ນັກອອກແບບຈາກ ລາວ ໄດ້ຮັບລາງວັນຊະນະເລີດ ຈາກການແຂງຂັນອອກແບບໂລໂກ້ ໃຫ້ກັບບໍລິສັດ ແຫ່ງໜຶ່ງຂອງ ໄທ

ທ້າວ ອານຸສອນ ສຸວັນນາໂຊດ ( Anousone Souvannaxoth ) ນັກອອກແບບໜຸ່ມຈາກ ລາວ ເຮົາ ໄດ້ຮັບລາງວັນຊະນະເລີດ ຈາກການແຂງຂັນອອກແບບໂລໂກ້ໃຫ້ກັບ ບໍລິສັດ ບຸນລອດ ບຣີເວີລີ ປະເທດ ໄທ  ຜົນງານອອກແບບໂລໂກ້ຂອງ ອະນຸສອນ ຖືກຄັດເລືອກຈາກ 2,000 ກວ່າໂລໂກ້ ທີ່ສົ່ງເຂົ້າປະກວດ. ເຊິ່ງລາງວັນຊະນະເລີດອັນດັບທີ 1 ແມ່ນໄດ້ຮັບເງິນລາງວັນຈຳນວນ 1,000,000 ບາດ ໄທ.

ອານຸສອນ ກໍໄດ້ໂພສທາງເຟສບຸກ ເຖິງຄວາມພູມໃຈ ໃນຄັ້ງນີ້ວ່າ: “ຂໍຂອບໃຈ ບໍລິສັດ ບຸນລອດ ບີເວີລີ ຈຳກັດ. ທີ່ໃຫ້ໂອກາດ ເລືອກໃຊ້ໂລໂກ້ຈາກການອອກແບບຂອງຂ້າພະເຈົ້າ ໃນການສະເຫລີມສະຫລອງ 90ປີ 2023 ທີ່ຈະມາເຖິງນີ້ ຂໍຂອບໃຈໂລໂກ້ຫລັກ ໂລໂກ້ສິງ ທີ່ເປັນແຮງບັນດານໃຈໃນການອອກແບບ, ຂອບໃຈ ທຸກທ່ານທີ່ເປັນກຳລັງໃຈໃຫ້ເປັນແຮງພັກດັນຈົນປະສົບຜົນສຳເລັດ ຂອບໃຈທີມການຕະຫລາດບໍລິສັດ ບຸດລອດ ເອເຈັນຊີຜູ້ຈັດງານ ຄະນະກຳມະການ ຜູ້ຕັດສິນ ໃນການຊ່ວຍເຫລືອ ຕ້ອນຮັບຢ່າງອົບອຸ່ນ ຈົນໄດ້ຮັບລ້າງວັນໃນຄັ້ງນີ້ ເຊິ່ງເປັນປະສົບການທີ່ຍິ່ງໃຫຍ່ທີ່ສຸດ ໃນຊີິວິດຈະບໍ່ມີວັນລືມສຸດທ້າຍນີ້ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ໃຫ້ແກ່ບໍລິສັດບຸນລອດ ບີເວີລີ ຈຳກັດ. ຄະນະຜູ້ບໍລິຫານພ້ອມດ້ວຍພະນັກງານ ຈົ່ງມີຄວາມຜາສຸກ ປະສົບຜົນສຳເຫລັດ ໃນວຽກງານທຸກດ້ານ ຂໍໃຫ້ບຸນລອດມີຜະລິດຕະພັນ, ການບໍລິການ,ໂຄງການ ແລະ ອື່ນໆພາຍໃນເຄືອບຸນລອດ ເປັນທີ່ຄອງໃຈຜູ້ບໍລິໂພກທັງພາຍໃນປະເທດ ແລະ ຕ່າງປະເທດ ຢູ່ຄຽງຄູ່ກັບສັງຄົມຕະຫລອດໄປ”.

ຂໍ້ມູນຈາກ: Anousone Souvannaxoth, Singha Corporation

error: Content is protected !!