ງານ Ploy Lifestyle ລວບລວມສິນຄ້າຊັ້ນນຳຫຼາຍກວ່າ 11 ແບຣນ ມາຈຳໜ່າຍ ພ້ອມທັງມີໂປຣໂມຊັ່ນຫຼຸດສູງສຸດເຖິງ 70%

ສູນການຄ້າວຽງຈັນເຊັນເຕີ້ ໄດ້ຈັດງານ Ploy Lifestyle Grand Opening ຂຶ້ນລະຫວ່າງວັນທີ 7 – 12 ກັນຍາ 2022 ນີ້ ເຊິ່ງເປັນງານທີ່ໄດ້ລວບລວມເອົາແບຣນສິນຄ້າເສື້ອຜ້າຊັ້ນນຳຫຼາຍກວ່າ 11 ແບຣນ ມາຈຳໜ່າຍ ພ້ອມທັງມີໂປຣໂມຊັ່ນຫຼຸດສູງສຸດເຖິງ 70% ແລະ ແຈກຂອງແຖມຕ່າງໆມາໄວ້ໃນງານນີ້ໃຫ້ທຸກທ່ານໄດ້ເລືອກຊື້ກັນຢ່າງຈຸໃຈ ເຊິ່ງໃນວັນທີ 10 ກັນຍາ ມີໂຊຮ້ອງເພງ ແລະ ເດີນແບບແຟຣຊັ່ນຈາກສິລະປິນ ລາວ ແລະ ໄທ.

ພາຍໃນງານປະກອບມີຫຼາກຫຼາຍແບຣນສິນຄ້າເຂົ້າຮ່ວມຄື:

1) EP, Esp, Espada ເປັນແບຣນຂອງຄົນ ໄທ ຂາຍເສື້ອຜ້າ ທ່ານຍິງ-ຊາຍ;

2) Baoji: Baoji ເປັນແບຣນເກີບຫຼາກຫຼາຍຊະນິດ ເຊັ່ນວ່າ: ເກີບແຟຊັ່ນ, ເກີບກິລາ,  ເກີບໃສ່ແລ່ນ ແລະ ອື່ນໆ; 3) John Henry ແບຣນເສື້ອຜ້າທ່ານຊາຍຂອງ ຊາວ ອາເມຣິກາ;

4) G2000 ເປັນຜະລິດຕະພັນເສື້ອຜ້າແບຣນແນມຈາກປະເທດ ຈີນ ປັດຈຸບັນ ມີຫຼາຍກວ່າ 700 ສາຂາທົ່ວໂລກ; 5) ESP Men ເປັນແບຣນຂອງຄົນ ໄທ ທີ່ຈຳໜ່າຍເສື້ອຜ້າຊາຍສຳລັບຄົນລຸ້ນໃໝ່ ພ້ອມທັງເປັນເສື້ອຜ້າແຟຣຊັ່ນ; 6) Jaspal ເປັນອີກແບບໜຶ່ງທີ່ນຳເຂົ້າມາຈາກ ປະເທດ ໄທ ແລະ ໄດ້ຮ່ວມກັບນັກອອກແບບລະດັບໂລກ ອອກເເບບທຸກສິນຄ້າໄດ້ລະອຽດສວຍງາມ;

 7) LYN Around ແບຣນເສື້ອຜ້າ ເຄື່ອງແຕ່ງກາຍ, ເຄື່ອງປະດັບ ແລະ ເກີບ ສະຕາຍໜ້າຮັກໆ ທີ່ຈະຊ່ວຍເພີ່ມສີສັນ ແລະ ຄວາມສະນຸກສະໜານ ໃຫ້ກັບສາວໆ;

8) Bossini ເປັນແບຣນທີ່ນຳເຂົ້າຈາກ ຮ່ອງກົງ ປະເທດ ຈີນ ເປັນແບນເຄື່ອງແຕ່ງກາຍຄຸນນະພາບ ທີ່ໃສ່ໄດ້ທຸກມື້ ແລະ ທຸກໂອກາດ ຂອງຊີວິດ;

9) Esprit ເປັນແບບເສື້ອຜ້າທີ່ ນຳເຂົ້າມາຈາກຮ່ອງກົງ;

10) S-fare ເປັນແບນທີ່ໂດດເດັ່ນເລື່ອງສູດ ແລະ ເຄື່ອງແຕ່ງກາຍສຳລັບທ່ານຊາຍທີ່ໄດ້ຮັບຄວາມເຊື່ອຖືຈາກຜູ້ໃຊ້ຫຼາກຫຼາຍຈົນຫາຍເປັນແບນທອັບຂອງປະເທດ ໄທ.

11) Ceramic ເປັນອີກຮ້ານໜຶ່ງທີ່ເປັນໜ້າສົນໃຈ ຂອງພໍ່ຄົວ ແມ່ຄົວທັງຫຼາຍ ແລະ ເຖິງວ່າຊິບໍ່ໄດ້ເປັນແມ່ຄົວ, ຢູ່ບ້ານເຫົງາໆກໍມາສວມບົດບາດເປັນ food stylist  ຈັດອາຫານແບບງາມໆ.


– ຖ້າຊື້ຄົບ 3 ແສນກີບ ແຖມຈອກ Ceramic POP PLOY 1 ໜ່ວຍ.
– ຖ້າຊື້ຄົບ 5 ແສນກີບ ແຖມກະເປົາຜ້າ ຫຼື ກະເປົາສານ.

error: Content is protected !!