ຢາເສບຕິດ ຍັງເປັນປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນໃນສັງຄົມ

ຢາເສບຕິດແມ່ນປະກົດການຫຍໍ້ທໍ້ທາງສັງຄົມ ທີ່ລັດຖະບານຕ້ອງໄດ້ແກ້ໄຂຢ່າງເລັ່ງດ່ວນ ແລະ ຈິງຈັງ, ຢາເສບຕິດມີອັນຕະລາຍຮ້າຍແຮງ, ເປັນໄພຂົ່ມຂູ່ການພັດທະນາເສດຖະກິດ-ສັງຄົມ,ການເມືອງ ແລະ ຄວາມໝັ້ນຄົງປອດໄພຂອງສັງຄົມ ຊຶ່ງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ເລ່ຫຼ່ຽມກົນອຸບາຍຂອງພວກຄົນບໍ່ດີນັບມື້ເລິກແລບແນບນຽນ ແລະ ຂະຫຍາຍເປັນວົງກວ້າງເຮັດໃຫ້ມີຜູ້ຕິດຢາເສບຕິດປະເພດຕ່າງໆເພີ່ມຂຶ້ນຢ່າງໜ້າເປັນຫ່ວງ, ໄດ້ກາຍເປັນໜໍ່ແໜງ ແລະ ເປັນສາເຫດຕົ້ນຕໍຂອງການເກີດຄວາມຮຸນແຮງ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ, ເປັນໄພອັນຕະລາຍ ແລະ ມີຄວາມສ່ຽງສູງຕໍ່ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນລາວ ແລະ ກຳລັງສົ່ງຜົນກະທົບໂດຍກົງຕໍ່ການພັັດທະນາເສດຖະກິດ-ສັງຄົມ, ຕໍ່ສຸຂະພາບຂອງປະຊາຊົນ, ເບື່ອເມົາຊາວໜຸ່ມ, ເຍົາວະຊົນທີ່ເປັນກຳລັງແຮງງານ, ເປັນຜູ້ສືບທອດພາລະກິດ ແລະ ອະນາຄົດຂອງຊາດ.

ການແກ້ໄຂບັນຫາຢາເສບຕິດ ແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ບໍ່ວ່າຈະເປັນທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນເພື່ອແກ້ໄຂບັນຫາດັ່ງກ່າວໃນການຕ້ານ, ສະກັດກັ້ນ. ແກ້ໄຂບັນຫາຢາເສບຕິດ ຍັງແມ່ນໜ້າທີ່ຂອງທຸກຊັ້ນຄົນໃນສັງຄົມ ໂດຍເລີ່ມຈາກສະຖາບັນຄອບຄົວ, ສະຖາບັນການສຶກສາ, ໂຮງຈັກ, ໂຮງງານ, ສໍານັກງານ-ອົງການ, ການຈັດຕັ້ງສັງຄົມ ແລະ ບ້ານຕ້ອງເປັນເຈົ້າການແກ້ໄຂ, ຕ້ອງເປັນເຈົ້າການຮ່ວມກັບພາກລັດ ແກ້ໄຂບົນພື້ນຖານຄວາມຕື່ນຕົວ ເປັນເຈົ້າການເຂົ້າຮ່ວມແກ້ໄຂຢ່າງເປັນຂະບວນກວ້າງຂວາງ ແລະ ເລິກເຊິ່ງ; ທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ຕິດແທດຮາກຖານ, ປະຊາຊົນຢ່າງໃກ້ຊິດ ເພື່ອຫາທາງອອກດ້ວຍຫຼາຍວິທີທີ່ເປັນລະບົບ ແລະ ຮັບປະກັນປະສິດທິຜົນ ຕິດພັນກັບການສະກັດກັ້ນການຜະລິດ, ການເສບ ແລະ ການຈຳໜ່າຍຢາເສບຕິດຢູ່ແຕ່ລະບ່ອນ, ລັດມີບົດບາດເປັນໃຈກາງໃນການເຄື່ອນໄຫວຢ່າງແຂງແຮງ, ອົງການປົກປ້ອງກົດໝາຍເປັນເສນາທິການໃຫ້ແກ່ລັດຖະບານໃນການເຄື່ອນໄຫວຕົວຈິງ. ພ້ອມນີ້, ພັກ ແລະ ລັດຖະບານ ໄດ້ມີທິດທາງສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄອບຄົວ ແລະ ຊຸມຊົນ, ປະຊາຊົນ, ຄອບຄົວ ແລະ ບ້ານ ຕ້ອງເປັນເຈົ້າການເຂົ້າຮ່ວມກັບພາກລັດໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາ; ຕ້ອງດໍາເນີນການປາບປາມຫົວໂປ່, ໂຕການ, ມີການລົງໂທດຢ່າງເຂັ້ມງວດ, ເດັດຂາດຕາມກົດໝາຍຕໍ່ທຸກເປົ້າໝາຍໃນເຄືອຂ່າຍ ເພື່ອຕັດວົງຈອນການຜະລິດ, ການຂົນສົ່ງ, ຈໍາໜ່າຍ ແລະ ຜູ້ຕົກເປັນເຫຍື່ອຂອງຢາເສບຕິດ; ເພີ່ມທະວີການຮ່ວມມືກັບສາກົນ ເພື່ອສະກັດກັ້ນ, ປາບປາມຂະບວນການຜະລິດ, ຄ້າຂາຍຢາເສບຕິດຢ່າງແຂງແຮງ, ມີຈຸດສຸມ ແລະ ມີປະສິດທິຜົນສູງ; ບໍາບັດຜູ້ຕິດຢາເສບຕິດ ແລະ ປັບປຸງສະຖານທີ່ບໍາບັດ; ຕ້ອງສົມທົບແໜ້ນລະຫວ່າງການບໍາບັດ, ປິ່ນປົວ, ຟື້ນຟູສຸຂະພາບ ຂອງຜູ້ຕິດຢາເສບຕິດກັບການດັດສ້າງ ແລະ ຝຶກຝີມື, ຝຶກອາຊີບໃຫ້ເຂົາເຈົ້າ; ປັບປຸງສູນ ສະຖານທີ່ບຳບັດໃຫ້ຮັບປະກັນ, ປະກອບແພດໝໍ ແລະ ບຸກຄະລາກອນສະເພາະດ້ານຕ່າງໆ ໃຫ້ມີຄວາມເໝາະສົມ; ປັບປຸງ, ສ້າງກົດໝາຍ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດໃຫ້ຮັດກຸມ, ບໍ່ໃຫ້ມີຊ່ອງຫວ່າງ, ຖືກຕ້ອງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ການເລັ່ງທວງແກ້ໄຂບັນຫາຢາເສບຕິດ; ເຮັດໃຫ້ກົດໝາຍເປັນເຄື່ອງມືອັນຈໍາເປັນ ແລະ ສັກສິດໃນການແກ້ໄຂບັນຫາຢາເສບຕິດ; ປັບປຸງກົງຈັກ ກໍຄືໜ່ວຍງານ ແລະ ບຸກຄະລາກອນ ທີ່ຮັບຜິດຊອບໂດຍກົງ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄວາມສາມາດພຽງພໍ ໃນການເຄື່ອນໄຫວວຽກງານຂອງຕົນ.

ຄັດຂໍ້ມູນຈາກ: ເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ຮຽບຮຽງໂດຍ: ວັນເພັງ (ປະຊາຊົນ)

error: Content is protected !!