ເຂົ້າເຊົ້າ ຊ່ວຍຫຼຸດຄວາມຕຶງຄຽດ

ຄົນໃນເມືອງບາງກຸ່ມ ມັກຈະບໍ່ໄດ້ກິນເຂົ້າເຊົ້າ ຍ້ອນຄວາມຮີບຮ້ອນເຮັດວຽກ, ແຕ່ທ່ານເຄີຍສັງເກີດໂຕເອງບໍ່ວ່າ ການບໍ່ໄດ້ກິນເຂົ້າເຊົ້າ ໃນມື້ນັ້ນໆ ທ່ານຈະຮູ້ສຶກວ່າ ໂຕເອງຈະຫງຸດຫງິດເປັນພິເສດ ແລະ ອາລົມຈະອ່ອນໄຫວງ່າຍ.

ນັກວິທະຍາສາດຊາວ ເຢຍລະມັນ ພົບວ່າ: ຄົນທີ່ກິນເຂົ້າເຊົ້າໜ້ອຍເທົ່າໃດ ຍິ່ງເກີດຄວາມຕຶງຄຽດໄດ້ຫຼາຍເທົ່ານັ້ນ ແລະ ອາລົມຈະອ່ອນໄຫວງ່າຍ, ຫງຸດຫງຸດງ່າຍ. ໃນທຳນອງດຽວກັນ ຖ້າຫາກທ່ານກິນເຂົ້າສວາຍ ທີ່ໃຫ້ພະລັງງານໜ້ອຍ ກໍຈະມີຜົນຄືກັນ ເຊິ່ງຈາກການສຶກສາ ພົບວ່າ ອາຫານທີ່ກິນເຂົ້າໄປ ມີຜົນຕໍ່ອາລົມ ແລະ ຄວາມຕຶງຄຽດ.

ການວິໄຈຂອງນັກວິທະຍາສາດ ແມ່ນໄດ້ແບ່ງຄົນອອກເປັນ 2 ກຸ່ມ ຄື ກຸ່ມທີ່ໃຫ້ກິນເຂົ້າເຊົ້າ ແລະ ເຂົ້າສວາຍຕາມປົກກະຕິ ແລະ ກຸ່ມທີ່ໃຫ້ກິນອາຫານທີ່ມີພະລັງງານຕໍ່າຕໍ່ຄາບ ໂດຍພົບວ່າ ມີຄວາມແຕກຕ່າງກັນເລັກໜ້ອຍ ໃນເລື່ອງອາລົມ. ແຕ່ໃນກຸ່ມໄດ້ຮັບພະລັງງານຕໍ່າ ຈະເກີດຄວາມຕຶງຄຽດຂຶ້ນ, ກະວົນກະວາຍ ແລະ ມີຄວາມອົດທົນໜ້ອຍລົງ ໃນການເຮັດວຽກ.

ສ່ວນທີ່ ອັງກິດ ໄດ້ສະແດງຜົນການສຶກສາ ການກິນເຂົ້າເຊົ້າ ທີ່ມີໄຂມັນຫຼາຍກວ່າ ຈະເຮັດໃຫ້ສະໝອງເຮັດວຽກຊ້າລົງ, ອ່ອນເພຍ, ຂາດຄວາມຄິດສ້າງສັນ ແລະ ມີຄວາມເພີ້ຝັນຫຼາຍຂຶ້ນ. ນັກວິທະຍາສາດ ຈາກ University of Sheffield ໄດ້ກວດສອບ ພົບວ່າ ໃນຂະບວນການຍ່ອຍໄຂມັນ ຈະໄປຫຼຸດຄວາມກະຕືລືລົ້ນ, ຄວາມວ່ອງໄວ ແລະ ຄວາມລະອຽດໃນດ້ານຕ່າງໆ.

ໃນບົດຄວາມດັ່ງກ່າວ ຍັງໄດ້ປຽບທຽບຄວາມສຳຄັນ ຂອງ ອາຫານແຕ່ລະຄາບ ວ່າ ເຂົ້າເຊົ້າປຽບດັ່ງ “ເຈົ້າຊີວິດ”, ເຂົ້າສວາຍປຽບດັ່ງ “ມະເຫສີ” ແລະ ເຂົ້າແລງ ປຽບດັ່ງ “ຄົນຂີ້ເມົາ”.

error: Content is protected !!