ຮອງນາຍົກ ຕິດຕາມ ກວດ​ກາ ຜົນ​ເສຍ​ຫາຍ​ຈາກນ້ຳຖ້ວມຢູ່ ແຂວງ ອຸດົມໄຊ

ວັນທີ 29 ສິງຫາ ນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະໄດ້ ເດີນທາງມາເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊ ໂດຍ​ມີ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງໃຫ້​ການ​ຕ້ອນ​ຮັບ.

ທ່ານ ເຈົ້າແຂວງ ອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 26 ສິງຫາ 2022 ​ພາ​ຍຸ​ລະ​ດູ​ຮ້ອນ​ມາ​ອອກ (MA ON) ໄດ້​ພັດ​ເຂົ້າ​ແຂວງ​ອຸ​ດົມ​ໄຊ ເຮັດ​ໃຫ້​ເກີດ​ມີ​ຝົນ​ຕົກ​ໜັກ ຕິດ​ຕໍ່​ກັນຫຼາຍ​ຊົ່ວ​ໂມງ ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ​ໄຫຼ​ຊຸ​ແຮງ ໄດ້​ສ້າງຜົນເສຍຫາຍໃຫ້ແກ່ 4 ເມືອງຄື: ເມືອງໄຊ, ເມືອງນາໝໍ້, ເມືອງງາ ແລະ ເມືອງຫຼາ ແລະ ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນທີ່ອາໄສຢູ່ລຽບຕາມແຄມນໍ້າກໍ (ເມືອງໄຊ), ນໍ້າພາກ (ເມືອງຫຼາ), ນໍ້າແຊ (ເມືອງນາໝໍ້), ນໍ້າຫ້ວຍຊານ (ເມືອງງາ) ແລະ ບັນດາຫ້ວຍ​ຮ່ອງຕ່າງໆ ອັນເປັນສາເຫດນໍາຄວາມເສຍຫາຍຫຼາຍດ້ານເຊັ່ນ: ພື້ນຖານໂຄງລ່າງ, ຊີວິດ, ຊັບສິນ, ເຮືອນຊານບ້ານຊ່ອງ, ສັດລ້ຽງ, ເນື້ອທີ່ທໍາການຜະລິດ, ເສັ້ນທາງຄົມມະນາຄົມ, ໄຟຟ້າ, ນໍ້າປະປາ, ນໍ້າລິນ, ໂຮງຮຽນ, ໂຮງໝໍ, ການສື່ສານ ແລະ ອື່ນໆ ແມ່ນບໍ່ສາມາດນໍາໃຊ້ໄດ້. ຜົນກະທົບດັ່ງກ່າວສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນເປັນຕົ້ນເຂົ້າກິນ, ນໍ້າດື່ມ-ນໍ້າໃຊ້, ຢາປົວພະຍາດ, ທີ່ພັກອາໄສຊົ່ວຄາວ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.

ເຫດການດັ່ງກ່າວເປັນການຖ່ວງດຶງໃນການພັດທະນາເສດຖະກິດ-ສັງຄົມຂອງຄອບຄົວ, ຂອງເມືອງ ແລະ ຂອງແຂວງອີກດ້ວຍ. ພາຍຫຼັງເກີດເຫດ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງເກັບກໍາຂໍ້ມູນຜົນກະທົບ ແລະ ຜົນເສຍຫາຍໃນ 4 ເມືອງ. ໃນນັ້ນ ມີບ້ານທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດ 25 ບ້ານ, ມີ 469 ຫຼັງຄາເຮືອນ, ມີພົນລະເມືອງ 2.324 ຄົນ, ຍິງ 900 ຄົນ, ມີຜູ້ເສຍຊີວິດ 2 ຄົນ, ບາດເຈັບ 3 ຄົນ, ມີເຮືອນຖືກຜົນກະທົບ ຈໍານວນ 66 ຫຼັງ ໃນນັ້ນເຮືອນຖືກນໍ້າພັດ​ຊຸໄຫຼ ຈໍານວນ 58 ຫຼັງ, ດິນເສາະເຈື່ອນ 2 ຫຼັງ ແລະ ເລົ້າເຂົ້າ 23 ຫຼັງ, ນອກ​ຈາກ​ນີ້ ຍັງມີເສົາໄຟຟ້າ ເສຍຫາຍ ຈໍານວນ 301 ຕົ້ນ, ເສົາໄຟຟ້າ 8 ແມັດເສຍຫາຍ 6 ຕົ້ນ, ຄອນສາຍ ເສຍຫາຍ 231 ຄອນ, ດອກກັນໄຟເສຍຫາຍ 327 ດອກ ແລະ ສາຍໄຟຟ້າເສຍຫາຍ 24.900 ແມັດ, ນໍ້າຖ້ວມອັ່ງຖະໜົນຫົນທາງມີຫຼາຍຈຸດ, ເສັ້ນທາງເລກທີ 2E ເມືອງໄຊ ຫາ ເມືອງຫຼາ ລະຫວ່າງກິໂລແມັດ 15-24 ຖຶກຕັດຂາດ 4 ຈຸດ, ຂົວຖືກຕັດຂາດ 4 ແຫ່ງ, ເປເພ່ 3 ແຫ່ງ, ດິນເຈື່ອນຖົມທາງ 15 ຈຸດ ແລະ ເສັ້ນທາງຊົນນະບົດໄດ້ເປ່ເພ ແລະ ຂົວຖືກຕັດຂາດ 11 ແຫ່ງ, ເຄື່ອງວັດແທກລະດັບນໍ້າແບບອັດ​ຕະ​ໂນ​ມັດຈຸດວັດແທກຂົວນໍ້າກໍ ບ້ານກໍນ້ອຍເມືອງໄຊ ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດ ມູນຄ່າ 65 ລ້ານກີບ, ຫຼາວັດແທກລະດັບນໍ້າກໍ ຈຸດວັດແທກບ້ານໂຮມໄຊ, ຈຸດວັດແທກຂົວນໍ້າກໍ 2 ບ້ານເຈງ, ຈຸດວັດແທກບ້ານຫ້ວຍຂຸມ ໄດ້ຮັບຜົນກະທົບ ແລະ ເສຍຫາຍ ລວມມູນຄ່າທັງໝົດ ຈໍານວນ 79 ລ້ານກີບ, ໂຮງຮຽນປະຖົມຖືກຜົນກະທົບ (ນໍ້າຖ້ວມ) ມີຈໍານວນ 5 ແຫ່ງ, ລະບົບນໍ້າລິນເປ່ເພ ທັງໝົດ ຈໍານວນ 7 ຈຸດ, ເນື້ອທີ່ທໍາການຜະລິດເສຍຫາຍທັງໝົດ 35 ເຮັກຕາ ໃນນັ້ນເນື້ອທີ່ນາ ເສຍຫາຍ ຈໍານວນ 20 ເຮັກຕາ, ເຂົ້າເນີນສູງ 8 ເຮັກຕາ ແລະ ເນື້ອທີ່ສວນ 7 ເຮັກຕາ.

ສໍາລັບມູນຄ່າເສຍຫາຍຢູ່ເມືອງນາໝໍ້ໃນເບື້ອງຕົ້ນ ມີຈໍານວນ 6,2 ຕື້ກວ່າກີບ, ສ່ວນເມືອງອື່ນໆແມ່ນຍັງບໍ່ທັນໄດ້ປະເມີນມູນຄ່າເສຍຫາຍ. ປັດຈຸບັນຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນຍັງສືບຕໍ່ເກັບກໍາຂໍ້ມູນຜົນເສຍຫາຍຕື່ມອີກ.

ຕໍ່ກັບເຫດການດັ່ງກ່າວ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄດ້ຊຸກຍູ້ບັນດາຄະນະກໍາມະການຄຸ້ມຄອງໄພພິບັດ ແລະ ພາກສ່ວນຕ່າງໆໃນການຕອບໂຕ້ເຫດການສຸກເສີນໄພພິບັດຢູ່ໃນ 4 ເມືອງ ໂດຍການລະດົມກໍາລັງພົນຈາກກອງບັນຊາການ ປກສ, ປກຊ ແລະ ຊາວໜຸ່ມຕະລຸມບອນ ໃນການຊ່ວຍເຫຼືອຂົນຍ້າຍປະຊາຊົນ, ເຄື່ອງຂອງຄົວເຮືອນ ແລະ ອະນາໄມເຮືອນຊານບ້ານຊ່ອງຂອງປະຊາຊົນໃນ 3 ເມືອງຄື: ເມືອງໄຊ, ເມືອງຫຼາ ແລະ ເມືອງນາໝໍ້, ຄົ້ນຫາຜູ້ສູນຫາຍ, ສັນນະສູດຊາກສົບຜູ້ເສຍຊີວິດຢູ່ເມືອງຫຼາ, ສໍາລັບເມືອງງາແມ່ນເສຍຫາຍແຕ່ເນື້ອທີ່ທໍາການຜະລິດ, ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກໄປຊ່ວຍເຫຼືອສຸກເສີນເປັນຕົ້ນແມ່ນ ເຂົ້າສານໜຽວ ຈໍານວນ 105 ກິໂລ, ໝີ່ຈໍານວນ 7 ແກັດ, ນໍ້າດື່ມ 400 ແພັກ, ເຄື່ອງບໍລິໂພກແບບປະສົມ ຈໍານວນ 7 ເປົາ ແລະ ເກືອ ຈໍານວນ 12 ຖົງ ຊ່ວຍເຫຼືອໃຫ້ແກ່ 7 ຫຼັງຄາເຮືອນ; ບັນດາຂະແໜງການຕ່າງໆໄດ້ສຸມໃສ່ແກ້ໄຂສຸກເສີນເປັນຕົ້ນແມ່ນຖະໜົນຫົນທາງ (ເພື່ອແກ້ໄຂສຸກເສີນ), ສ້ອມແປງລະບົບໄຟຟ້າ, ນໍ້າປະປາ, ນໍ້າລິນ, ສ້ອມແປງລະບົບການສື່ສານ ແລະ ອື່ນໆ.

ໂອກາດັ່ງກ່າວ ທ່ານ ຮອງນາຍົກລັດ​ຖະ​ມົນ​ຕີ ໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນຊາວແຂວງອຸດົມໄຊ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມໃນຄັ້ງນີ້ ພ້ອມທັງສະແດງຄວາມຊົມເຊີຍຕໍ່ອົງການປົກຄອງທຸກຂັ້ນທີ່ໄດ້ສຸມທຸກກຳລັງໃຫ້ການຊ່ວຍເຫຼືອບັນດາຄອບຄົວທີ່ໄດ້ເສຍຫາຍ. ທ່ານຮອງນາຍົກລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ນຳເອົາເຂົ້າສານໜຽວຈຳນວນ 20 ໂຕນ, ສັງກະສີຈຳນວນ 2.000 ແຜ່ນ, ເຫຼັກຕະປູຈຳນວນ 500 ກັບ ແລະ ເງິນກອງທຶນນ້ຳມັນຈຳນວນ 200 ລ້ານກີບ ລວມມູນຄ່າ 462 ລ້ານກວ່າກີບ ມອບ​ໃຫ້​ແຂວງ​ອຸ​ດົມ​ໄຊ ແລະ ຕາງໜ້າໃຫ້ແກ່ກະຊວງປ້ອງກັນປະເທດມອບເງິນສົດຈຳນວນ 200 ລ້ານກີບ ເພື່ອຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດຢູ່ແຂວງອຸດົມໄຊໃນຄັ້ງນີ້ດ້ວຍ.

ໃນການມາ ເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊຄັ້ງນີ້ ທ່ານ ພ້ອມຄະນະ ຍັງໄດ້ລົງກວດກາເບິ່ງ ສະພາບພື້ນທີ່ເກີດໄພພິບັດ ຢູ່ບ້ານສາມັກຄີໄຊ, ບ້ານໂພນໄຊ ແລະ ບ້ານຫ້ວຍຫຼາ ເມືອງຫຼາ ຕື່ມອີກ.

ຂ່າວ: ໄມພອນ

error: Content is protected !!