ເປີດນໍາໃຊ້ເຄື່ອງ Scanner ທີ່ທັນສະໄໝ ຢູ່ດ່ານພາສີສາກົນບໍ່ເຕັນ ແລະ ຂົວມິດຕະພາບ IV

ໂດຍຈັດຕັ້ງປະຕິບັດຕາມແຜນຍຸດທະສາດຂອງລັດຖະບານເວົ້າລວມ ເວົ້າສະເພາະແມ່ນຂອງກະຊວງການ ເງິນໃນການຫັນວຽກງານພາສີເປັນທັນສະໄໝ,ສ້າງບາດລ້ຽວໃໝ່ຢ່າງຕັ້ງໜ້າໃນການພັດທະນາຫັນວຽກງານຂະແໜງພາສີເປັນທັນສະໄໝຂຶ້ນເທື່ຶອລະກ້າວ. ໃນທ້າຍອາທິດຜ່ານມານີ້, ໄດ້ມີພິທີເປີດການນໍາໃຊ້ລະບົບກວດກາຕູ້ສິນຄ້າ ແລະ ຍານພາຫະນະດ້ວຍລະບົບສາຍແສງ (Scanner) ລຸ້ນ MB1215BS ແບບກວດກາໄວທັນສະໄໝຢູ່ດ່ານພາສີສາກົນຂົວມິດຕະພາບ IV ແຂວງບໍ່ແກ້ວ ແລະ ລຸ້ນ FS6000 ຢູ່ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ໂດຍການເປັນກຽດເຂົ້າຮ່ວມ ເປີດນໍາໃຊ້ຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ, ມີຫົວໜ້າພາສີ ປະຈຳແຂວງ, ຄະນະດ່ານພາສີສາກົນ, ຕາງໜ້າບໍລີສັດ ນູເທັກລາວ ຈໍາກັດເຂົ້າຮ່ວມ.

ໂດຍປະຕິບັດຕາມແຜນຍຸດທະສາດຂອງລັດຖະບານ ໃນການຫັນວຽກງານພາສີເປັນທັນສະໄໝ, ຊຶ່ງນັບແຕ່ປີ 2006 ເປັນຕົ້ນມາລັດຖະບານ ສປປ ລາວ ໄດ້ເຫັນດີອະນຸມັດ ແລະ ຈັດຊື້ເຄື່ອງກວດກາຕູ້ສິນຄ້າ ແລະ ຍານພາຫະນະດ້ວຍລະບົບສາຍແສງ (Scanner) ຈໍານວນທັງໝົດ 8 ເຄື່ອງຈາກບໍລິສັດ ນູເທັກ ຈໍາກັດ ສປ ຈີນ, ຊຶ່ງໄດ້ຕິດຕັ້ງ ແລະ ນໍາໃຊ້ໃນຂອບເຂດທົ່ວປະເທດ, ໂດຍແບ່ງເປັນ 02 ໄລຍະ. ໃນໄລຍະທີ 1 ໃນປີ 2008 ຈໍານວນ 04 ເຄື່ອງນໍາໃຊ້ຢູ່ດ່ານພາສີສາກົນຂົວມິດຕະພາບ I, ດ່ານພາສີສາກົນຂົວມິດຕະພາບ II, ດ່ານພາສີສາກົນແດນສະຫວັນ, ດ່ານພາສີສາກົນວັງເຕົ່າ, ໄລຍະທີ 2 ໃນປີ 2010 ຈໍານວນ 04 ເຄື່ອງນໍາໃຊ້ຢູ່ດ່ານພາສີສາກົນບໍ່ເຕັນ, ດ່ານພາສີຫ້ວຍຊາຍແຂວງບໍ່ແກ້ວ, ດ່ານພາສີສາກົນນ້ຳເຫືອງ ແລະ ດ່ານພາສີສາກົນນ້ຳພາວ.

ສະນັ້ນ, ເພື່ອເປັນການບໍາລຸງຮັກສາໃຫ້ມີຄວາມຍືນຍົງ ແລະ ສາມາດສືບຕໍ່ນໍາໃຊ້ໄດ້ຢ່າງມີປະສິດທິດພາບ, ມາຮອດປີ 2020 ກະຊວງການເງິນຈຶ່ງໄດ້ຮ່ວມທຶນກັບບໍລິສັດ ນູເທັກ ຈໍາກັດ ສປ ຈີນ ໄດ້ສ້າງຕັ້ງບໍລິສັດ ນູເທັກລາວ ຈໍາກັດຂຶ້ນ ແລະ ໄດ້ຮັບສິດສໍາປະທານການບໍລິການຈາກລັດຖະບານ, ຊຶ່ງເປັນພື້ນຖານໃນການພັດທະນາລະບົບ ແລະ ບໍາລຸງຮັກສາບັນດາເຄື່ອງດັ່ງກ່າວຢ່າງມີປະສິດທິພາບ, ພ້ອມທັງໄດ້ນໍາເຄື່ອງໃໝ່ເຂົ້າຕື່ມຈໍານວນ 02 ເຄື່ອງລຸ້ນແບບກວດກາໄວທີ່ໄດ້ຕິດຕັ້ງໃສ່ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ແລະ ດ່ານສິນຄ້າທ່າບົກ-ທ່ານາແລ້ງ ນະຄອນຫຼວງວຽງຈັນ.

ນອກນັ້ນ, ຍັງໄດ້ຍົກຍ້າຍເຄື່ອງ Scanner ລຸ້ນ MB1215BS ແບບກວດກາໄວທີ່ອັບເກຣດຈາກເຄື່ອງເກົ່າລຸ້ນ MB1215D ຈາກຈຸດດ່ານຫ້ວຍຊາຍໃນເມື່ອກ່ອນ, ມາຕິດຕັ້ງນໍາໃຊ້ຢູ່ດ່ານພາສີສາກົນຂົວມິດຕະພາບ IV ແລະ ໄດ້ຕິດຕັ້ງເພີ່ມລະບົບກວດກາຕູ້ສິນຄ້າ ແລະ ຍານພາຫະນະດ້ວຍລະບົບສາຍແສງ (Scanner) ລຸ້ນໃໝ່ MB1215BS ທີ່ດ່ານພາສີສາກົນຂົວມິດຕະພາບ IV ແລະ ເປີດນໍາໃຊ້ເປັນທາງການ.

ສ່ວນດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ໄດ້ເປີດນໍາໃຊ້ເປັນທາງການລະບົບກວດກາຕູ້ສິນຄ້າ ແລະ ຍານພາ ຫະນະດ້ວຍລະບົບສາຍແສງ (Scanner) ແບບກວດກາໄວ ລຸ້ນ FS6000, ຊຶ່ງໃນໄລຍະຜ່ານມາການນໍາໃຊ້ເຄື່ອງ Scanner ໃນກວດກາສິນຄ້າຂອງເຈົ້າໜ້າທີ່ພາສີປະຈຳແຕ່ລະດ່ານແມ່ນໄດ້ຮັບປະສິດທິຜົນຢ່າງສູງ, ສາມາດຕ້ານການຄ້າຂາຍເຖື່ອນ, ຕ້ານການຄ້າຂາຍສັດນ້ຳ-ສັດປ່າ, ເຄື່ອງປ່າຂອງດົງທີ່ໃກ້ຈະສູນພັນຜິດກົດໝາຍ (CITES), ຕ້ານການຟອກເງິນ, ຕ້ານການຄ້າຂາຍຢາເສບຕິດ ແລະ ສິນຄ້າຜິດກົດໝາຍອື່ນໆ, ເພີ່ມຄວາມເຂັ້ມງວດການກວດກາ ແລະ ຕ້ານສິນຄ້າລັກລອບໜີພາສີທີ່ຊຸກເຊື່ອງມານຳລົດຂົນສົ່ງລະຫວ່າງປະເທດ, ເພີ່ມທະວີເຂັ້ມງວດໃນການຈັດເກັບລາຍຮັບພາສີ-ອາກອນເຂົ້າງົບປະມານແຫ່ງລັດ ແລະ ຫຼຸດຜ່ອນເວລາໃນກາານກວດກາສິນຄ້າ, ທັງ ຮັບປະກັນການອໍານວຍຄວາມສະດວກໃນການຜ່ານດ່ານຢ່າງວ່ອງໄວ ໂປ່ງໃສ ແລະ ຖືກຕ້ອງ.

ແຫຼ່ງຂໍ້ມູນ: https://laoedaily.com.la/

error: Content is protected !!