ເລີ່ມແຕ່ວັນທີ 13 ກັນຍາ ເປັນຕົ້ນໄປ ຈະເລີ່ມປະຕິບັດການ ໃຊ້ຊື່ແທ້ໃນລະບົບການຊື້ປີ້ລົດໄຟ

ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍການຂົນສົ່ງໂດຍສານຜ່ານທາງລົດໄຟ, ຮັບປະກັນຜູ້ໂດຍສານໄດ້ຮັບສິດ ແລະ ຜົນປະໂຫຍດຕາມກົດຫມາຍ, ເສັ້ນທາງລົດໄຟ ລາວ-ຈີນ, ຂໍແຈ້ງການວ່ານັບແຕ່ວັນທີ 13 ກັນຍາ 2022 ຈະເລີ່ມປະຕິບັດການ ໃຊ້ຊື່ແທ້ໃນລະບົບການຊື້ປີ້ລົດໄຟ.

ເງື່ອນໄຂທີ່ກ່ຽວຂ້ອງ

1. ໃນເວລາຊື້ປີຜູ້ຊື້ປີ້ລົດໄຟຕ້ອງຖືເອກະສານບັດປະຈໍາຕົວ ຫຼື ສະບັບສໍາເນົາທີ່ ມີຜົນນໍາໃຊ້ຂອງຜູ້ທີ່ຈະຂື້ນນັ່ງລົດໄຟ, ລວມທັງບັດປະຈໍາຕົວປະຊາຊົນລາວ,ສໍາມະໂນຄົວ, ຫນັງສືຜ່ານແດນ ແລະ ຫນັງສືຜ່ານແດນສໍາລັບຄົນຕ່າງປະເທດ.

2. ໃນເວລາເຂົ້າສະຖານີເພື່ອຂື້ນລົດໄຟ, ຄົນຈະຂື້ນລົດໄຟຕ້ອງຖືເອກະສານ ບັດປະຈໍາຕົວທີ່ມີຜົນການນໍາໃຊ້ສະບັບແທ້, ເພື່ອໃຫ້ພະນັກງານປະຈໍາ ສະຖານີດໍາເນີນການສຸມກວດປີ້ລົດໄຟ, ຕໍ່ກັບບຸກຄົນບໍ່ໃຫ້ຄວາມຮ່ວມມື ຫຼື ເວລາລຸ່ມກວດພົບວ່າປີ້ກັບເອກະສານທຸກຄົນບໍ່ກົງກັນ, ພະນັກງານປະຈໍາສະຖານີມີສິດໃນປະຕິເສດໃຫ້ເຂົ້າສະຖານີ.

3. ປີ້ລົດໄຟເດັກແອນ້ອຍ ແລະ ເດັກນ້ອຍທີ່ຂື້ນລົດໄຟຟີຣຈະບໍ່ປະຕິບັດການ ກວດກາຊື່ແທ້ຂື້ນລົດໄຟ.

ລະບຽບການຊື້ປີ້ລົດໄຟ

1. ເອກະສານນໍາໃຊ້ໃນມື້ດຽວກັນຖ້ຽວລົດໄຟດຽວກັນຈະສາມາດຊື້ປີ້ໄດ້ ພຽງ 1 ປີ້ຕໍ່ 1 ຖ້ຽວລົດ.

2.ຜູ້ໂດຍສານຄວນກວດກາຂໍ້ມູນທີ່ຢູ່ໃນເວລາຊື້ປີ້ລົດໄຟໃນເວລາຊື້ປີ້ລົດໄຟ, ຖ້າ ພົບວ່າຂໍ້ມູນບັດປະຈໍາຕົວບໍ່ຖືກກັບຢູ່ໃນຫນ້າປີ້ລົດໄຟ, ສົ່ງມອບໃຫ້ພະນັກງານຂາຍປີ້ ອອກປີ້ໃຫມ່ໃຫ້. ໃນເວລາຜູ້ໂດຍສານຊື້ປີ້ຕ້ອງກວດກາຂໍ້ມູນທີ່ຢູ່ໃນຈຸດຂາຍປີ້, ຖ້າອອກຈາກຈຸດຂາຍປີ້ກັບຄືນມາແຈ້ງວ່າຂໍ້ມູນ ແລະ ຂໍ້ມູນເອກະສານບໍ່ກົງກັນ,ຜູ້ໂດຍສານຈະເປັນຜູ້ຮັບຜິດຊອບເອງ.

3. ຜູ້ໂດຍສານຫຼັງຈາກຊື້ປີ້ແລ້ວຄວນເກັບຮັກສາປີ້ລົດໄຟໄວ້ໃຫ້ດີ, ຕ້ອງໃຫ້ຫນ້າ ປີ້ລົດໄຟມີຂໍ້ມູນຊັດເຈນ, ສາມາດອ່ານອອກໄດ້ ແລະ ຮັກສາຫນ້າປີ້ທີ່ມີຂໍ້ມູນໃຫ້ດີ.

ລະບຽບການປ່ຽນປີ້ ແລະ ຖອນປີ້:

1. ໃນເວລາຜູ້ຂື້ນລົດໄຟມາດໍາເນີນການເອງ, ໃນເວລາຊື້ປີ້ນໍາໃຊ້ ເອກະສານບັດປະຈໍາຕົວທີ່ມີຜົນນໍາໃຊ້ສະບັບແທ້ ຫຼື ສະບັບສໍາເນົາ, ໃນການກວດກາ ຢັ້ງຢືນປີ້ ກັບເອກະສານກົງກັນຈຶ່ງສາມາດດໍາເນີນການໄດ້.

2. ໃນກໍລະນີໃຫ້ຜູ້ອື່ນມາດໍາເນີນການແທນ, ຈະອີງຕາມປີ້ລົດໄຟ ແລະ ເອກະ ສານບັດປະຈໍາຕົວທີ່ມີຜົນນໍາໃຊ້ໃນເວລາຊື້ປີ້ສະບັບແທ້, ຖ້າບໍ່ມີເອກະສານບັດປະຈໍາຕົວທີ່ມີຜົນນໍາໃຊ້ໃນເວລາຊື້ປີ້ສະບັບແທ້, ຕ້ອງອີງຕາມ ປີ້ລົດໄຟ ແລະ ເອກະສານ ບັດປະຈໍາຕົວຄົນທີ່ມາດໍາເນີນການແທນສະບັບແທ້ແລະ ເອກະສານບັດປະຈໍາຕົວ ສະບັບສໍາເນົາເວລາມາຊື້ປີ້ລົດໄຟໃນການດໍາເນີນການ.

error: Content is protected !!