໍຄືການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ເປັນເອກະພາບກັນ ຕໍ່ກັບທິດທາງແຜນການໃນຕໍ່ໜ້າ ຊຶ່ງສອງຝ່າຍ ຈະສືບຕໍຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທີ່ສອງປະທານສະພາແຫ່ງຊາດ ໄດ້ລົງນາມຮ່ວມກັນ ໃນປີ 2019 ໃຫ້ມີປະສິດທີຜົນຫຼາຍຂື້ນກວ່າເກົ່າ, ສືບຕໍ່ການແລກປ່ຽນຄະນະຜູ້ແທນນຳກັນ ໃນທຸກລະດັບ, ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ, ການສະໜັບສະໜູນກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ໃນເວລາພົບປະ, ສອງຝ່າຍ ໄດ້ເປັນເອກະພາບທີ່ຈະຮ່ວມມືກັນ ຊຸກຍູ້ ແລະ ສົ່ງເສີມ ໃຫ້ຂະແໜງການທີ່ກ່ຽວຂ້ອງ ຂອງລັດຖະບານ ຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ທີ່ໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບປະສິດຜົນສູງ ໂດຍສະເພາະ ແມ່ນການຊຸກຍູ້ລັດຖະບານ ທັງສອງປະເທດ ມີການບັນລຸການເຊັນສົນທິສັນຍາ ວ່າດ້ວຍເສັ້ນຊາຍແດນທີ່ໄດ້ປັກຫຼັກໝາຍສຳເລັດ 86% ແລະ ສືບຕໍ່ເຮັດໃຫ້ເສັ້ນຊາຍແດນ ສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢ່າງຍືນຍົງ, ຕອບສະໜອງຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ.

ໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມເຊື້ອໝັ້ນວ່າ ດ້ວຍບົດຮຽນອັນອຸດົມສົມບູນ ຂອງປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ, ຝ່າຍກຳປູເຈຍ ຈະແລກປ່ຽນບົດຮຽນໃນການເປັນປະທານໄອປາ (AIPA) ຄັ້ງທີ 43 ຊຶ່ງຈະຈັດຂຶ້ນ ຢູ່ນະຄອນຫຼວງພະນົມເປັນ ໃນເດືອນພະຈິກ 2022. ພ້ອມກັນນີ້, ສະພາແຫ່ງຊາດລາວ ມີຄວາມຍິນດີທີ່ຈະເຂົ້າຮ່ວມ ແລະ ສະໜັບສະໜູນ ສະພາແຫ່ງຊາດກໍາປູເຈຍ ເປັນເຈົ້າພາບກອງປະຊຸມ AIPA ຄັ້ງທີ 43 ແລະ ກອງປະຊຸມປິ່ນອ້ອມອື່ນໆທີ່ສໍາຄັນຕື່ມອີກ.

ຫຼັງຈາກພົບປະສອງຝ່າຍສຳເລັດແລ້ວ ສອງປະທານສະພາແຫ່ງຊາດລາວ-ກໍາປູເຈຍໄດ້ ສືບຕໍ່ຮ່ວມກັນປູກຕົ້ນໄມ້ທີ່ລະນຶກ ຢູ່ສວນຂ້າງຫໍສະພາແຫ່ງຊາດ ຫຼັງຈາກນັ້ນ ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ ໄດ້ສືບຕໍ່ພົບປະກັບຄູ່ຮ່ວມຕໍາແໜ່ງ ຂອງສະພາແຫ່ງຊາດກຳປູເຈຍ ແລະ ສອງປະທານຄະນະມິດຕະພາບລັດຖະສະພາ ລາວ-ກໍາປູເຈຍ, ກຳປູເຈຍ-ລາວ ໄດ້ພົບປະສອງຝ່າຍຮ່ວມກັນຕື່ມອີກ ເພື່ອເສີມຂະຫຍາຍການຮ່ວມມື ສອງຝ່າຍໃຫ້ນັບມື້ແຕກອອກອອກຜົນຍີ່ງໆຂຶ້ນ ເເລະ ໃຫ້ມີຄວາມເລິກເຊິ່ງຫຼາຍຂື້ນກວ່າເກົ່າ.

ຂ່າວ: ສ​ພ​ຊ-ຮູບ: ນາງ ​ແສງ​ຈັນ

error: Content is protected !!