ລາວ-ເກົາຫລີ ຮ່ວມຫາລື ກຽມຈັດສົ່ງແຮງງານຕາມລະດູການ

ໃນໂອກາດເຄື່ອນໄຫວຢ້ຽມຢາມຜູ້ອອກແຮງງານ ທີ່ໄປເຮັດວຽກຢູ່ ສ ເກົາ ຫລີ ໃນລະຫວ່າງວັນທີ 25 ສິງຫາ – 3 ກັນຍາ 2022 ນີ້, ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມຄະນະວິຊາການ ໄດ້ປຶກສາຫາລືຮ່ວມກັບພາກສ່ວນກ່ຽວຂ້ອງຂອງບັນດາເມືອງ ໃນ ສ ເກົາຫລີ ກ່ຽວກັບການຮ່ວມມືສອງຝ່າຍ ເພື່ອຈັດສົ່ງແຮງງານໄປເຮັດວຽກຕາມລະດູການ ໃນຂະແໜງກະສິກໍາ ຢູ່ ສ ເກົາຫລີ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແນໃສ່ຫລຸດດຜ່ອນອັດຕາການວ່າງງານ, ຊ່ວຍໃຫ້ແຮງງານມີລາຍຮັບໃຫ້ກັບຄອບຄົວ, ທັງຊ່ວຍໃຫ້ເຂົາເຈົ້າມີທັກສະສີມືທີ່ມີຄຸນນະພາບ ປະກອບສ່ວນໃນການພັດທະ ນາປະເທດຊາດ.

ໂອກາດນີ້, ສອງຝ່າຍໄດ້ເນັ້ນໃສ່ແຜນຄວາມຕ້ອງການແຮງງານ ໃນຂະແໜງກະສິກຳຂອງບັນດາເມືອງ, ມາດຕະການປ້ອງກັນ ແລະ ຕິດຕາມບັນຫາແຮງງານໂຕນໜີ ທີ່ທາງ ສ ເກົາຫລີ ຖືເປັນບັນຫາສຳຄັນ, ຄ່າຈ້າງຂອງແຮງງານ(ເງິນເດືອນ), ການອຳນວຍຄວາມສະດວກໃນການໂອນເງິນກັບບ້ານຂອງຜູ້ອອກແຮງງານ ແລະ ບັນຫາອື່ນໆທີ່ສຳຄັນ.

ພ້ອມນີ້, ຍັງໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຈັດສົ່ງງານແຮງງານຕາມລະດູການ ກັບ ເມືອງແຮງຊ້ອງ ແຂວງ ກັງວອນ ສ ເກົາຫລີ, ຕາງໜ້າກະຊວງແຮງງານ ແລະ ສະຫວັດດິການສັງຄົມ ຮ່ວມລົງນາມໂດຍ ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Kim Myung-gi ເຈົ້າເມືອງແຮງຊ້ອງ ໂດຍມີພາກສ່ວນກ່ຽວຂ້ອງ ສອງຝ່າຍຮ່ວມ ເປັນສັກຂີພິຍານ. ພ້ອມ ກັນນີ້, ກໍຍັງມີຫລາຍເມືອງ ທີ່ໃຫ້ຄວາມສົນໃຈຕ້ອງການຮວ່ມມືເຊັນ MOU ໃນການຈັດສົ່ງແຮງງານຕາມລະດູການ ນຳອີກ.

ຂ່າວ: ສຸກສະຫວັດ

ຂໍ້ມູນ-ພາບ: ກະຊວງ ຮສສ

error: Content is protected !!