ເຂົ້າກວດຮ້ານຄາຣາໂອເກະ ມີທັງປຸມເປົ້າ ແລະ ສານເສບຕິດໃນຮ່າງກາຍ

ໃນກາງຄືນວັນທີ 9-10/9/2022 ເວລາ 2:33 ນທ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ເຂົ້າກວດຄົ້ນຮ້ານຄາລະໂອເກະ ຢູ່ບ້ານດອນແກ້ວ, ເມືອງໄຊ, ແຂວງອຸດົມໄຊ ເຈົ້າໜ້າທີ່ໄດ້ກວດກາຫ້ອງຄາລະໂອເກະທັງໝົດ 05 ຫ້ອງ ພົບເຫັນຜູ້ມາໃຊ້ບໍລິການທັງໝົດ 28 ຄົນ, ຍິງ 7 ຄົນ.

ຜ່ານການກວດນໍ້າປັດສະວະ (ນໍ້າຍ່ຽວ) ພົບຜູ້ມີສານເສບຕິດໃນຮ່າງກາຍ ຈຳນວນ 7 ຄົນ. ໄດ້ກວດກາເຄົາເຕີຂອງຮ້ານຄາລະໂອເກະ ພົບເຫັນບັ້ງແກສ໌ ຫຼື ບັ້ງສານເຄມີ ໄນຕຣັສ ອອກໄຊ (Nitrous Oxides) ຈໍານວນ 8 ບັ້ງ (ບັ້ງໃຫຍ່ 3 ບັ້ງ, ບັ້ງກາງ 3 ບັ້ງ ແລະ ບັ້ງນ້ອຍ 2 ບັ້ງ) ປຸມເປົ້າທີ່ຍັງບໍ່ທັນບັນຈຸແກສ໌ ຈໍານວນ 50 ໜ່ວຍ, ຢາສູບໄຟຟ້າຈຳນວນ 4 ກອກ, ອຸປະກອນສູບບາລາກູ ຈຳນວນ 1 ຊຸດ ເຈົ້າໜ້າທີ່ຈຶ່ງໄດ້ຍຶດເຄື່ອງດັ່ງກ່າວໄວ້ເປັນຫຼັກຖານ ແລະ ໄດ້ນຳຕົວເຈົ້າຂອງຮ້ານຄາລະໂອເກະ ພ້ອມດ້ວຍໄວໜຸ່ມ 28 ຄົນ ມາສຶກສາອົບຮົມ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂໍ້ມູນ: ໂທລະພາບປ້ອງກັນຄວາມສະຫງົບ

error: Content is protected !!