ຜູ້ແທນແຂວງ ຈຳປາສັກ ຢ້ຽມຢາມພື້ນຖານຜະລິດຫັດຖະກຳ ການທ່ອງທ່ຽວ ແຂວງ ດົ່ງຖັບ

ໃນວັນທີ 27 ສິງຫາ ຜ່ານມານີ້, ທີ່ແຂວງ ດົ່ງຖັບ ສສ ຫວຽດນາມ ຄະນະຜູ້ແທນແຂວງ ຈຳປາສັກ ຊຶ່ງນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດຫັດຖະກຳ ແລະ ການທ່ອງທ່ຽວ ທີ່ເປັນທ່າແຮງຂອງແຂວງດົ່ງຖັບ ສສ ຫວຽດນາມ, ໂດຍການຕ້ອນຮັບ ແລະ ນຳພາທາງ ຂອງ ທ່ານ ເລ່ ກວັກ ຟອງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງ ຫົວໜ້າຄະນະກໍາມະການສະພາແຫ່ງຊາດ ແຂວງດົ່ງຖັບ ມີ ທ່ານ ຟ້າມ ທ໊ຽນ ເຫງ໋ຍ ປະທານຄະນະກໍາມະການປະຊາຊົນ ແຂວງ ດົ່ງຖັບ ພ້ອມດວ້ຍຄະນະຜູ້ແທນ ຂອງສອງ ແຂວງ ຈຳປາສັກ-ດົ່ງຖັບ ເຂົ້າຮ່ວມ.

ໃນການຢ້ຽມຢາມ ແຂວງ ດົ່ງຖັບ ເທື່ອນີ້, ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ເລ່ ກວັກ ຟອງ ພ້ອມດ້ວຍຄະນະຜູ້ແທນ ແຂວງ ຈຳປາສັກ ແລະ ດົ່ງຖັບ ໄດ້ເຂົ້າວາງກະຕ່າດອນໄມ້ ແລະ ຈູດທູບຕໍ່ໜ້າ ຫໍສຸສານ ທ່ານ ຫງວຽນ ຊິງ ສັກ NGUYEN SINH CAC (ພໍ່ຂອງປະທານໂຮ່ຈິມິນ), ພ້ອມນັ້ນ ກໍໄດ້ລົງລາຍເຊັນໃສ່ປຶ້ມບັນທຶກໃນການມາຢ້ຽມຢາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງຄຸນງາມ ຄວາມດີຂອງເພິ່ນ. ທ່ານ ຫງວຽນຊິງສັກ ເກີດປີ 1862 ຢູ່ບ້ານກິມລຽນ ເມືອງນາມດານ ແຂວງເຫງ້ອານ ແລະ ໄດ້ເຖິງແກ່ມໍລະນະກຳໃນປີ 1929 ລວມອາຍຸ 67 ປີ. ຈາກນັ້ນ, ຄະນະຜູ້ແທນ ແຂວງ ຈຳປາສັກ ໄດ້ຢ້ຽມຢາມ ໂຮງງານ Artex Dong Thap, ຜູ້ຜະລິດເຄື່ອງຫັດຖະກຳເຂດອຸດສາຫະກຳມາຍຮິບ ທີ່ ເມືອງ ກາວລານ, ແຂວງ ດົ່ງຖັບ, ໂດຍການຕ້ອນຮັບ ແລະ ຮັບຟັງລາຍງານສະພາບລວມຈາກຕາງໜ້າ ຄະນະຜູ້ບໍລິຫານໂຮງງານດັ່ງກ່າວ ໃຫ້ຮູ້ວ່າ, Artex Dong Thap ສ້າງຕັ້ງໃນປີ 2005 ດ້ວຍຄວາມພະຍາຍາມບໍ່ສິ້ນສຸດໃນຫຼາຍປີ, Artex Dong Thap ແມ່ນໜຶ່ງໃນບັນດາຜູ້ຜະລິດເຄື່ອງຫັດຖະກຳຂອງຫວຽດນາມ ທີ່ເຮັດດ້ວຍໄມ້ໄຜ່, ຫວາຍ, ຫຍ້າທະເລ ແລະ ໃບຕານ. ນັບຕັ້ງແຕ່ການສ້າງຕັ້ງ, ພວກເຮົາໄດ້ກໍານົດພາລະກິດ ທີ່ຈະນໍາເອົາຜະລິດຕະພັນທີ່ໂດດເດັ່ນທົ່ວໂລກ ໂດຍຊ່າງສີມືທີ່ມີທັກສະ ແລະ ຊ່ວຍສ້າງວຽກງານໃຫ້ແກ່ຊາວກະສິກອນຫຼາຍພັນຄົນໃນທົ່ວປະເທດ. ພ້ອມນັ້ນ ກໍໄດ້ເອົາໃຈໃສ່ຢ່າງຕໍ່ເນື່ອງໃນການປັບປຸງຄຸນນະພາບຜະລິດຕະພັນ ແລະ ການເພີ່ມປະສິດທິພາບການບໍລິການ; ໂດຍສະເພາະແມ່ນພວກເຮົາປະກອບເປັນກຸ່ມຂອງການສົ່ງອອກ ທີ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ໃນປີ 1 ລາຍໄດ້ຂອງພວກເຮົາແມ່ນ 6 ລ້ານໂດລາ, ເຮັດໃຫ້ Artex Dong Thap ເປັນໜຶ່ງໃນ 5 ຜູ້ຜະລິດເຄື່ອງຫັດຖະກໍາທີ່ໃຫຍ່ທີ່ສຸດ ຊຶ່ງຊີ້ໃຫ້ເຫັນຄວາມໄວ້ວາງໃຈຂອງລູກຄ້າຕໍ່ ບໍລິສັດດັ່ງກ່າວ ແລະ ຫຼັງຈາກນັ້ນ ຄະນະຜູ້ແທນແຂວງຈຳປາສັກ ຍັງໄດ້ຢ້ຽມຢາມທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ສຳຄັນທາງປະຫວັດ ສາດຂອງແຂວງດົ່ງຖັບ ກໍຄືຂອງປະເທດຫວຽດນາມຕື່ມອີກ.

(ຂ່າວ: ທັດຊະນະ)

error: Content is protected !!