ເຈົ້າໜ້າທີ່ພາສີ ປະຈຳແຂວງ ຊຽງຂວາງ ຍຶດສານເຄມີ ປະເພດຝຸ່ນຂາວນໍາເຂົ້າຜ່ານດ່ານສາກົນນໍ້າກັ່ນ 11,550 ກິໂລກຣາມ

 ເຈົ້າໜ້າທີ່ພາສີປະຈໍາ ແຂວງ ຊຽງຂວາງ ກໍຄືເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນນໍ້າກັ່ນທີ່ໄດ້ເອົາ ໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຖືກມອບໝາຍຢ່າງເຂັ້ມງວດ ແລະ ສາມາດຢຶດໄດ້ສານເຄມີ ຂັ້ນຕົ້ນປະເພດຝຸ່ນສີຂາວຈໍານວນ 231 ເປົ້າລວມນໍ້າໜັກທັງໝົດ 11,550 ກິໂລກຣາມ ແລະ ຜ້າເຜີດເດັກນ້ອຍ ຈໍານວນ 10 ແກັດ, ພ້ອມທັງໄດ້ດຳເນີນການມອບ–ຮັບຂອງກາງດັ່ງກ່າວໃຫ້ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງ ຊຽງຂວາງ ດໍາເນີນ ຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ອີງຕາມການລາຍງານຂອງພາສີ ປະຈຳແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ໂດຍອີງຕາມການລາຍງານຂອງດ່ານພາສີສາກົນນໍ້າກັ່ນ ສະບັບເລກທີ 0325/ດນກ, ລົງວັນທີ 07 ກັນຍາ 2022 ເຫັນມີການແຈ້ງເສຍພາສີນຳເຂົ້າສິນຄ້າເຄື່ອງຂອງ, ຜ່ານການຮັບແຈ້ງ ແລະ ກວດກາສິນຄ້າຕົວຈິງພົບເຫັນສິນຄ້າປະເພດເກືອດຫ້າມ, ເຈົ້າໜ້າທີ່ພາສີປະຈໍາດ່ານກໍ່ໄດ້ປະຕິບັດຂັ້ນຕອນການແຈ້ງ ແລະ ຂັ້ນຕອນຂອງການກວດກາ.

ຜ່ານການກວດກາສິນຄ້າຕົວຈິງເຫັນວ່າການແຈ້ງຊະນິດ ແລະ ຈຳນວນນໍ້າໜັກບໍ່ຖືກຕ້ອງ, ຫີບຫໍ່ສິນຄ້າບໍ່ມີເຄື່ອງໝາຍການຄ້າ, ບໍ່ລະບຸວັນ–ເດືອນ–ປີຜະລິດ,ເອກະສານປະກອບການແຈ້ງບໍ່ຄົບຖ້ວນຖືກຕ້ອງຕາມກົດໝາຍວ່າດ້ວຍພາສີກຳນົດໄວ້, ຈຶ່ງໄດ້ກວດກາຕົວຈິງຢ່າງລະອຽດພົບເຫັນເຫັນເປົາບັນຈຸແປ້ງຝຸ່ນສີຂາວຜິດປົກກະຕິ, ຈຶ່ງໄດ້ນຳເອົາຕົວຢ່າງຈຳນວນ 2 ກິໂລກະຣາມມອບໃຫ້ເຈົ້າໜ້າທີ່ຢາເສບຕິດ ແລະ ເຈົ້າໜ້າທີ່ ປກສ ຂອງແຂວງຊຽງຂວາງເພື່ອນຳໄປວິໄຈ.

ມາຮອດວັນທີ 6 ກັນຍາ 2022 ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຊຽງຂວາງ, ໄດ້ນຳເອົາໃບຢັ້ງຢືນຜົນການວິໄຈຂອງກົມຕຳຫຼວດຕິວິທະຍາ ກະຊວງປ້ອງກັນຄວາມສະຫງົບ, ມາແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນນໍ້າກັ່ນເປັນສານເຄມີຂັ້ນຕົ້ນປະເພດຝຸ່ນສີຂາວຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ແລະ ພ້ອມດຽວກັນຕຳຫຼວດ ປກສ ແຂວງ, ໄດ້ສະເໜີວ່າຈະນໍາຕົວຜູ້ຖືກຫາທັງ 2 ຄົນ, ພ້ອມຂອງກາງ ແລະ ພາຫະນະທີ່ພົວພັນກັບຄະດີດັ່ງກ່າວໄປໄວ້ຢູ່ກອງບັນຊາການ ປກສ ແຂວງຊຽງຂວາງ.

ສະນັ້ນ, ທາງເຈົ້າໜ້າທີ່ພາສີປະຈໍາດ່ານເຫັນວ່າຜູ້ຖືກຫາແມ່ນເຫັນດີໃຫ້ເອົາໄປຕາມການສະເໜີຂອງເຈົ້າໜ້າທີ່ ປກສ ແຂວງ, ສ່ວນສິນຄ້າທີ່ເປັນຂອງກາງ ແລະ ພາຫະນະເຈົ້າໜ້າທີ່ພາສີປະຈຳດ່ານດຳເນີນຂັ້ນຕອນເບື້ອງຕົ້ນຂອງການພົບເຫັນການລະເມີດກົດໝາຍວ່າດ້ວຍພາສີ, ພາຍຫຼັງສຳເລັດລາຍງານຕາມຂັ້ນຕອນ ແລະ ປະຕິບັດຕາມລະບຽບການກົດໝາຍກຳນົດ, ຈະດຳເນີນການມອບໃຫ້ເຈົ້າໜ້າທີ່ຕໍາຫຼລວດ ປກສ ແຂວງຊຽງຂວາງເພື່ອໄປດຳເນີນຄະຕິຕາມລະບຽບກົດໝາຍ.

error: Content is protected !!