ຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງທົ່ວປະເທດ 5 ປີຜ່ານມາ

ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງທົ່ວປະເທດ 2016-2021 ແລະ ທິດທາງຮອດປີ 2025 ຈັດຂື້ນຕອນເຊົ້າ ວັນທີ 14 ກັນຍາ 2022, ທີ່ຫ້ອງວ່າການສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍຄະນະບໍລິ ຫານງານສູນກາງພັກ ປະທານປະເທດ ມີທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະຜູ້ແທນຈາກສູນກາງ ແລະທ້ອງຖີ່ນເຂົ້າຮ່ວມ.

ໃນໂອກາດກ່າວໄຂກອງປະຊຸມຢ່າງເປັນທາງການທ່ານ ບຸນທອງ ຈິດມະນີ ຍົກໃຫ້ເຫັນວ່າ: ພັກຍາມໃດກໍ່ຖືຮາກຖານເປັນກຳລັງແຮງ, ເປັນບ່ອນຕັດສິນທຸກໄຊຊະນະ ຫລືຄວາມລົ້ມເຫລວຂອງທຸກການຈັດຕັ້ງປະຕິບັດວຽກງານປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ຍ້ອນແນວນັ້ນວຽກງານກໍ່ສ້າງຮາກຖານ ແລະປັບປຸງຮາກຖານການເມືອງ ຈີ່ງແມ່ນວຽກງານຍຸດທະສາດທີ່ບໍ່ປ່ຽນແປງ ທັງສະເພາະໜ້າ ແລະຍາວນານຂອງພັກເຮົາ, ໃນເງື່ອນໄຂໃໝ່ຂອງການປະຕິວັດ ພັກ- ລັດຍີ່ງຕ້ອງໄດ້ເອົາໃຈໃສ່ການກໍ່ສ້າງຮາກຖານການເມືອງ ຕິດພັນໂດຍກົງກັບການພັດທະນາ ໂດຍສະເພາະການພັດທະນາຊົນນະບົດຮອບດ້ານ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ ແນ ໃສ່ເຮັດໃຫ້ລະບົບການເມືອງຢູ່ຮາກຖານມີຄວາມເຂັ້ມແຂງ, ເປັນເຈົ້າການນໍາພາແກ້ໄຂຄວາມທຸກຍາກ,ຄວາມຫລ້າຫລັງຄວາມບໍ່ສະເໝີພາບ ແລະຄວາມບໍ່ຍຸຕິທໍາໃນສັງຄົມ ເພື່ອເປັນປັດໃຈພື້ນຖານທີ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ ກໍ່ຄືຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນຕາມທິດສັງຄົມນິ ຍົມ, ສະນັ້ນກອງປະຊຸມຄັ້ງນີ້ຈີ່ງມີຄວາມໝາຍສໍາຄັນຫລາຍ ໂດຍສະເພາະການຕີລາຄາຄືນບັນດາໜາກຜົນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະຜ່ານມາ ເພື່ອຍົກໃຫ້ເຫັນດ້ານອ່ອນ ແລະຂໍ້ຄົງຄ້າງທີ່ຕ້ອງສືບຕໍ່ປັບປຸງແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ ແນໃສ່ຍົກສູງຄຸນນະພາບການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃນໄລຍະໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີບົດບາດການນໍາຮອບດ້ານຂອງຄະນະພັກ ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົົມຢູ່ທ້ອງຖີ່ນຮາກຖານໃຫ້ສູງຂື້ນ.

ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຜົນສໍາເລັດການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະ ບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງ ຂອງບັນດາຂະແໜງການຢູ່ຂັ້ນສູນກາງ, ແຂວງ ແລະທ້ອງຖີ່ນ ພາຍໃຕ້ຫົວຂໍ້ຕ່າງໆ ເປັນຕົ້ນຂົງເຂດວຽກງານປ້ອງກັນປະເທດ, ຂົງເຂດປ້ອງກັນຄວາມສະຫງົບ, ການປຸກລະດົມທົ່ວສັງຄົມປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຕິດພັນກັບການພັດທະນາ, ການຈັດສັນພູມລໍາເນົາ ແລະ ອື່ນໆ.

error: Content is protected !!