ກະຊວງສາທາລະນະສຸກ ກະກຽມຄວາມພ້ອມຊ່ວຍເຫຼືອຟື້ນຟູສຸຂະພາບປະຊາຊົນພາຍຫຼັງນ້ຳຖ້ວມ

ໄພພິບັດທຳມະຊາດ ຫຼື ໄພນ້ຳຖ້ວມ ເປັນອີກໜຶ່ງປະກົດການທຳມະຊາດທີ່ເກີດຂຶ້ນໃນລະດູຝົນ ສ້າງຄວາມເສຍຫາຍຢ່າງມະຫາສານແກ່ຊັບສິນ, ຊີວິດ ແລະ ສຸຂະພາບຂອງປະຊາຊົນ ແລະ ຍັງເປັນເຫດການທີ່ບໍ່ມີໃຜປາຖະໜາຢາກໃຫ້ເກີດ, ດັ່ງນັ້ນ ຖ້າເກີດຂຶ້ນແລ້ວທຸກຄົນຕ້ອງຮັບມືໃຫ້ທັນ ແລະ ມີສ່ວນຮ່ວມໃນການປ້ອງກັນ, ກະກຽມຄວາມພ້ອມໃນການຊ່ວຍເຫຼືອດ້ານຕ່າງໆ ໂດຍສະເພາະການກະກຽມຄວາມພ້ອມຊ່ວຍເຫຼືອທາງດ້ານສຸຂະພາບຂອງປະຊາຊົນພາຍຫຼັງນ້ຳຖ້ວມ.

ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ເມືອບໍ່ດົນມານີ້ວ່າ: ກະຊວງສາທາລະນະສຸກ ກໍເປັນໜຶ່ງໃນຄະນະກຳມະການຊ່ວຍເຫຼືອທາງດ້ານໄພພິບັດທຳມະຊາດ ຫຼື ໄພນ້ຳຖ້ວມ ຮ່ວມກັບຄະນະກຳມະການຈາກພາກສ່ວນທີ່ກ່ຽວຂ້ອງທັງຂັ້ນສູນກາງ ແລະ ຂັ້ນແຂວງ, ໂດຍສະເພາະໃນວຽກງານສາທາລະນະສຸກ ໄດ້ກະກຽມທາງດ້ານຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ໂດຍມີໂຮງງານຮອງຮັບຜະລິດຢາຢູ່ສູນກາງ ແລະ ແຂວງ ພາກເໜືອອຸດົມໄຊ, ຫຼວງພະບາງ, ພາກກາງ ສະຫວັນນະເຂດ ແລະ ພາກໃຕ້ ຈຳປາສັກ; ວຽກງານສຸຂະອະນາໄມ ແລະ ສຸຂະພາບ ໄດ້ສະໜອງນ້ຳສະອາດ, ວິດຖ່າຍ, ກິນຢູ່ໃຫ້ສະອາດ, ຢາປິ່ນປົວພະຍາດຕ່າງໆ ເພື່ອຮອງຮັບຕິດເຊື້ອພະຍາດຕ່າງໆ ໂດຍສະເພາະເດັກນ້ອຍ, ແມ່ມານ ແລະ ຜູ້ສູງອາຍຸ, ສຳລັບວຽກງານບຸກຄະລາກອນການແພດໄດ້ມີການສົມທົບປະສານງານກັບແພດບັນດາແຂວງ, ເມືອງ, ແພດອາສາສະໝັກຂອງແຂວງ ເພື່ອຮ່ວມກັນຮັບມືກັບບັນຫາທີ່ເກີດຂຶ້ນໃຫ້ທັນເວລາ, ພ້ອມນັ້ນກະຊວງສາທາລະນະສຸກຍັງໄດ້ເອົາໃຈໃສ່ກະກຽມສະໜອງລົດສຸກເສີນ (ລົດຂົນສົ່ງຄົນເຈັບ), ລົດສະໜອງນ້ຳສະອາດ ໃຫ້ປະຊາຊົນທີ່ຢູ່ເຂດກະທົບໄພນ້ຳຖ້ວມຕື່ມອີກ.

ທ່ານກ່າວຕື່ມວ່າ: ໄພພິບັດທຳມະຊາດ ຫຼື ເຫດການນ້ຳຖ້ວມ ເປັນບັນຫາທີ່ບໍ່ເພິ່ງປາຖະໜາຖ້າເກີດຂຶ້ນກໍຕ້ອງມີສະຕິປ້ອງກັນຕົນເອງ ແລະ ຮັບມືໃຫ້ທັນ ໂດຍສະເພາະບັນຫາຄວາມສະອາດດ້ານສຸຂະພາບອະນາໄມ, ການກິນຢູ່ ແລະ ອື່ນໆ ຖ້າມີຄວາມກັງວົນໃຈເກີນໄປຈະເປັນຜົນກະທົບແຕະຕ້ອງເຖິງສຸຂະພາບຮ່າງກາຍກໍເປັນໄດ້ ແລະ ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດກໍຄືບັນດາເພື່ອນມິດ ໃຫ້ການຮ່ວມມືຊ່ວຍເຫຼືອຈຶ່ງສາມາດປະຕິບັດການຮັບມືໄດ້ຢ່າງທັນການ.

(ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ)

error: Content is protected !!