ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະກໍ່ສ້າງສຳເລັດ ທ້າຍປີ 2022 ນີ້

ສະໜາມບິນສາກົນບໍ່ແກ້ວ (BOKEO INTERNATIONAL AIRPORT) ຕັ້ງຢູ່ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ຢູ່ໃກ້ກັບເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ເຊິ່ງເປັນສະໜາມບິນລະດັບ 4C ຄວາມຍາວຂອງທາງແລ່ນແມ່ນມີຄວາມຍາວ 2,500 ແມັດ, ກວ້າງ 60 ແມັດ, ເຊິ່ງຍົນ BOEING 737-900ER ແລະ ຍົນຊະນິດອື່ນໆສາມາດຂຶ້ນ ແລະ ລົງຈອດໄດ້ ພ້ອມເປີດສາຍການບິນທາງໄກ ແລະ ໃກ້, ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ສະໜາມບິນແຫ່ງນີ້ເລີ່ມດຳເນີນການກໍ່ສ້າງຕັ້ງແຕ່ວັນທີ 20 ກັນຍາ ປີ 2020 ແລະ ຄາດວ່າທ້າຍປີ 2022 ຈະກໍ່ສ້າງສຳເລັດ.

ຫຼັງຈາກສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ ສະໜາມບິນແຫ່ງນີ້ຈະກາຍເປັນໃຈກາງທາງດ້ານເສດຖະກິດຢູ່ທາງພາກຕາເວັນຕົກສຽງເໜືອຂອງລາວ, ພ້ອມທັງຖືເອົາ ແຂວງ ບໍ່ແກ້ວ ເປັນຈຸດຊຸມໃຈກາງເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວ, ການຄ້າ, ການເງິນ ແລະ ອຸດສາຫະກຳດ້ານອື່ນໆຂອງທ້ອງຖິ່ນ ແລະ ບັນດາປະເທດໃກ້ຄຽງ.

ໃນອະນາຄົດ ຈະໃຫ້ກາຍເປັນໜຶ່ງ ໃນໃຈກາງສາຍການບິນຂອງແຫຼມອິນດູຈີນ ແລະ ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງຕໍ່ກັບປະເທດ ລາວ ແລະ ບັນດາປະເທດ ເອເຊຍ ຕາເວັນອອກສ່ຽງໃຕ້.

ຂໍ້ມູນ ແລະ ຮູບພາບຈາກ: Mike Bk, Aviation Talk Laos

error: Content is protected !!