ປະຊາຊົນ 341 ຄອບຄົວ ໄດ້ຮັບເງິນ ຊົດເຊີຍຜົນກະທົບ ຈາກເຂື່ອນໄຟຟ້າ ນໍ້າຄານ 3

ແຫລ່ງຂ່າວຈາກ ແຂວງ​ ຫລວງພະບາງ ໃຫ້ຮູ້ວ່າ: ວັນທີ 6 ກັນຍາ ນີ້, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມອບເງິນຊົດເຊີຍຜົນກະທົບດ້ານຜົນລະປູກຈາກການກໍ່ສ້າງເຂື່ອນໄຟຟ້າ ນໍ້າຄານ 3 ໃຫ້ປະຊາຊົນ 341 ຄອບຄົວ ຢູ່ເມືອງຊຽງເງິນ ໂດຍມີ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ, ທ່ານ ສົມແວວເພັດ ດວງປະສິດ ເຈົ້າເມືອງ​ ຊຽງເງິນ, ມີພາກສ່ວນກ່ຽວຂ້ອງ ແລະ ຄອບຄົວທີ່ຖືກຜົນກະທົບເຂົ້າຮ່ວມ.
ໃນໄລຍະຜ່ານມາ, ການກໍ່ສ້າງເຂື່ອນໄຟຟ້າ ນ້ຳຄານ 3 ໄດ້ສົ່ງຜົນກະທົບໃຫ້ປະຊາ ຊົນຖືກຍົກຍ້າຍ ແລະ ໄດ້ຮັບການຈັດສັນທີ່ຢູ່ໃໝ່ ປະກອບມີ 10 ບ້ານ ໃນເຂດເມືອງຊຽງເງິນ ຄື: ບ້ານຫ້ວຍສະທັນ, ຄອນຫວາຍ, ປາກບາກ, ປາກໂປງ, ບ້ານກອກ, ສະເພີນ, ບ້ານຖິ່ນ, ປາກຊ້າ, ແກ້ງກີບ ແລະ ບ້ານແກ້ງກຸ້ງ ໂດຍໃຊ້ງົບປະມານຊົດເຊີຍຜົນກະທົບດ້ານຜົນລະປູກ ໃຫ້ກັບຜູ້ທີ່ຖືກຜົນກະທົບ ງວດທີ 1 ໃນໄລຍະຜ່ານມາ (ແຕ່ປີ 2011-2013 ແລະ ບ້ານນໍ້າມິ່ງ ປີ 2017) ທັງໝົດ 20,1 ຕື້ກ່ວາກີບ, ພ້ອມດຽວກັນນີ້ຍັງໄດ້ຍົກຍ້າຍ 655 ຫລັງຄາເຮືອນ, 655 ຄອບຄົວ, ປະຊາກອນ 3,​489 ຄົນ ຍິງ 1,​725 ຄົນ ໄປຢູ່ບ່ອນຈັດສັນໃໝ່. ແຕ່ທາງໂຄງການ ແລະ ຄະນະກຳມະການຂອງເມືອງ ຍັງໄດ້ສືບຕໍ່ລົງສຳຫລວດ ແລະ ເກັບກໍາຂໍ້ມູນຜົນກະທົບຄືນໃຫ້ປະຊາຊົນຈາກ ຄັ້ງທີ 1 ຫລື ຜົນກະທົບງວດທີ 1 ຕາມລະດັບທີ່ນໍ້າໜ້າເຂື່ອນຈະຖ້ວມຮອດ ໃນລະດັບ 350 ແມັດ ທຽບ ໃສ່ລະດັບໜ້ານ້ຳທະເລ (ລະດັບນໍ້າສູງຂອງໜ້າອ່າງ), ເມື່ອເວລາເຂື່ອນກັກເກັບນ້ຳເຕັມອ່າງຕາມລະດັບທີ່ກໍານົດໄວ້ 348-350 ແມັດ. ຫລັງຈາກນັ້ນ ກໍມີປະຊາຊົນເຂົ້າແຈ້ງວ່ານໍ້າໄດ້ຖ້ວມສວນໄມ້ອຸດສາຫະກຳ (ສວນໄມ້ປູກ) ກາຍຂອບເຂດທີ່ໄດ້ເກັບກຳຂໍ້ມູນ ແລະ ໄດ້ຊົດເຊີຍໃນໄລຍະຜ່ານມາ ກໍຄື ງວດທີ 1.
ເມື່ອເປັນແນວນັ້ນ, ຄະນະກໍາມະການຂອງເມືອງ, ນາຍບ້ານ ແລະ ພະນັກງານໂຄງການ ຈຶ່ງໄດ້ລົງສໍາຫລວດ ແລະ ກວດກາຕົວຈິງ ຈຶ່ງສະຫລຸບໄດ້ວ່າມີ 341 ຄອບຄົວທີ່ຖືກຜົນກະທົບນໍ້າຖ້ວມສວນ ແລະ ສາມາດສະຫລຸບເປັນມູນຄວາມເສຍຫາຍ ທີ່ນໍ້າໄດ້ຖ້ວມຜົນລະປູກ ແລະ ຈະຕ້ອງໄດ້ຊົດເຊີຍ ໃຫ້ປະຊາຊົນທັງໝົດ 5.​8 ຕື້ກວ່າກີບ.
ຂ່າວ-ພາບ: ໄຊຍະສອນ

error: Content is protected !!