ຄຳມ່ວນ ທົບທວນວຽກ ອະນຸລັກ-ຄຸ້ມຄອງພູຄັນນາເຮືອນອານານິຄົມ ແລະ ຮ່ອງຮອຍສົງຄາມທຳລາຍ

ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມທົບທວນຄືນວຽກງານອະນຸລັກ, ຄຸ້ມຄອງພູຄັນນາ, ເຮືອນອານານິຄົມ ແລະ ຮ່ອງຮອຍສົງຄາມທຳລາຍ ຢູ່ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ ວັນທີ 7 ກັນຍາ 2022 ໂດຍການເປັນປະທານຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີການນຳເມືອງ, ພະແນກ ການ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໄຊສົມບູນ ສຸວັນດາລາ ໄດ້ລາຍງານການຈັດຕັ້ງປະຕິບັດອະນຸລັກ, ຄຸ້ມຄອງຮ່ອງຮອຍສົງຄາມທຳລາຍ, ສາຍຫີນພູຄັນນາ ແລະ ເຮືອນເກົ່າສະໄໝອານານິຄົມຝຣັ່ງ ພາຍຫລັງທີ່ມີຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນຳ ແລະ ກອງເລຂາກ່ຽວກັບ ການອະນຸລັກຮ່ອງ ຮອຍສົງຄາມທຳລາຍ (ຂຸມລະເບີດ) ຢູ່ເຂດເມືອງບົວລະພາ ຄະນະຮັບຜິດຊອບກໍໄດ້ເຄື່ອນໄຫວເຮັດວຽກງານການເມືອງແນວຄິດ ໃນບັນດາບ້ານທີ່ນອນຢູ່ໃນເຂດທີ່ຈະກຳນົດດິນອະ ນຸລັກ ພ້ອມທັງຈັບຈຸດພິກັດກຳນົດຂອບເຂດ ແລະ ສຳຫລວດຂໍ້ມູນຕອນດິນ ບໍລິເວນບ້ານວັງຄົນ ແລະ ບ້ານແສນພັນ ສາມາດກຳນົດໂດຍພື້ນຖານ. ສຳລັບເຂດອະນຸລັກ ເຊິ່ງມີດິນຈຳນວນ 5 ຕອນ, ລວມເນື້ອທີ່ 54,2 ເຮັກຕາ ໂດຍມີແຜນຈະສ້າງເປັນສະຖານທີ່ທ່ອງທ່ຽວ ແລະ ສະຖານທີ່ສຶກສາຮຽນຮູ້ ໃຫ້ແກ່ອະນຸຊົນຄົນຮຸ່ນຫລັງ.

ສຳລັບວຽກງານອະນຸລັກ ແລະ ຄຸ້ມຄອງເຮືອນສະ ໄໝອານານິຄົມຝຣັ່ງ ຢູ່ເມືອງທ່າແຂກ ແມ່ນໄດ້ລົງເກັບກຳຂໍ້ມູນອາຄານ ເຊິ່ງນອນຢູ່ໃນ 4 ບ້ານຄື: ບ້ານທ່າແຂກກາງ, ທ່າແຂກເໜືອ, ເລົ່າໂພໄຊ ແລະ ບ້ານສົມສະນຸກ ສາມາດກຳນົດເປົ້າໝາຍເຮືອນເກົ່າທີ່ຈະອະນຸລັກຕົວຈິງມີ 71 ເປົ້າໝາຍ, ປະກອບມີອາຄານຫ້ອງແຖວ ແລະ ອາຄານດ່ຽວ ເຊິ່ງປັດຈຸບັນ ຄະນະຮັບຜິດຊອບ ໄດ້ຮ່າງນິຕິກຳໃຕ້ກົດໝາຍໃນການ ຄຸ້ມຄອງເຮືອນອານານິຄົມດັ່ງກ່າວ ແລະ ກຳລັງປັບປຸງ ເພື່ອກຽມສະເໜີຕໍ່ກອງປະຊຸມສະພາປະຊາຊົນແຂວງໃນຕໍ່ໜ້າ. ສ່ວນວຽກງານອະນຸລັກ, ຄຸ້ມຄອງສາຍຫີນພູຄັນນາ ໂດຍການລົງເກັບກຳຂໍ້ມູນ ແລະ ສຳຫລວດຕົວຈິງແມ່ນຕົກລົງໄດ້ເຫັນດີ ກຳນົດ 8 ຈຸດ ທີ່ຈະອະນຸລັກ ເຊິ່ງຄະນະຮັບຜິດຊອບໄດ້ລົງສົມທົບກັບການຈັດຕັ້ງບ້ານ ແລະ ປະຊາຊົນຜູ້ທີ່ຄອບຄອງນໍາໃຊ້ດິນ ທີ່ມີຕອນດິນຕິດກັບເຂດອະນຸລັກ ພູຄັນນາ ເພື່ອໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້ ຕໍ່ເປົ້າໝາຍໃນການອະນຸລັກ ແລະ ພັດທະນາເຂດດັ່ງກ່າວ.

ໂອກາດນີ້, ທ່ານຮອງເຈົ້າ ແຂວງ ຄໍາມ່ວນ ກໍໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ເພື່ອພ້ອມກັນປຶກສາຫາລື ປະກອບຄຳຄິດເຫັນ, ຊອກຫາວິທີແກ້ໄຂ ຂໍ້ຫຍຸ້ງຍາກ ແລະ ສິ່ງກີດຂວາງຕ່າງໆ ແນໃສ່ເຮັດໃຫ້ການກຳນົດຂອບເຂດອະນຸລັກມີຄວາມຖືກຕ້ອງ, ສອດຄ່ອງ ສາມາດອອກໃບຕາດິນຄຸ້ມຄອງເປັນຂອງລັດ ເພື່ອສະດວກໃນການປັບປຸງ ແລະ ພັດທະ ນາໃນຂັ້ນຕໍ່ໄປ.

ຂໍ້ມູນຂ່າວ: ກອງຄຳ

error: Content is protected !!